ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສູ້ຊົນເຮັດໃຫ້ຕົວເລກຄາດໝາຍຜົນຜະລິດເຂົ້າ3.810.000ໂຕນໃນປີ 2023 ນີ້ໃຫ້ເປັນຈິງ

ທ່ານບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ກ່າວວ່າ: ປີ2023ນີ້ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງຄາດໝາຍສູ້ຊົນໄວ້ ທົ່ວປະເທດຕ້ອງຜະລິເຂົ້າເປືອກຕາມລະດູການ ລວມທັງເຂົ້ານາແຊງ,ນາປີ ແລະເຂົ້າໄຮ່ ໄວ້ທີ່ 3.810.000ໂຕນເພື່ອຮັບປະກັນໄດ້ການບໍລິໂພກຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກໃນນັ້ນ ເຂົ້ານາປິ 3.189.000ໂຕນ, ນາແຊງ 441.850 ໂຕນ ແລະ ເຂົ້າໄຮ່ 178.200ໂຕນ, ການຜະລິດໄດ້ເລັ່ງໃສ່10ແຂວງທີ່ມີເງື່ອນໄຂແລະທ່າແຮງດ້ວຍການກຳນົດຈຸດສຸມການຜະລິດຢ່າງລະອຽດເຊັ່ນ: ແຂວງຄຳມ່ວນ,ສະຫວັນນະເຂດ ສາລະວັນ ແລະ ແຂວງຈຳປາສັກແມ່ນເລັ່ງໃສ່ຜະລິດເພື່ອຄ້ຳປະກັນໃຫ້ບັນດາແຂວງພາກກາງແລະພາກໃຕ້ແລະເປັນສິນຄ້າສົ່ງອອກ; ສຳລັບແຂວງໄຊຍະບູລີ, ຫລວງນ້ຳທາ ແລະ ແຂວງບໍ່ແກ້ວ ແມ່ນເລັ່ງໃສ່ຜະຜະລິດເຂົ້າສະໜອງບັນດາແຂວງພາກເໜືອ; ສ່ວນນະຄອນຫລວງວຽງຈັນ, ແຂວງວຽງຈັນແລະແຂວງບໍລິຄຳໄຊ ແມ່ນເລັ່ງໃສ່ຜະລິດສະໜອງໃຫ້ນະຄອນຫລວງວຽງຈັນ, ແຂວງພາກເໜືອຈຳນວນນຶ່ງ ພ້ອມທັງເປັນສິນຄ້າສົ່ງອອກ, ສຳລັບການຜະລິດພືດສະບຽງອາຫານແລະພືດສິນຄ້າເພື່ອບໍລີໂພກພາຍໃນ, ປ້ອນໂຮງງານອຸດສາຫະກຳປຸງແຕ່ງ ແລະສົ່ອອກຕ່າງປະເທດປີນີ້ວາງແຜນເນື້ອທີ່ປູກທັງໝົດ 158.280ເຮັກຕ່າ,ຜົນຜະລິດ 1.251.000ໂຕນ,ຜ່ານການຕິດຕາມຮອດປະຈຸບັນເຫັນວ່າປູກໄດ້ແລ້ວ105.991ເຮັກຕາ,ໃນນັ້ນພືດເປັນສິນຄ້າ45.381ເຮັກຕາ ແລະ ພຶດສະບຽງອາຫານ 60.609ເຮັກຕາ, ຄາດໝາຍການຜະລິດເຂົ້າ 3.810.000ໂຕນໃນປີ2023ນີ້ ບໍ່ແມ່ນຕົວເລກຄາດໝາຍໜ້ອຍພໍປານໃດ ທີ່ຊາວນາກະສິກອນພຽງຝ່າຍດຽວຈະເຮັດສຳເລັດໄດ້ຖ້າບໍ່ໄດ້ຮັບການຊຸກຍູ້ສົ່ງເສີມຈາກຫຫຼາຍພາກສ່ວນລວມທັງພາກລັດແລະເອກະຊົນ,ດັ່ງນັ້ນທຸກພາກສ່ວນຕ້ອງໄດ້ເອົາໃຈໃສ່ຮ່ວມກັນສ້າງທຸກເງື່ອນໄຂເພື່ອອຳນວຍຄວາມສະດວກໃຫ້ແກ່ຊາວນາກະສິກອນໄດ້ທຳການຜະລິດແຕ່ຫົວທີ ນັບແຕ່ດ້ານການນຳໃຊ້ເນື້ອທີ່ການຜະລິດ,ການນຳໃຊ້ໃຫ້ໄປຕາມເປົ້າໝາຍ,ບໍ່ຄວນນຳໃຊ້ໄປໃນທິດທາງອື່ນທີ່ບໍ່ແມ່ນການຜະລິດ, ການສະໜອງແນວພັນເຂົ້າແນວພັນເຂົ້າກໍຕ້ອງເລັ່ງຊອກຫາແນວພັນທີ່ເໝາະສົມໃຫ້ຜົນຜະລິດສູງ,ສະໜອງຝຸ່ນວິທະຍາສາດ ຢາປາບສັດຕູພືດໃຫ້ພຽງພໍ,ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ຜູ້ປະກອບການທຸລະກິດກໍ່ຄືຊາວນາທີ່ມີເງື່ອນໄຂນຳເຂົ້າຝຸ່ນວິທະຍາສາດ ຢາປາບສັດຕູພືດດ້ວຍການປະຕິບັດນະໂຍບາຍພິເສດຫລືຕາມຄວາມເໝາະສົມ,ລົງທຶນເຂົ້າໃສ່ການນຳໃຊ້ເຕັກນິກວິທະຍາສາດ ເຄື່ອງກົນຈັກເຂົ້າຊ່ວຍການຜະລິດ, ລົງທຶນເຂົ້າໃນການສ້ອມແປງປັບປຸງເໝືອງຝາຍຊົນລະປະທານທີ່ມີແລ້ວ ຫຼື ສ້າງໃໝ່ໃຫ້ສາມາດສະໜອງນ້ຳໃສ່ການຜະລິດຢ່າງພຽງພໍ ເບື້ອງຊາວນາເອງກໍ່ຄວນເປັນເຈົ້າການໃນການຊອກທູກເງື່ອນໄຂທີ່ຖືກຕ້ອງສອດຄ່ອງກັບກົດໝານຍ້ານເມືອງເຮັດໃຫ້ການຜະລີດດຳເນີນໄປດ້ວຍດີ ສິ່ງທີ່ຄວນເອົາໃຈໃສ່ໃນເວລານີ້ແມ່ນການກະກຽມຕ້ານແລ້ງຕ້ານຖ້ວມໃຫ້ໄດ້ດີເພາະຜ່ານມາເຮົາໄດ້ປະສົບພົບພໍ້ແລະມີບົດຮຽນມາແລ້ວ ຈົ່ງນຳໃຊ້ບົດຮຽນນັ້ນໃຫ້ໄດ້ດີເທົ່າທີ່ຈະເຮັດໄດ້ ຖ້າເຮົາຮ່ວມແຮງຮ່ວມໃຈກັນລົງມືເຮັດແຕ່ຫົວປີ ເຮັດດ້ວຍຄວາມຮັບຜິດຊອບສູງ ແນ່ນອນຕົວເລກຄາດໝາຍການຜະລິດເຂົ້າລວມ 3.810.000ໂຕນ ເພື່ອຕອບສະໜອງການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກໃນປີ2023ປີ ປະສົບຜົນສຳເລັດຢ່າງບໍ່ຕ້ອງສົງໃສ.

