ລະວັງ ! ເຫດຮ້າຍຈາກພາຍຸຕົ້ນລະດູ
ໂດຍ: ກ້ອງສ່ອງ ອິດສະຫລະ ເທົ່າທີ່ຜູ້ຂຽນໄດ້ຕິດຕາມແຫລ່ງຂ່າວ ແລະ ທັງໄດ້ເຫັນຕົວຈິງໃນໄລຍະນີ້ແມ່ນກ້າວເຂົ້າສູ່ຕົ້ນລະດູຮ້ອນ ທັງເປັນຕົ້ນລະດູຝົນນໍາອີກ. ເຫັນມີເຫດຮ້າຍ ຫລື ໄພອັນຕະລາຍຫລາຍຢ່າງໄດ້ສ້າງຜົນກະທົບບໍ່ໜ້ອຍຕໍ່ສິ່ງແວດລ້ອມ, ການດໍາລົງຊີວິດ ກໍຄືການຊອກຢູ່ຫາກິນຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດເຮົາໂດຍສະເພາະແມ່ນການເຈັບໄຂ້ໄດ້ປ່ວຍດ້ວຍພະຍາດໂລຄາ ຫລື ໂຣກລະບາດເກີດຂຶ້ນເຊັ່ນ: ໄຂ້ຍຸງ, ຖອກທ້ອງ, ໄຂ້ຫວັດ ແລະ ພະຍາດອື່ນໆ. ອີກສິ່ງໜຶ່ງທີ່ຄົນເຮົາບໍ່ເພິ່ງປາຖະໜາກໍແມ່ນເກີດຝົນຕົກໜັກມີລົມພາຍຸພັດຖະຫລົ່ມເຮືອນຊານບ້ານຊ່ອງ,…

