ນາຍົກອິນເດຍປະກາດໃນວັນຊາດວ່າ ຈະສູ້ກັບໄພຄຸກຄາມຈາກຕ່າງປະເທດ

ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ກ່າວເນື່ອງໃນໂອກາດຄົບຮອບວັນປະກາດເອກະລາດອິນເດຍ ວັນທີ 15 ສິງຫານີ້ວ່າ: ອິນເດຍຈະປ້ອງກັນປະເທດຈາກຜູ້ກະທຳການຮຸກຮານ.
ທ່ານ ໂມດີ ກ່າວໃນໂອກາດຄົບຮອບ 70 ປີທີ່ອິນເດຍປະເທດເອກະລາດຈາກການເປັນອານານິຄົມຂອງອັງກິດ ຢູ່ປ້ອມເຣດຟໍ ສະຖານທີ່ປະຫວັດສາດໃນນະຄອນຫລວງນິວເດລີທ່າມກາງຝູງຊົນນັບພັນວ່າ: ຄວາມໝັ້ນຄົງແຫ່ງຊາດເປັນພາລະກິດສຳຄັນອັນດັບທຳອິດຂອງປະເທດ ແລະ ກ່າວວ່າ: ອິນເດຍສາມາດປ້ອງກັນເຂດແດນທາງທະເລ, ຊາຍແດນ, ສັງຄົມອອນລາຍ ຫລື ນ່ານຟ້າໃນທຸກດ້ານ ເຊິ່ງອິນເດຍມີປະສິດທິພາບ ແລະ ແຂງແຮງພຽງພໍຈະເອົາຊະນະການຮຸກຮານຈາກພາຍນອກໄດ້.

