ບາເຊໂລນາ ຄວ້າ ເປົາລິນໂຢ ມາຮ່ວມທີມແລ້ວ
ສະໂມສອນ ບາເຊໂລນາ ປະກາດ ຄວ້າໂຕ ເປົາລິນໂຢ ກອງກາງຊາວ ບຣາຊິລ ຂອງ ທີມ ກວາງໂຈເອເວີແກນ ທີມ ຊັ້ນນຳຂອງລີກ ຈີນ ມາຮ່ວມ ທີມເປັນທີ່ຮຽບຮ້ອຍແລ້ວ ດ້ວຍຄ່າໂຕ 40 ລ້ານເອີໂຣ.
ເປັນທີ່ເຂົ້າໃຈກັນວ່າ ບາ ເຊໂລນາ ຫາກໍເສຍ ເນມາ ໄປ ໃຫ້ກັບ ປາຣິສ ແຊັງແຊັກແມັງ ດ້ວຍຄ່າໂຕ 222 ລ້ານເອີໂຣ ເຊິ່ງພວກເຂົາຈຳເປັນຕ້ອງ ເລັ່ງເສີມທັບຢ່າງໜັກ ໂດຍມີ ຟິລິບເປ ຄູຕິນໂຢ, ອຸສມານ ເດມເບເລ ແລະ ເປົາລິນໂຢ ຢູ່ໃນແຜນ.
ຫຼ້າສຸດ ພວກເຂົາເປີດເຜີຍ ຜ່ານເວັບໄຊຢ່າງເປັນທາງ ການຂອງສະໂມສອນວ່າໄດ້ ບັນລຸຂໍ້ຕົກລົງຄວ້າໂຕ ເປົາ ລິນໂຢ ມາຮ່ວມທີມເປັນທີ່ ຮຽບຮ້ອຍແລ້ວ ດ້ວຍຄ່າໂຕ ລະດັບ 40 ລ້ານເອີໂຣ ໂດຍມີ ຄ່າຈີກສັນຍາຢູ່ທີ່ 120 ລ້ານ ເອີໂຣ.

