ເກີດເຫດໄຟໄໝ້ສະຖານບັນເທີງຢູ່ແອັສປາຍ ເສຍຊີວິດຢ່າງໜ້ອຍ 13 ຄົນ

ວັນທີ 1 ຕຸລາ ເກີດເຫດໄຟໄໝ້ສະຖານທີ່ບັນເທີງ 3 ແຫ່ງຢູ່ເມືອງມູເຊຍ ທາງຕາເວັນອອກສຽງໃຕ້ຂອງແອັສປາຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ. ຂະນະທີ່ເຈົ້າໜ້າທີ່ກູ້ໄພຍັງເລັ່ງຄົ້ນຫາຜູ້ສູນຫາຍຫລັງຈາກເກີດເຫດການດັ່ງກ່າວຂຶ້ນ.
Diego Seral ເຈົ້າໜ້າທີ່ປະຈໍາສໍານັກງານຕໍາຫລວດແຫ່ງຊາດແອັສປາຍ ກ່າວຕໍ່ນັກຂ່າວວ່າ: ໃນຈໍານວນຮ້ານບັນເທີງທີ່ເກີດໄຟໄໝ້ທັງ 3 ແຫ່ງນັ້ນ ມີຮ້ານດຽວທີ່ພົບຜູ້ເສຍຊີວິດຄື Fonda Milagros ເຊິ່ງເປັນຮ້ານທີ່ໄດ້ຮັບຄວາມເສຍຫາຍໜັກທີ່ສຸດ ໂດຍໄຟໄໝ້ໄດ້ເຮັດໃຫ້ໂຄງສ້າງຂອງຮ້ານເສຍຫາຍ ແລະ ຫລັງຄາພັງລົງມາ. ຂະນະທີ່ Maria Dolores Albellan ເຈົ້າໜ້າທີ່ຂອງຮ້ານ Teatre ເປີດເຜີຍຕໍ່ນັກຂ່າວວ່າ: ສາເຫດເກີດຂຶ້ນຢູ່ຮ້ານ Fonda Milagros ກ່ອນຈະລຸກລາມໄປອີກ 2 ຮ້ານທີ່ຢູ່ຕິດກັນ.
ປັດຈຸບັນເຈົ້າໜ້າທີ່ສືບສວນຍັງບໍ່ສາມາດເຂົ້າໄປໃນພື້ນທີ່ໄດ້ ເນື່ອງຈາກອຸນຫະພູມຍັງສູງຢູ່ ລວມທັງຍັງມີອັນຕະລາຍຈາກໂຄງສ້າງອາຄານທີ່ອາດພັງລົງມາ ຈຶ່ງເຮັດໃຫ້ຕອນນີ້ຍັງບໍ່ຮູ້ສາເຫດຂອງໄຟໄໝ້ທີ່ແນ່ນອນ.
ອ້າງອີງ:
