ກົດເຫລັກບໍລິຄຳໄຊຂໍໃຫ້ເປັນຈິງ
ນັບວ່າເປັນກະແສທີ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກສັງຄົມເປັນຈໍານວນຫລາຍສໍາລັບທ່າເຈົ້າແຂວງບໍລິຄຳໄຊ, ພາຍຫລັງອອກຄຳສັ່ງຫ້າມພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ດື່ມເຄື່ອງດື່ມທີ່ມີທາດເຫລົ້າ ຫລື ສິ່ງມຶນເມົາໃນໂມງລັດຖະການນັບແຕ່ເວລາ 8:00-16:00 ໂມງຢ່າງເດັດຂາດ ຫລື ໃນກໍລະນີວັນພັກລັດຖະການແຕ່ມີພາລະກິດທີ່ຈະຕ້ອງໄດ້ເຂົ້າຮ່ວມ. ນອກຈາກນີ້ຄໍາສັ່ງດັ່ງກ່າວຍັງໄດ້ລະບຸກ່ຽວກັບການເຂົ້າຮ່ວມງານລ້ຽງ, ງານບຸນ ຫລື ງານຮັບແຂກຕ່າງໆ, ພະນັກງານ-ລັດຖະກອນ ແລະ ກຳລັງປະກອບອາວຸດທຸກຄົນ ຕ້ອງປະພຶດຕົນໃຫ້ສອດຄ່ອງກັບຈັນຍາບັນ ເພື່ອຮັກສາຊື່ສຽງ ແລະ…
