ປກສ ຈຳປາສັກຈັບເຄືອຂ່າຍຄ້າຢາເສບຕິດມາດຳເນີນຄະດີ

ເຈົ້າໜ້າທີ່ ປກສ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ເຈົ້າໜ້າທີ່ຂອງຕົນສາ ມາດຈັບຕົວເຄືອຂ່າຍຄ້າຢາເສບຕິດໄດ້ຂະນະມີການລັກລອບ ຊື້ ຂາຍເສບຕິດຢູ່ບ້ານຫຽງເມືອງ ສຸຂຸມາແຂວງຈຳປາສັກ, ເຊິ່ງ ມີຜູ້ຕ້ອງຫາຄື: ທ້າວ ອຸ້ຍ ອາຍຸ 36 ປີ, ທ້າວ ຈົວ ອາຍຸ 35 ປີ ແລະ ທ້າວ ສຸບັນອາຍຸ 53 ປີ ຢູ່ ບ້ານໂນນ ແດງເໜືອເມືອງສຸ ຂຸມາ, ພ້ອມຂອງກາງຢາບ້າ 2 ພັນເມັດ, ລົດຈັກ 3 ຄັນ ແລະ ໂທ ລະສັບ 2 ໜ່ວຍ.
+ ປກສ ເມືອງສີສັດຕະນາກຈັບຄົນຮ້າຍລັກຕັດສາຍໄຟກ້ອງວົງຈອນປິດໃນຕົວເມືອງ
+ ປກສ ເມືອງສີສັດຕະນາກສາມາດຈັບຜູ້ຕ້ອງຫາປຸ້ນຈີ້-ຊີງຊັບຕົວອັນຕະລາຍມາດຳເນີນຄະດີ
+ ປກສ ເມືອງໄຊທານີຈັບຜູ້ລັກລອບຕັດໄມ້
ຜ່ານການ ສືບສວນ-ສອບ ສວນຂອງເຈົ້າໜ້າທີ່ພວກເຂົາ ຮັບສາລະພາບວ່າ:ຢາບ້າດັ່ງ ກ່າວເປັນຂອງພວກຕົນແທ້ເພື່ອ ຈະໄປຈໍາໜ່າຍໃຫ້ລູກຄ້າ, ແຕ່ ຮອດຈຸດນັດໝາຍຈຶ່ງຖືກ ເຈົ້າ ໜ້າທີ່ຈັບຕົວໄດ້ກ່ອນ ແລະ ຄະດີ ຢາເສບຕິດລາຍນີ້ເຈົ້າໜ້າທີ່ຈະ ໄດ້ຂະຫຍາຍຜົນຫາຜູ້ຮ່ວມຂະ ບວນການເພື່ອຈັບຕົວມາດໍາເນີນ ຄະດີຕາມລະບຽບກົດໝາຍ.

