ອັດສະວິນແຫ່ງຍຸກສະໄໝ
ໂດຍ: ກ້ອງສ່ອງ ອິດສະຫລະ
ຜູ້ຂຽນໄດ້ເຂົ້າຮ່ວມເຮັດການປະຕິວັດນັບແຕ່ໜຸ່ມຈົນເຖົ້າເຫັນແຕ່ລັດຖະບານຊຸດທີ 8 ເຮັດຄືໝູ່ແຕ່ກໍມີອັນແຕກຕ່າງໝູ່. ໂຕທີ່ແຕກຕ່າງໝູ່ນັ້ນກໍແມ່ນ “ຄວາມເຂັ້ມ” ໃນຄວາມໝາຍວ່າ “ເຂັ້ມ” ນີ້, ຄືເວົ້າແລ້ວກໍເຮັດຢ່າງຈິງຈັງ ຫລື ຖ້າຈະເວົ້າອີກແບບໜຶ່ງກໍແມ່ນທັງກ້າເວົ້າ ແລະ ກ້າເຮັດ. ສິ່ງທີ່ໄດ້ເຮັດຢ່າງມີໝາກເຫັນຜົນ ເຊິ່ງພວກເຮົາໄດ້ຍິນກັບຫູ ແລະ ເຫັນກັບຕານັ້ນກໍໄດ້ແກ່: ອັນທີໜຶ່ງແມ່ນການເສຍສະຫລະເອົາລົດປະຈໍາຕໍາແໜ່ງທີ່ມີລາຄາແພງຂອງການນໍາຈໍານວນໜຶ່ງມາປະມູນອອກຂາຍ ເພື່ອນໍາເອົາເງິນທີ່ໄດ້ມານັ້ນເຂົ້າງົບປະມານລັດເພື່ອເອົາໄປນໍາໃຊ້ເຂົ້າໃນພາລະກິດ ແລະ ການງານອັນຈໍາເປັນຂອງຊາດ. ຕໍ່ສິ່ງທີ່ໄດ້ກະທໍາຂຶ້ນນີ້ຖືວ່າເປັນມິຕິໃໝ່ຂອງຜູ້ນໍາລາວເຮົາ, ໃນຍຸກປະຫວັດສາດ ເຊິ່ງນັບຕັ້ງແຕ່ເຮົາເກີດມາກໍຍັງບໍ່ທັນເຄີຍມີ ແລະ ບໍ່ທັນເຄີຍເຫັນ ເພາະໃນອາດີດຕະການຜ່ານມາເຮົາເຄີຍເຫັນ, ເຄີຍໄດ້ຍິນແຕ່ຜູ້ເພິ່ນເປັນນາຍສ່ວນຫລາຍແມ່ນບໍ່ມີເມືອງພຽງ. ການເສຍສະຫລະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ ຫລື ເພື່ອຊາດ ແລະ ເພື່ອປະຊາຊົນນັ້ນຖືວ່າເປັນສີ່ງທີ່ຫາຍາກ, ທັງເປັນແບບຢ່າງທີ່ດີ ເຊິ່ງຜູ້ຄົນທັງຫລາຍທີ່ຢູ່ພາຍໃນປະເທດຮູ້ສຶກພູມໃຈ ແລະ ໃຫ້ຄໍາຍົກຍ້ອງ. ອັນທີສອງແມ່ນເວົ້າເລື່ອງຄໍາສັ່ງເລກທີ 15/ນຍ ໄດ້ກາຍເປັນໄມ້ຄ້ອນຕະບອງເພັດ, ທັງເປັນກົກຊີ້ຕາຍປາຍຊີ້ເປັນຈົນວ່າສາມາດປິດປ່າໄດ້ຢ່າງສິ້ນເຊີງ. ໃນຜ່ານມາ, ເວົ້າເຖິງການຕັດໄມ້ທໍາລາຍປ່າພວກເຮົາກໍພາກັນເວົ້າຢູ່ໄຈ້ໆແຕ່ຜົນໄດ້ມັນບໍ່ທັນສົມ, ຍ້ອນວ່າເຖິງຈະຫ້າມປານໃດກໍຍັງມີຜູ້ລັກຕັດ, ຍັງມີໂຮງໄມ້, ໂຮງຊອຍ ແລະ ຍັງມີການສົ່ງໄມ້ອອກໄປຂາຍຕ່າງປະເທດຢ່າງຫລວງຫລາຍ. ທາງເບື້ອງນະໂຍບາຍກໍວ່າໃຫ້ເຮັດເປັນໄມ້ແປຮູບ ຫລື ສໍາເລັດຮູບສົ່ງອອກຂາຍ, ແຕ່ບາດເຮັດຕົວຈິງພວກພໍ່ຄ້າຫົວໃສເຂົາພາກັນເຮັດຕົບຕາການຈັດຕັ້ງພັກ-ລັດຄື: ປອກເອົາແຕ່ເປືອກອອກເຊາະເປັນລໍາແປເປັນໄມ້ກົມໆ ຫລື ເປໆ, ສັ້ນໆ, ຍາວໆ ທັງນ້ອຍ-ໃຫຍ່ແລ້ວກໍສົ່ງອອກຂາຍ, ເມື່ອຖືກເຈົ້າໜ້າທີ່ກວດກາພົບພໍ້ສອບຖາມເຂົາກໍແກ້ວ່າໄດ້ແປເປັນໄມ້ສໍາເລັດຮູບແລ້ວວ່າຊັ້ນ ! ອັນນີ້ລະເຂົາເອີ້ນວ່າໃຊ້ວິທີຕົບຕາເຈົ້າໜ້າທີ່ ຫລື ຖ້າຈະເວົ້າອີກຢ່າງໜຶ່ງກໍແມ່ນໃຊ້ເລ່ກົນຫົວຊຽງໝ້ຽງໃຫ້ເກີດປະໂຫຍດ. ສ່ວນອັນທີສາມກໍແມ່ນເວົ້າເລື່ອງການກວດສອບໃນຂົງເຂດພັກ-ລັດ ກໍຈົນເຖິງຂັ້ນໄດ້ຈົກເອົາໄປເວົ້າໄປວ່າເປີດເຜີຍຢູ່ໃນສະພາ ເຊິ່ງໃນຜ່ານມາເວົ້າເຖິງການກວດກາ, ກວດສອບ ເຮັດໄປແລ້ວກໍມິດຈີ່ລີ່ບໍ່ສາມາດແກະໄງ້ອອກມາເວົ້າ ຫລື ເວົ້າໄດ້ກໍພຽງແຕ່ພໍຊົວລົວເຄິ່ງມືດເຄິ່ງແຈ້ງ. ພໍຕົກມາຮອດລັດຖະບານຊຸດທີ 8 ຈຶ່ງໄດ້ຈິງຈັງຈິງໃຈນໍາເອົາມາເປີດເຜີຍຈົນເຮັດໃຫ້ຫລາຍຄົນຕົກສະເງີ້. ນອກຈາກນັ້ນ, ຕໍ່ຜູ້ທີ່ໄດ້ກະທໍາຜິດວິໄນທາງການເງິນກໍໄດ້ໃຊ້ມາດຕະການທາງກົດໝາຍຢ່າງເໝາະສົມ ແລະ ເດັດຂາດ. ສ່ວນວ່າເງິນຫລາຍພັນຕື້ທີ່ຖືກພວກຈັງໄຮເອົາໄປນັ້ນກໍສາມາດນໍາເອົາຄືນມາໄດ້ເປັນສ່ວນຫລາຍ. ອັນທີສີ່ສຸດທ້າຍແມ່ນເວົ້າເລື່ອງມາດຕະການກ່ຽວກັບການປະຢັດ, ມາດຕະການກ່ຽວກັບເງິນ, ມາດຕະການກ່ຽວແຜນວຽກ,ແຜນຄົນ, ແຜນເງິນກໍລ້ວນແລ້ວແຕ່ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເຂັ້ມງວດກວດ
ຂັນ ເຊິ່ງມາຮອດປັດຈຸບັນທຸກສິ່ງຢ່າງ ກໍຄືບັນດານະໂຍບາຍຕ່າງໆທີ່ໄດ້ວາງອອກນັ້ນ, ພວມໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ເລີ້ມເຂົ້າແກັບເຂົ້າເກຍຫັນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ.
ຕາມເຮົາວ່າ, ສິ່ງທີ່ໄດ້ເຮັດຜ່ານມານີ້ແມ່ນບໍ່ໄດ້ເພື່ອຄວາມຮັ່ງມີຂອງຕົນເອງ, ຂອງກຸ້ມກ້ອນ ແລະ ບຸກຄົນໃດໜຶ່ງ, ມັນຕັ້ງແມ່ນເຮັດເພື່ອຊາດ ແລະ ເຮັດເພື່ອປະຊາຊົນລ້ວນໆ. ຂໍໃຫ້ພາລະກິດການສ້າງສາພັດທະນາບ້ານເມືອງຂອງພັກ ແລະ ລັດຖະບານຊຸດທີ 8 ຈົ່ງເດີນໜ້າ, ຢ່າເປັນຫົວຊ້າງຫາງໜູ, ຢ່າສ້ວຍຄືຫາງຂີ້ໂກະ, ຢ່າເປັນຄືໄຟລາມເຟືອງ, ຂໍໃຫ້
ຂຶ້ນຍົງໆຢ່າລົງຈັກເທື່ອ, ກາຍເປັນອັດສະວິນຍຸກໃໝ່ຂອງຊາດ ແລະ ຂອງປະຊາຊົນໃນທົ່ວປະເທດ.

