ອັກຄີໄພມະຫາປາໄລອັນຕະລາຍຈິບຫາຍ

ໂດຍ: ທິດກໍ່າ ນັບແຕ່ປີ 2016 ເປັນຕົ້ນມາ, ທິດກໍ່າໄດ້ຕິດຕາມຂ່າວຄາວກ່ຽວກັບເຫດການອັກຄີໄພຢູ່ບ້ານເຮົາເກືອບເວົ້າ ໄດ້ວ່າມີລັກສະນະລຽນຕິດຕໍ່ເນື່ອງ. ບຶດໜຶ່ງພັດວ່າມີໄຟໄໝ້ເຮືອນຂອງປະຊາຊົນຢູ່ບ້ານນັ້ນບ້ານນີ້, ເມືອງນັ້ນ ເມືອງນີ້ ຫລື ເຜີໆມາພັດວ່າໄໝ້ຕະຫລາດ. ຕົວຢ່າງປີແລ້ວນີ້ຂ່າວວ່າໄໝ້ຕະຫລາດຢູ່ປາກເຊ, ຫລັງໆມາພັດວ່າ ໄໝ້ຕະຫລາດຢູ່ຊຽງຂວາງ, ອຸດົມໄຊ ວ່າຊັ້ນ ! ເວົ້າເລື່ອງໄພອັນຕະລາຍຈາກໄຟໄໝ້ມັນກໍແມ່ນຄວາມອັນຕະລາຍ ແລະ…

ເປີດໄຟ ໄວ້ຊີວິດ

ໂດຍ: ມຶກບໍ່ແຫ້ງ ອຸບັດເຫດເທິງທ້ອງຖະໜົນຂອງພວກເຮົາ ເກີດຂຶ້ນບໍ່ເວັ້ນແຕ່ລະມື້, ແນ່ນອນລະ ມັນມີຫຼາຍສາເຫດ ແຕ່ໜຶ່ງໃນນັ້ນ ເສັ້ນທາງໃນຕົວເມືອງທີ່ມີລົດຂ້ອນຂ້າງຫຼາຍ ຍາມຄໍ່າຄືນ ແຕ່ມືດມິດນັ້ນ ອາດມີຄວາມສ່ຽງ ບໍ່ໜ້ອຍຕໍ່ການເກີດອຸບັດເຫດ. ຜູ້ຂຽນໄດ້ຍິນມາກັບຫູ ຈາກເພື່ອນຮ່ວມງານເວົ້າສູ່ຟັງວ່າ ລາວຂີ່ລົດໄປຕຳກົ້ນລົດເຂົາເຈົ້າທີ່ຈອດໄວ້ຂ້າງ ທາງຢ່າງຈັງ  ຢູ່ເສັ້ນທາງທີ່ເອີ້ນໄດ້ວ່າຂອບເຂດໃນເມືອງແຫ່ງໜຶ່ງ ຂອງນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວກໍ ອະທິບາຍສູ່ຟັງດ້ວຍຄວາມຢາກຮ້າຍວ່າ…

ອາກາດຮ້ອນເປັນຫ່ວງເລື່ອງໂພຊະນາການ

     ເພື່ອນຜູ້ອ່ານທີ່ຮັກແພງ, ໃນຫລາຍປີຜ່ານມາ ພໍກ້າວສູ່ລະດູຝົນລະຫວ່າງເດືອນເມສາຫາພຶດສະພາ ເຊິ່ງເປັນໄລຍະອາກາດຮ້ອນແຮງຢູ່ຫລາຍທ້ອງຖິ່ນຂອງປະເທດເຮົາ ໂດຍສະເພາະພາກໃຕ້, ພາກກາງ ແລະ ຂຶ້ນມາຫາພາກເໜືອດ້ານຕາເວັນຕົກ ອັນໄດ້ສົ່ງຜົນໃຫ້ເກີດພະຍາດຖອກທ້ອງ, ທ້ອງບິດ ຫລື ອະຫິວາເປັນຈຳນວນບໍ່ໜ້ອຍ ສາເຫດຕົ້ນຕໍກໍ ແມ່ນການບໍລິໂພກອາຫານທີ່ບໍ່ສະອາດ ເພາະໄລຍະຮ້ອນເອົ້ານີ້ປະເພດອາຫານຕ່າງໆມັກເກີດອາການບູດເໜົ່າໄດ້ງ່າຍຈາກແມງວັນຕອມ ແລະ ນຳມາເຊິ່ງຄວາມເປື້ອນເປິະຕ່າງໆ ໂດຍສະເພາະແມ່ນອາຫານທີ່ວາງຂາຍຢູ່ຕາມທ້ອງຕະຫລາດ ນັບທັງອາຫານສັດ…

ວຽກງານປ້ອງກັນປ່າສະຫງວນເມືອງສັງທອງມີອັນພົ້ນເດັນ

ຕາມການລາຍງານຂອງ ປະທານສະພາບໍລິຫານ ສສງ ຫົວ ແຊຈະເລີນທີ່ບ້ານ ພັດທະນາ ໜອງນ້ຳຂາວ, ເມືອງບາຈຽງ ຈະເລີນສຸກແຂວງຈຳປາສັກຕໍ່  ກອງປະຊຸມປະຈຳປີຂອງຕົນທີ່  ໄດ້ຈັດຂຶ້ນໃນວັນທີ 24 ມີນານີ້, ວ່າ: ພາຍຫລັງສະຫະກອນຂອງ ຕົນໄດ້ສ້າງຕັ້ງຂຶ້ນໃນວັນທີ 27  ກຸມພາ 2009 ໂດຍມີເປົ້າໝາຍ …

ສະມາຄົມລາວຈີນຈັດງານນິທັດສະການການສຶກສາແນະນຳການສອບເສັງເອົາທຶນໄປຮຽນຕໍ່ຢູ່ຈີນ

ສະມາຄົມຈີນຢູ່ລາວ ຮ່ວມ ກັບ ໂຮງຮຽນຫຼຽວໂຕວ໌, ໄດ້ຈັດ ງານນີທັດສະການການສຶກສາ ດ້ານອາຊີວະສຶກສາ ແລະ ມະຫາ ວິທະຍາໄລ ປະຈຳປີ 2017, ຂຶ້ນ ໃນເຊົ້າວັນທີ 25 ມີນານີ້, ທີ່ໂຮງ ຮຽນຫຼຽວໂຕວ໌ ນະຄອນຫຼວງ ວຽງຈັນ,…

ບຸນປີ​ໃຫມ່​ລາວ

ບຸນປີ​ໃຫມ່​ລາວ

ບຸນປີໃໝ່ລາວນັບວ່າເປັນປາງບຸນໃຫຍ່ທີ່ສຳຄັນຕໍ່ຊາວລາວບັນດາເຜົ່ານັບແຕ່ເໜືອຮອດໃຕ້ດ້ວຍຫລາຍຊື່ ເອີ້ນ ແຕກຕ່າງກັນໄປຕາມທ້ອງຖິ່ນເຊັ່ນ: ບຸນປີໃໝ່ລາວ, ບຸນສົງການ, ບຸນຫົດນໍ້າ, ບຸນສົງນໍ້າພະສຸດແລ້ວແຕ່ຜູ້ລຶ້ງ ເຄີຍ, ເນື່ອງຈາກວ່າ: ເພິ່ນແປຄຳວ່າ “ປີໃໝ່” ມາຈາກຄຳວ່າ “ ຕຸດສົງການ ” ໝາຍເຖິງການປ່ຽນແປງລະດູ ຫລື ການປ່ຽນແປງ ພ.ສ ຫລື…

ປີໃໝ່ລາວກິນພໍເໝາະ ມ່ວນສຸດໃຈໄດ້ວັດທະນະທຳ

ໂດຍ: ກ້ອງສ່ອງ ອິດສະຫລະ ຍັງອີກບໍ່ດົນ, ບຸນປີໃໝ່ລາວ ພສ 2560 ກໍຈະໝູນວຽນມາອີກວາລະໜຶ່ງ. ຕາມແຈ້ງການຂອງລັດຖະບານອອກມາເຫັນວ່າ ປີນີ້ເຮົາຈະໄດ້ພັກຫລາຍວັນເຕີບ ເພາະມັນໄປຕົງເປະໃສ່ວັນເສົາ ແລະ ວັນອາທິດ ເຊິ່ງຖືວ່າພວກເຮົາຈະໄດ້ພັກແຕ່ວັນທີ 13 ຫາວັນທີ 17 ແລະ ນັບແຕ່ວັນທີ 18…

ສະຫລອງປີໃໝ່ດ້ວຍຈິດໃຈປະຢັດ

​     ເພື່ອນຜູ້ອ່ານທີ່ຮັກແພງ, ບຸນສົງການປີໃໝ່ປີນີ້ກໍຫຍັບເຂົ້າມາທຸກທີ່ ເພື່ອພວກເຮົາຈະໄດ້ພ້ອມກັນສະເຫລີມສະຫລອງດ້ວຍຄວາມເບີກບານມ່ວນຊື່ນ ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ. ໃນຂະນະທີ່ ເສດຖະກິດຂອງປະເທດເຮົາຍັງພົບຄວາມຫຍຸ້ງຍາກຫລາຍດ້ານ, ກະທັ້ງທີ່ການນຳຂັ້ນສູງຂອງເຮົາກໍຕ້ອງໄດ້ເສຍສະລະປະມູນຂາຍລົດປະຈຳຕຳແໜ່ງຂອງເພິ່ນເພື່ອປະກອບສ່ວນລາຍຮັບໃຫ້ຊາດບ້ານເມືອງ ແລະ ທ່ານນາຍົກເອງ ເພິ່ນກໍໄດ້ມີຄຳສັ່ງແນະນຳໃຫ້ທົ່ວສັງຄົມຈົ່ງຊ່ວຍກັນປະຢັດ ແລະ ຕ້ານການຟຸມເຟືອຍໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳ. ແຕ່ຜ່ານການສັງເກດເຫັນໃນການສະເຫລີມສະຫລອງປີໃໝ່ລາວເຮົາໃນຫລາຍປີຜ່ານມາຂ້ອນຂ້າງມີລັກສະນະຟຸມເຟືອຍ ທັງການເວລາ ແລະ…

21 ມີນາ ສະໝໍລະພູມທີ່ລັ່ງເລືອດ ແລະ ນ້ຳຕາ

ໂດຍ: ທິດ​ກໍ່າ ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ: ວັນທີ 21 ມີນາ ເປັນວັນຄຽດແຄ້ນທີ່ສຸດຂອງປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າການຕໍ່ສູ້ລະຫວ່າງກໍາລັງປະຕິວັດ ເຊິ່ງນໍາພາໂດຍທ່ານປະທານ ສຸພານຸວົງ ກັບກໍາລັງທະຫານຝຣັ່ງ ມັນສຸດທີ່ດຸເດືອດຮຸນແຮງ ແລະ ຂ້ຽວຂາດ, ທັງມີການເສຍສະລະຊີວິດ ເລືອດເນື້ອ ແລະ…

ເປີດເພງດັງໃນລົດ ບັນຫາແກ້ບໍ່ຕົກ

     ເພື່ອນຜູ້ອ່ານທີ່ຮັກແພງທັງຫລາຍ, ບໍ່ຮູ້ວ່າດ້ວຍເຫດຜົນໃດ ຍ້ອນເຈົ້າໜ້າທີ່ຈະລາຈອນບໍ່ເອົາໃຈໃສ່ຢ່າງຈິງຈັງບໍ ? ຫລືວ່າ ຍ້ອນຂາດການສຶກສາອົບຮົມຂອງຄອບຄົວພໍ່ແມ່ ແລະ ລະບຽບການຈຳກັດຜູ້ປະກອບການຕົກແຕ່ງລົດຕໍ່ກັບການນຳໃຊ້ຕູ້ລຳໂພງໃນລົດແນວໃດໃຫ້ເໝາະສົມ ແລະ ກໍມີຫລາຍຄຳຖາມອື່ນໆຕັ້ງຂຶ້ນມາ ເພາະວ່າກໍເປັນເລື່ອງທີ່ແກ່ຍາວມາດົນແລ້ວ ສຳລັບໄວລຸ້ນຈຳນວນໜຶ່ງທີ່ມັກຕົກແຕ່ງລົດຂອງຕົນດ້ວຍເຄື່ອງສຽງຂະໜາດໃຫຍ່ສົ່ງສຽງດັງ ຢ່າງແຮງແລ້ວເປີດເພງດ້ວຍສຽງມະຫຶມາຂີ່ເລາະກວນເມືອງ ໂດຍສະເພາະແມ່ນໃນຍາມຄໍ່າຄືນ, ຖ້າໃຜມີເຮືອນຢູ່ແຄມຖະໜົນສາຍຫລັກຕ່າງໆກໍຈະໄດ້ສຳຜັດກັບຄວາມຮຸນແຮງຂອງສຽງດັ່ງກ່າວ, ຖ້າໃຜຜູ້ເປັນໂຣກຫົວໃຈວາຍແດ່ ກໍອາດຈະສະຫລົບໄປກັບມັນກໍເປັນໄດ້. ແຕ່ສິ່ງຜິດລະບຽບກົດໝາຍດັ່ງກ່າວພັດຍັງມີປາກົດໃຫ້ເຫັນ. ມີເພື່ອນຜູ້ໜຶ່ງເລົ່າສູ່ຟັງວ່າ:…