ສະຫລອງປີໃໝ່ຕ້ອງໃສ່ໃຈຄວາມສະອາດຕົວເມືອງ
ເພື່ອນຜູ້ອ່ານທີ່ຮັກແພງ, ໃນຫລາຍປີຜ່ານມາ ພວກເຮົາຈະສັງເກດເຫັນວ່າ: ການຮັກສາອະນາໄມຄວາມສະອາດ ຂອງຕົວເມືອງໃນໄລຍະສະຫລອງປີໃໝ່ ໂດຍສະເພາະຢູ່ນະຄອນຫລວງເຮົານີ້ບໍ່ຄ່ອຍໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ ເຊິ່ງສະແດງອອກໃຫ້ເຫັນພຽງ 3-4 ວັນຂອງການສະຫລອງກໍເຮັດໃຫ້ຖະໜົນຫລາຍສາຍມີສະພາບເປິະເປື້ອນ ແລະ ເຕັມໄປດ້ວຍເສດຂີ້ເຫຍື້ອ ແລະ ຖົງຢາງຈາກນ້ຳມືຂອງຄົນເຮົາທີ່ຍັງຂາດສະຕິ ແລະ ຄວາມເປັນເຈົ້າການໃນການຮັກ ສາຄວາມສະອາດຈົບງາມຂອງຕົວເມືອງ ໂດຍສະເພາະແມ່ນຂະບວນການນຳໃຊ້ຖົງຢາງບັນຈຸນ້ຳດຶກແກວ່ງໃສ່ກັນຈົນ ຂາວໄປທົ່ວຖະໜົນ ເບິ່ງແລ້ວບໍ່ຄ່ອຍຈະງົດງາມ…
