ບັນຫາດ້ານເສດຖະກິດ-ການເງິນ ທຸກພາກສ່ວນພວມເລັ່ງ ແຕ່ເໝືອນວ່າຍິ່ງເຄັ່ງໄປໜ້າ
ໂດຍ: ຜາຕຸງ ບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ເປັນສິ່ງທີ່ທຸກຄົນໃນສັງຄົມຕ້ອງຍອມຮັບວ່າມັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າແຕ່ເໜືອເຖິງໃຕ້ ແຕ່ພູຄດອຍລົງຮອດທົ່ງພຽງ ແຕ່ຍອດອູລົງຮອດລີ່ຜີ ລວມທັງກະທົບເຖິງການບໍລິຫານວຽກງານຕ່າງໆທັງພາກລັດ, ພາກເອກະຊົນ ຫົວໜ່ວຍທຸລະກິດຜູ້ປະກອບການດ້ານຕ່າງໆໄປຕາມໆກັນ ຕາມກົນໄກການຕະຫຼາດໂລກທີ່່ເປັນຢູ່ໃນປະຈຸບັນ ແລະ ມັນກາຍເປັນໂຈດບັ້ງໃຫຍ່ທີ່ທ້າທາຍ ລໍການແກ້ໄຂໃຫ້ຖືກຕ້ອງແລະລຸລ່ວງຜ່ານໄປດ້ວຍດີ ຂອງຄະນະລັດຖະບານໃນປະຈຸບັນເພື່ອເລັ່ງນຳພາແກ້ໄຂໃນຕໍ່ໜ້າໃຫ້ປະກົດເປັນຮູບປະທຳຫຼາຍຂື້ນ ແນໃສ່ການສ້າງຄວາມເຂັ້ມແຂງທາງດ້ານເສດຖະ…









