ເກົ້າອົດເກົ້າເຍື້ອນ ຕັ້ງເປົ້າໝາຍໃຫ້ ສປປ ລາວ ເປັນສູນກາງການຄ້າຄຳໃນພາກພື້ນອາຊີ

ໂດຍ: ທິດກໍ່າ ຕໍ່ຈາກບົດກ່ອນໜ້ານີ້້ ທິດກໍ່າໄດ້ຍົກເອົາຜົນງານຂອງພາກລັດທີ່ສຸມໃສ່ພັດທະນາປະເທດ ເພື່ອປະກາດຫລຸດພົ້ນຈາກປະເທດດ້ອຍພັດທະນາ, ມື້ນີ້ ຈະນຳເອົາອີກຜົນງານ ແລະ ເປົ້າໝາຍໜຶ່ງຂອງວຽກງານເສດຖະກິດຂອງລາວເຮົາມາເວົ້າ ໂດຍສະເພາະວຽກງານດ້ານແຮ່ທາດທີ່ມີມູນຄ່າສູງຢ່າງຄຳ ອັນເປັນຊັບສິນທີ່ຄົນທັງໂລກໃຝ່ຝັນຢາກໄດ້ມາຄອບຄອງ. ໃນ 5 ປີຕໍ່ໜ້າ ລາວຕັ້ງເປົ້າເປັນສູນກາງດ້ານການຄ້າຄໍາ ຈະເປັນປະເທດທີ່ລໍ້າໜ້າໃນການຫລອມວັດຖຸມີຄ່າໃນພາກພື້ນອາຊີ. ຄໍາຢືນຢັນນີ້ແມ່ນໄດ້ມາຈາກຄໍາເຫັນຂອງທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ທະນາຄານຄໍາລາວ…

ສົມທີ່ຄິດສຸດທີ່ອ່າວ ເມືອງລາວຍຸກໃໝ່ ກ້າວໄປສູ່ປະເທດກຳລັງພັດທະນາ

ສົມທີ່ຄິດສຸດທີ່ອ່າວ ເມືອງລາວຍຸກໃໝ່ ກ້າວໄປສູ່ປະເທດກຳລັງພັດທະນາ

ໂດຍ: ທິດກໍ່າ ນັບແຕ່ປີ 2025 ໄປຮອດປີ 2026 ສປປ ລາວເຮົາຈະມີຜົນສໍາເລັດ ແລະ ມີຜົນຮັບຈາກພາລະກິດສ້າງສາພັດທະນາປະເທດຊາດໃນຫລາຍດ້ານ. ໜຶ່ງໃນຜົນງານອັນຍິ່ງໃຫຍ່ທີ່ຈະມາເຖິງໃນປີ 2026 ກໍແມ່ນລາວເຮົາຈະໄດ້ອໍາລາຈາກສະຖານະພາບປະເທດດ້ອຍພັດທະນາໄປສູ່ປະເທດທີ່ມີທ່ວງທ່າການພັດທະນາຢ່າງເຕັມທີ່. ສ່ວນວ່າວັນເວລາການປະກາດຢ່າງເປັນທາງການນັ້ນກໍຍັງບໍ່ທັນຮູ້ວ່າແມ່ນກົງກັບວັນທີໃດເດືອນໃດ ແຕ່ກໍເຊື່ອແນ່ວ່າໃນປີ 2026 ລາວເຮົາຕ້ອງປະກາດລາອອກຈາກການເປັນປະເທດດ້ອຍພັດທະນາຢ່າງແນ່ນອນ. ອີງຕາມແຫລ່ງຂ່າວໃຫ້ຮູ້ວ່າ: ໃນວັນທີ 24…

ລະວັງເຫັດເບື່ອຈາກທຳມະຊາດ ເບິ່ງໃຫ້ລະອຽດແນ່ໃຈເສຍກ່ອນ ແລ້ວຈຶ່ງບໍລິໂພກ

ລະວັງເຫັດເບື່ອຈາກທຳມະຊາດ ເບິ່ງໃຫ້ລະອຽດແນ່ໃຈເສຍກ່ອນ ແລ້ວຈຶ່ງບໍລິໂພກ

ໂດຍ: ຜາຕຸງ ປະຊາຊົນລາວບັນດາເຜົ່າ ມີຊີວິດຕິດພັນກັບທຳມະຊາດມາແຕ່ໃດໆແລ້ວ ໂດຍອາໄສປ່າເປັນແຫຼ່ງສະໜອງອາຫານ, ແຫຼ່ງສະໜອງຢາປົວພະຍາດ ມັນອຸດົມສົມບູນໃນການດຳລົງຊີວິດ ເນື່ອງຈາກອາຫານທຳມະຊາດຈາກປ່າມີໃຫ້ກິນຕະຫຼອດປີຕາມລະດູການ ທັງແລ້ງແລະຝົນ, ອາຫານປ່ານານາຊະນິດເລີ່ມແຕກໜໍ່ຈໍ່ຈີຂຶ້ນມາ ທຳມະຊາດກັບມາມີຊີວິດຊີວາອີກເທື່ອໃໝ່ ພາຍຫຼັງປະເຊີນກັບຄວາມແຫ້ງແລ້ງ ຮ້ອນອົບເອົ້າມາເປັນເວລາເຄິ່ງປີ. ເຫດເປັນທີ່ຕ້ອງການ ແລະ ນິຍົມໃນການບໍລິໂພກຫຼາຍກໍ ເຊິ່ງມີຫຼາຍຊະນິດແຕກຕ່າງກັນທັງລົດຊາດ ແລະ ຄ່ານິຍົມເຊັ່ນ ເຫັດປວກ,…

ຄວາມສີວິໄລ  ຢ່າໃຫ້ເປັນພຽງພາບມາຍາຊ້ອນທັບຄວາມຫຍຸ້ງຍາກຂອງປະຊາຊົນ

ຄວາມສີວິໄລ  ຢ່າໃຫ້ເປັນພຽງພາບມາຍາຊ້ອນທັບຄວາມຫຍຸ້ງຍາກຂອງປະຊາຊົນ

ໂດຍ: ຜາຕຸງ ແຕ່ລະປີການສັນຈອນໄປມາຕາມທ້ອງຖະໜົນຫຼວງສາຍຕ່າງໆ ນັບທັງທາງບຸກເບີກໃໝ່ ທາງປູດິນແດງ ທາງປູຢາງ ລວມທັງທາງເບຕົງເສີມເຫຼັກ ກໍວ່າມີຄວາມຫຍຸ້ງຍາກຢູ່ແລ້ວ ຢາກນຳຂີ້ຝຸ່ນໃຫງ່ກຸ້ມ, ທາງເປັນບວກເປັນຂຸມນ້ອຍໃຫຍ່ ທາງຄັບແຄບ ແຕ່ພໍເມື່ອຮອດລະດູຝົນມາເທື່ອໃດຊ້ຳພັດຍິ່ງເຮັດໃຫ້ການສັນຈອນໄປມາຕາມເສັ້ນທາງຄົມມະນາຄົມທີ່ວ່າມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນພັດຍິ່ງເພີ່ມຄວາມຫຍຸ້ງຍາກຂຶ້ນຕື່ມອີກ ບໍ່ຈັກບວກ ຈັກຂຸມນ້ອຍໃຫຍ່ ບໍ່ຈັກວ່າຂີ້ຕົມ ບໍ່ຈັກວ່ານ້ຳຖ້ວມຂັງແລະອື່ນໆ ຍິ່ງເພີ່ມຄວາມຫຍຸ້ງຍາກຂຶ້ນກວ່າເກົ່າອີກຫຼາຍເທົ່າ​ ນັ້ນເວົ້າສະເພາະແຕ່ເສັ້ນທາງລົດລາບພາຫະນະອື່ນໆທົ່ວໄປ.​ ສ່ວນເສັ້ນທາງທີ່ແມ່ນຈຸດລອດທາງລົດໄຟເປັນບັນຫາທີ່ພວກເຮົາຢາກເວົ້າເຖິງ ແລະ​…

ລາຄາໄຟຟ້າແພງຂຶ້ນຕໍ່ເນື່ອງ ແຕ່ບັນຫາມີທຸກເດືອນ ສະເທືອນໃຈຜູ້ຊົມໃຊ້

ລາຄາໄຟຟ້າແພງຂຶ້ນຕໍ່ເນື່ອງ ແຕ່ບັນຫາມີທຸກເດືອນ ສະເທືອນໃຈຜູ້ຊົມໃຊ້

ໂດຍ: ຄຳພຸດ ພໍຮອດເດືອນສີ່ເດືອນຫ້າມາເທື່ອໃດ ສິ່ງທີ່ກາຍເປັນກະແສຟົດເດືອດເນືອງນັນກວ່າໝູ່ໃນສັງຄົມພວກເຮົາບໍ່ແມ່ນສຽງແມງອີແມງງ້ວງ ຫລື ສຽງຂຽດສຽງກົບຕາມທົ່ງນາ ແຕ່ເປັນສຽງຈົ່ມວ່າເລື່ອງຄ່າໄຟຟ້າທີ່ຕ້ອງໄດ້ເສຍເພີ່ມຂຶ້ນທົບເຄິ່ງ ຫລື ສອງທົບຕາມກຳລັງແຕ່ລະຄົວເຮືອນນັ້ນເປັນສຽງທີ່ກ້ອງກັງວານໄປທົ່ວສັງຄົມ. ສັງຄົມລາວໃນໄລຍະ 3-4 ປີມານີ້ ຫລັງສູ້ກັບໂຄວິດຈົນລອດຊີວິດມາໄດ້ແບບບໍ່ບັງເອີນ ແລ້ວຍັງຕ້ອງປະເຊີນບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າແພງ ກົງກັນຂ້າມກັບຄ່າແຮງທີ່ເບັ່ງເຕັມອັດແຕ່ຖືກຕັດຮອນ ແລ້ວຍັງຕ້ອງມາເຂາະຂ້ອນໃສ່ຄ່າຄອງຊີບແຕ່ລະວັນທີ່ແພງຂຶ້ນຢ່າງຕໍ່ເນື່ອງ ນັບວ່າເປັນສິ່ງທີ່ເຄືອງໃຈຜູ້ມີລາຍໄດ້ໜ້ອຍ ເພາະມີຄ່ານັ້ນຄ່ານີ້ມີຄອຍແບ່ງເງິນໃນກະເປົາໄປແຕ່ຄຸນນະພາບທີ່ໄດ້ມາບໍ່ເຕັມຮ້ອຍ…

ສ້າງ ແລະ ສົ່ງເສີມນັກພັດທະນາຍຸກໃໝ່ ເພື່ອຄວາມຈະເລີນສີວິໄລຂອງຊາດ

ສ້າງ ແລະ ສົ່ງເສີມນັກພັດທະນາຍຸກໃໝ່ ເພື່ອຄວາມຈະເລີນສີວິໄລຂອງຊາດ

ໂດຍ: ທິດກໍ່າ ໃນສະໄໝສົງຄາມຕໍ່ສູ້ກູ້ຊາດ ພວກເຮົາເຄີຍອອກຄໍາຂວັນປຸກລະດົມຄວາມຮັກຊາດ ແລະ ຄຽດແຄ້ນສັດຕູທີ່ເຂົ້າມາບຸກລຸກຮຸກຮານປະເທດເຮົາ ຜ່ານຂະບວນການຕໍ່ສູ້ອັນເດັດດ່ຽວໜຽວແໜ້ນຢ່າງຍືດເຍື້ອຍາວນານເປັນເວລາຫລາຍສິບປີ ໄດ້ມີພະນັກງານນັກຮົບເປັນຈໍານວນຫລາຍສິບຫລາຍຮ້ອຍຄົນ ກາຍເປັນວິລະຊົນແຫ່ງຊາດ, ເປັນນັກຮົບແຂ່ງຂັນ, ເປັນນັກຕໍ່ສູ້ຜູ້ດີເດັ່ນທີ່ບັນທຶກໄວ້ປຶ້ມປະຫວັດສາດຂອງຊາດ. ໃນຈໍານວນວິລະຊົນທີ່ຄົນລາວໄດ້ຈາລຶກຈົດຈໍາດີທີ່ສຸດອີກທ່ານໜຶ່ງກໍຄື ວິລະຊົນສີທອງ. ນອກຈາກນັ້ນ ກໍຍັງມີຜູ້ອື່ນໆທັງທ່ານຊາຍທ່ານຍິງຈໍານວນຫລວງຫລາຍໃນຍຸກສົງຄາມຕ້ານຈັກກະພັດຝຣັ່ງ ແລະ ອາເມລິກາ ເຊິ່ງປະຫວັດສາດໄດ້ຈາລຶກຄຸນງາມຄວາມດີຈົນມາຮອດທຸກວັນນີ້. ຈາກຜົນງານ ແລະ…

ຝົນຕົກແຮງເທື່ອໃດ ໜ້າໜັກໃຈຢ້ານນໍ້າຖ້ວມຂັງຕາມຫົນທາງ

ຝົນຕົກແຮງເທື່ອໃດ ໜ້າໜັກໃຈຢ້ານນໍ້າຖ້ວມຂັງຕາມຫົນທາງ

ໂດຍ: ຜາຕຸງ ຝົນຕົກລົງມາອ່າວແຮງ ແລະ ອ່າວດົນແດ່ເທື່ອໃດ ຜູ້ມີເຮືອນອາໄສຢູ່ແຄມທາງ ແລະ ບ່ອນຕໍ່າໃຈຫາຍໃຈຂວໍ້າ ເນື່ອງຈາກວ່ານ້ຳຖ້ວມຂັງຂາມສາຍທາງສັນຈອນຫຼາຍໆສາຍໃນຕົວເມືອງຄືພາບທີ່ມາຫຼອກຫຼອນ, ຜູ້ສັນຈອນໄປມາກໍໃຈສັ່ນວັບໆ ກຽມຮັບມືຍາມທຽວທາງ ທັງລົດໃຫຍ່ ແລະ ລົດຈັກ. ມັນບໍ່ແມ່ນພາບທີ່ສ້າງຈິນຕະນາການຂຶ້ນເອງ ແຕ່ພາບເຫຼົ່ານີ້ມັກປາກົດໃຫ້ເຫັນເລື້ອຍໆຕາມຖະໜົນສາຍຕ່າງໆໃນນະຄອນຫຼວງວຽງຈັນເມື່ອມີຝົນຕົກລົງມາອ່າວແຮງແດ່ ຈົນກາຍເປັນບັນຫາຊຳເຮື້ອ ທີ່ຍັງແກ້ບໍ່ໄດ້ມາຫຼາຍປີແລ້ວ   ເຊິ່ງປັດຈຸບັນພາກສ່ວນກ່ຽວຂ້ອງເລັ່ງບາງສ່ວນບາງຈຸດຢ່າງເປັນໄລຍະແລ້ວກໍຕາມ. ນີ້ກໍກ້າວເຂົ້າສູ່ເດືອນຫົກແຮມແລ້ວ…

ໂລບມາກ ມັກລາບຫາຍ ໃຈດີຫຼາຍມັກຖືກຫຼອກ ຫຼື ຖືກເອົາປຽບ

ໂລບມາກ ມັກລາບຫາຍ ໃຈດີຫຼາຍມັກຖືກຫຼອກ ຫຼື ຖືກເອົາປຽບ

ໂດຍ: ທິດດີ ຫາກຫຼາຍຄົນຕິດຕາມຂ່າວ ຈະເຫັນວ່າສື່ມວນຊົນລາວໄດ້ອອກມາເຕືອນເລື້ອຍໆເຖິງພວກມິດສາຊີບທັງຫຼາຍທີ່ຫາກິນບົນຢາດເຫື່ອ ແຮງງານ ແລະ ນ້ຳຕາຂອງຄົນອື່ນໃນທຸກຮູບແບບ ພົ້ນເດັ່ນກໍແມ່ນຜ່ານ ສື່ອອນລາຍ ຈົນເຖິງຂັ້ນທີ່ເພິ່ນໄດ້ລົງຮອດເບີໂທລະສັບຂອງພວກ ກຸ່ມແກ້ງມິດສາຊີບໃຊ້ດຳເນີນການຕົວະຕົ້ມຫຼອກລວງ ດ້ວຍວີການຕ່າງໆເຊັ່ນ: ໃບ້ຫວຍ, ໃຫ້ລາງວັນ, ຂາຍສິນຄ້າລາຄາຖືກ, ໄດ້ຮັບໂຊກ, ໄດ້ເຄື່ອງຂອງຈາກຕ່າງປະເທດ, ເປີດເປັນກູ້ໄພປອມເພື່ອຮັບບໍລິຈາກ ແລະ ອື່ນໆ…

ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ

ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ

ໂດຍ: ຜາຕຸງ ໄລຍະນີ້ ສະພາບອາກາດຮ້ອນອົບເອົ້າຫລາຍເຮັດໃຫ້ຫຼາຍໆຢ່າງ ມີການປ່ຽນແປງ ຍ່ອນຍານໄປຕາມສະພາບອາກາດທີ່ຮ້ອນຂຶ້ນ, ເກີດມີໄຟໄໝ້ຢູ່ຫຼາຍບ່ອນ, ຊຸມສາຍໄຟຟ້າ ສາຍໂທລະສັບເລີ່ມຢ່ອນຍານລົງຕ່ຳ ດັ່ງນັ້ນ ຈຶ່ງປາກົດເຫັນ ສາຍໄຟ ສາຍໂທລະສັບຢູ່ຕາມເສັ້ນທາງຫຼວງສາຍຕ່າງໆນັ້ນຍ່ອນຍານລົງ ບາງບ່ອນພັດຖືກລົດບັນທຸກສິນຄ້າທີ່ໃສ່ສູງເກີນໄປ ເກາະເອົາແລ້ວຂາດຕົກລົງໃສ່ຖະໜົນຫົນທາງເປັນການກີດຂວາງການສັນຈອນ ອາດພາໃຫ້ເກີດອຸປະຕິເຫດໄດ້ໂດຍງ່າຍ, ສາຍຢ່ອນຫ້ອຍລົງມາເຮັດໃຫ້ລົດເກີດອຸປະຕິເຫດ ເປັນອັນຕະລາຍຕໍ່ຊີວິດຊັບສິນຜູ້ສັນຈອນກໍຄືສັງຄົມ.. ເວົ້າເລື່ອງຊຸມສາຍຕ່າງທັງສາຍຕ່າງໆທັງສາຍໂທລະສັບ ແລະ…

6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ

6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ

ວັນທີ 9 ພຶດສະພາ 2025 ນີ້ ຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກແຈ້ງການ ເລື່ອງ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ. ໂດຍໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ມີສະຕິລະວັງຕົວ ແລະ ມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ ໂດຍສາມາດພິຈະລະນາປະຕິບັດຕາມຄໍາແນະນໍາ ດັ່ງລຸ່ມນີ້: 1. ຢ່າຫຼົງເຊື່ອການໂຄສະນາເກີນຈິງ…