ຊ່າງກ້າເຮັດ! ຄົນລາວສາມຄົນຖືກຈັບຢູ່ໄທ ຖານກໍ່ເຫດປຸ້ນຈີ້ຊີງຊັບຄົນຂັບແທັກຊີ

ສໍານັກຂ່າວ Ch7HD News ລາຍງານວ່າ: ວັນທີ 13 ຕຸລາ 2025 ເວລາປະມານ 19:00 ໂມງ ເຈົ້າໜ້າທີ່ຕໍາຫລວດໄທ ຈັບກຸມຕົວຊາຍໜຸ່ມ ຄົນລາວ 3 ຄົນ ກໍ່ເຫດປຸ້ນຈີ້ຊີງຊັບ ຄົນຂັບແທັກຊີທ້າວບຸນ ອາຍຸ 69 ປີ ຢູ່ໃນຮ່ອມຣາມຄຳແຫງ 44 ກຸງເທບ ປະເທດໄທ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັນກໍ່ເຫດປຸ້ນຊັບຄົນຂັບແທັກຊີແທ້, ຜູ້ກ່ຽວທັງສາມ ເດີນທາງເຂົ້າມາປະເທດໄທໄດ້ 10 ກວ່າມື້ແລ້ວ ແຕ່ຍັງຊອກວຽກບໍ່ໄດ້ ຈຶ່ງໄດ້ຮ່ວມກັນວາງແຜນຫາເງິນຈາກລົດແທັກຊີ. ຫລັງຈາກນັ້ນ, ກໍເອີ້ນລົດແທັກຊີ ໃຫ້ໄປສົ່ງຢູ່ຣາມຄໍາແຫງ 44 ແລະ ໃຫ້ຄົນຂັບພາລ້ຽວເຂົ້າໄປໃນຮ່ອມ ໄດ້ປະມານ 100 ແມັດ, ຈຶ່ງໄດ້ລັອກຄໍຄົນຂັບແທັກຊີ ແລ້ວປຸ້ນເອົາຊັບສິນ ໂທລະສັບ ແລະ ເງິນ ຈາກນັ້ນທັງສາມໄດ້ຕີຄົນຂັບແທັກຊີ ແລ້ວແລ່ນອອກມາຈາກຮ່ອມຊອຍຣາມຄຳແຫງ 42 ຂຶ້ນລົດແທັກຊີອີກຄັນ ກັບໄປຊອຍສຸຂຸມວິດ 16 ແລ້ວກັບເຂົ້າໄປໃນສວນເບນຈະສິຣິ. ສ່ວນເຄື່ອງຂອງທີ່ປຸ້ນມາໄດ້ ແມ່ນໄປຈຳນຳກັບຍິງຄົນໜຶ່ງ ໃນລາຄາ 800 ບາດ ເພື່ອນຳເງິນມາໃຊ້ຈ່າຍ.

ປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດ ໄດ້ຄວບຄຸມຕົວນໍາສົ່ງພະນັກງານສອບສວນ ສະຖານີຕຳຫລວດຫ້ວຍໝາກ ດຳເນີນຄະດີຕາມກົດໝາຍ.

ທີ່ມາ: Ch7HD News