“ປະຫວັດສາດໃໝ່ຂອງພາກພື້ນ” ທ່ານ ທຣໍາ ຮ່ວມລົງນາມຂໍ້ຕົກລົງຢຸດຍິງອິດສະລາແອນ-ກາຊາ ຮ່ວມກັບຜູ້ນໍາອີກ 3 ປະເທດ
ວັນທີ 14 ຕຸລາ 2025, ທ່ານ ໂດນັລ ທຣໍາ ຜູ້ນໍາອາເມລິກາ ຮ່ວມລົງນາມຂໍ້ຕົກລົງຢຸດຍິງສົງຄາມອິດສະລາແອນ-ກາຊາ ຮ່ວມກັບກາຕາ, ອີຢິບ ແລະ ຕວກກີ ຖືເປັນໄລຍະທໍາອິດຂອງຂໍ້ຕົກລົງສັນຕິພາບທີ່ຫວັງສ້າງການປ່ຽນແປງສະຖານະການຢູ່ພາກພື້ນ.
ທັງນີ້, ທ່ານ ທຣໍາ ຮ່ວມກັບຜູ້ນໍາ 3 ປະເທດໃນຕາເວັນອອກກາງ ໄດ້ແກ່ທ່ານ ຊີກ ທາມິມ ບິນ ຮາໝັດ ອັລ ທານີ ຜູ້ນໍາກາຕາ, ທ່ານ ເຣເຈບ ໄຕຍິບ ແອຣໂດອັນ ປະທານາທິບໍດີຕວກກີ ແລະ ທ່ານ ອັບເດລ ຟັດຕາ ເອລ-ຊີຊີ ຜູ້ນໍາອີຢິບ ຮ່ວມກັນລົງນາມໃນຂໍ້ຕົກລົງຢຸດຍິງສົງຄາມອິດສະລາແອນ-ກາຊາ ຢູ່ເມືອງຊາມເອລຊີກ ປະເທດອີຢິບ ໂດຍມີຜູ້ນໍາໂລກອີກ 20 ທ່ານ ເປັນສັກຂີພະຍານຄັ້ງນີ້.
ຖືວ່າກອງປະຊຸມສຸດຍອດດັ່ງກ່າວເກີດຂຶ້ນ ຫລັງຈາກແຜນສັນຕິພາບໄລຍະທໍາອິດຂອງທ່ານ ທຣໍາ ສໍາເລັດໃນວັນທີ 13 ຕຸລາຜ່ານມາ ເຊິ່ງປະກອບມີການປ່ອຍຕົວປະກັນອິດສະລາແອນກັບປາແລັສຕິນ ລວມທັງຢຸດການສູ້ຮົບຢູ່ເຂດກາຊາ. ຂະນະທີ່ແຜນໄລຍະສອງ ຄືການກໍານົດທິດທາງການປົກຄອງກາຊາ, ການຈັດຕັ້ງກອງກໍາລັງຮັກສາສັນຕິພາບ ແລະ ການຕັ້ງລັດປາແລັສຕິນຍັງບໍ່ໄດ້ຜ່ານການເຈລະຈາຫາລືຢ່າງໃດ.
ທ່ານ ທຣໍາ ກ່າວວ່າ: ທຸກຄົນມີຄວາມສຸກຕໍ່ເຫດການຄັ້ງນີ້ ແລະ ໃນບັນດາຂໍ້ຕົກລົງຢຸດຍິງໃນກອງປະຊຸມສຸດຍອດຄັ້ງນີ້ ຄືພາລະກິດຂອງຜູ້ນໍາພາກພື້ນຄືອາເມລິກາ ແລະ 3 ປະເທດຄົນກາງ ທີ່ຈະຮ່ວມ “ຮັກສາສັນຕິພາບ” ຂອງຕາເວັນອອກກາງຢ່າງຍືນຍົງ ໂດຍໜຶ່ງໃນນັ້ນ ຄືການຕັ້ງ “ບອດສັນຕິພາບ” (Board of Peace) ສ່ວນໜຶ່ງຂອງແຜນສັນຕິພາບ 20 ຂໍ້ຂອງທ່ານ ທຣໍາ ໂດຍຜູ້ນໍາອາເມລິກາເປີດເຜີຍວ່າ: ຕ້ອງການໃຫ້ມີຊື່ຂອງທ່ານ ເອລ-ຊີຊີ ຢູ່ໃນຄະນະກໍາມະການນໍາ.
ເຖິງຢ່າງໃດກໍຕາມ, ທ່ານ ທຣໍາ ປະຕິເສດຈະຕອບຄໍາຖາມສື່ມວນຊົນວ່າ: ອາເມລິກາຈະສະໜັບສະໜູນການຮັບຮອງລັດປາແລັສຕິນ ຫລື ບໍ່ ແລະ ເນັ້ນວ່າ: ທ່ານຍັງບໍ່ໄດ້ສະແດງຄວາມຄິດເຫັນ ຫລື ສະໜັບສະໜູນແນວຄິດລັດໃດລັດໜຶ່ງ ຖ້າແຕ່ກໍາລັງວາງແຜນສ້າງກາຊາຂຶ້ນມາໃໝ່.
ກ່ອນໜ້ານີ້, ທ່ານ ທຣໍາ ໄດ້ຢ້ຽມຢາມລັດຖະສະພາອິດສະລາແອນ ໂດຍກ່າວສູນທອນພົດວ່າ: ຝັນຮ້າຍອັນຍາວນານ ແລະ ເຈັບປວດ ໄດ້ສິ້ນສຸດສໍາລັບຊາວອິດສະລາແອນ ແລະ ປາແລັສຕິນແລ້ວ. ພ້ອມເນັ້ນວ່າ: ເປົ້າໝາຍຕໍ່ໄປຂອງການສ້າງສັນຕິພາບ ຄືການຢຸດສົງຄາມຣັດເຊຍ-ອູແກຣນ.
ອ້າງອີງ:
- https://www.aljazeera.com/news/liveblog/2025/10/14/live-trump-signs-gaza-ceasefire-deal-with-leaders-of-qatar-egypt-turkiye
- https://edition.cnn.com/2025/10/13/middleeast/released-israeli-hostages-peace-summit-intl
- https://edition.cnn.com/world/live-news/israel-hamas-gaza-hostages-ceasefire-10-13-25
- https://www.bbc.com/news/articles/c709jxxrrvlo
- https://www.aljazeera.com/news/2025/10/13/joint-egypt-qatar-turkiye-us-statement-on-gaza-the-full-text
- https://www.bbc.com/news/articles/c740jx07vz0o

