ປີໃໝ່ສ້າງຜົນງານໃໝ່ໃຫ້ໄດ້ຫລາຍກວ່າເກົ່າ
ໂດຍ: ທິດກໍ່າ ປີເກົ່າ ພສ 2567 ໄດ້ຜ່ານພົ້ນໄປ ປີໃໝ່ ພສ 2568 ໄດ້ກ້າວເຂົ້າມາແທນທີ່. ສະເພາະປີ ພສ 2568 ຕາມໂຫຣາສາດໄດ້ກ່າວໄວ້ໃນປະຕິທິນວ່າ: ເປັນປີທີ່ອຸດົມສົມບູນໄປດ້ວຍໂພຊະນາອາຫານ, ຜູ້ຜະລິດເຂົ້າໄຮ່ເຂົ້ານາ ທັງນາລຸບນາໂນນກໍຈະປະສົບຜົນສໍາເລັດດ້ວຍກັນທຸກທົ່ວໜ້າ, ຜົນຜະຫລາໝາກໄມ້ນາໆຊະນິດກໍຈະອຸດົມສົມບູນ. ສ່ວນໃນເລື່ອງຟ້າຝົນນັ້ນກໍຈະຕົກສະໝໍ່າສະເໝີພຽງພໍ ທັງບ່ອນຕໍ່າ…










