ຕໍາຫລວດ ສ.ເກົາຫລີ ກຽມຈັດຕັ້ງໜ່ວຍງານພິເສດຢູ່ກໍາປູເຈຍ ເພື່ອແກ້ໄຂບັນຫາອາດຊະຍາກອນຈາກແກ້ງສະແກມເມີ
ຕໍາຫລວດ ສ.ເກົາຫລີ ກຽມຈັດຕັ້ງໜ່ວຍພິເສດ ຫລື Korean Desk ຢູ່ກໍາປູເຈຍ ເພື່ອແກ້ໄຂບັນຫາອາດຊະຍາກໍາຈາກແກ້ງສະແກມເມີທີ່ເພີ່ມສູງຂຶ້ນ ໂດຍທ່າທີດັ່ງກ່າວມີຂຶ້ນ ຫລັງຈາກມີນັກສຶກສາຊາວ ສ.ເກົາຫລີ ເສຍຊີວິດຫລັງຈາກເດີນທາງໄປທ່ອງທ່ຽວຢູ່ກໍາປູເຈຍ. ມີລາຍງານອ້າງວ່າ: ນັກສຶກສາຄົນດັ່ງກ່າວຖືກລັກພາຕົວ ແລະ ຖືກທໍລະມານຈົນເສຍຊີວິດໃນທີ່ສຸດ ສົ່ງຜົນເຮັດໃຫ້ຄວາມເຄັ່ງຕຶງທາງການທູດລະຫວ່າງທັງສອງປະເທດທະວີຄວາມຮຸນແຮງຂຶ້ນ.
ຕາມລາຍງານຂອງສໍານັກງານຕໍາຫລວດແຫ່ງຊາດ (National Police Agency) ການຮ່ວມມືໃນການຮັບມືກັບອາດຊະຍາກໍາດັ່ງກ່າວຈະເປັນວາລະສໍາຄັນລະຫວ່າງກອງປະຊຸມທະວີພາຄີລະຫວ່າງຫົວໜ້າໜ່ວຍງານຕໍາຫລວດທັງສອງປະເທດ ໃນລະຫວ່າງກອງປະຊຸມສຸດຍອດຕໍາຫລວດນາໆຊາດ 2025 (International Police Summit 2025) ທີ່ຈະຈັດຂຶ້ນຢູ່ນະຄອນຫລວງເຊອຸນ ໃນວັນທີ 20-23 ຕຸລານີ້. ພ້ອມຄາດວ່າ: ຈະຮ່ວມລົງນາມບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງ Korean Desk ແລະ ສົ່ງເຈົ້າໜ້າທີ່ຕໍາຫລວດ ສ.ເກົາຫລີ ໄປກໍາປູເຈຍ ເພື່ອປົກປ້ອງຊີວິດ ແລະ ຄວາມປອດໄພຂອງພົນລະເມືອງ.
Korean Desk ໝາຍເຖິງ: ເຈົ້າໜ້າທີ່ຕໍາຫລວດເກົາຫລີທີ່ປະຈໍາການຢູ່ພາຍໃນໜ່ວຍງານບັງຄັບໃຊ້ກົດໝາຍຂອງຕ່າງປະເທດ ເພື່ອແກ້ໄຂອາດຊະຍາກໍາທີ່ກ່ຽວຂ້ອງກັບພົນລະເມືອງເກົາຫລີ ໂດຍ Korean Desk ແຫ່ງທໍາອິດສ້າງຕັ້ງຂຶ້ນຢູ່ຟີລິບປິນໃນປີ 2012.
ສ.ເກົາຫລີ ໄດ້ປະກາດແຜນຈະດໍາເນີນການສັນນະສູດກັບທາງການກໍາປູເຈຍ ໃນຄະດີນັກສຶກສາຊາວເກົາຫລີທີ່ຖືກລັກພາຕົວ ແລະ ຖືກກ່າວຫາວ່າຖືກທໍລະມານຈົນເສຍຊີວິດ. ໃນການກວດສອບເບື້ອງຕົ້ນ ຕໍາຫລວດກໍາປູເຈຍລະບຸສາເຫດການເສຍຊີວິດວ່າ: ເກີດຈາກອາການຫົວໃຈຢຸດເຕັ້ນຈາກຄວາມເຈັບປວດຮຸນແຮງ ເນື່ອງຈາກການທໍລະມານ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຕໍາຫລວດໃຫ້ສໍາພາດຕໍ່ສໍານັກຂ່າວ Yonhap ວ່າ: ສາເຫດການເສຍຊີວິດບໍ່ສາມາດຢືນຢັນໄດ້ຈາກການກວດສອບເບື້ອງຕົ້ນຢ່າງພຽງດຽວ. ພ້ອມລະບຸວ່າ: ຜູ້ສອບສວນວາງແຜນຈະອອກເດີນທາງເມື່ອມີການສະຫລຸບຕາຕະລາງເວລາກັບທາງການກໍາປູເຈຍແລ້ວ ໂດຍເຫຍື່ອເປັນນັກສຶກສາອາຍຸ 22 ປີ ຈາກເຢຊອນ ແຂວງຄາຢອງຊັງເໜືອ ຖືກພົບເສຍຊີວິດຢູ່ກໍາປູເຈຍໃນເດືອນສິງຫາຜ່ານມາ ເຊິ່ງເປັນ 2 ອາທິດຫລັງຈາກເດີນທາງເຂົ້າກໍາປູເຈຍ ເພື່ອພັກຜ່ອນຊ່ວງລະດູຮ້ອນໃນວັນທີ 17 ກໍລະກົດ.
ໜຶ່ງອາທິດຫລັງຈາກນັກສຶກສາຄົນດັ່ງກ່າວ ເດີນທາງໄປກໍາປູເຈຍ ຄອບຄົວໄດ້ຮັບໂທລະສັບຈາກບຸກຄົນທີ່ເອີ້ນຄ່າໄຖ່ເປັນຈໍານວນ 50 ລ້ານວອນ (38,500 ໂດລາ) ແລະ ອ້າງວ່ານັກສຶກສາຄົນດັ່ງກ່າວ “ໄດ້ສ້າງບັນຫາ”, ແຕ່ການສື່ສານຖືກຕັດຂາດຫລັງຈາກຜ່ານໄປສອງສາມວັນ ແລະ ນັກສຶກສາຄົນດັ່ງກ່າວຖືກພົບເສຍຊີວິດປະມານ 2 ອາທິດຕໍ່ມາ ໂດຍມີລາຍງານວ່າພະຍານທີ່ຖືກກັກຂັງໃນຈຸດດຽວກັນອ້າງວ່າ ນັກສຶກສາຜູ້ເສຍຊີວິດຖືກທໍາຮ້າຍຢ່າງຮຸນແຮງຈົນບໍ່ສາມາດຍ່າງ ຫລື ຫາຍໃຈໄດ້ ແລະ ເສຍຊີວິດໃນເວລານໍາສົ່ງໂຮງໝໍ.
ເຫດການນີ້ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ ທ່າມກາງການເພີ່ມຂຶ້ນຢ່າງວ່ອງໄວຂອງອາດຊະຍາກໍາທີ່ມຸ້ງເປົ້າໃສ່ຊາວ ສ.ເກົາຫລີ ຢູ່ກໍາປູເຈຍ. ຕາມຂໍ້ມູນຈາກກະຊວງການຕ່າງປະເທດຂອງ ສ.ເກົາຫລີ ທີ່ຍື່ນຕໍ່ ສ.ສ ພັກ ຊັນແດ ຈາກພັກ Democratic Party of Korea ເຊິ່ງເປັນພັກລັດຖະບານ ຈໍານວນຄະດີລັກພາຕົວຊາວເກົາຫລີທີ່ລາຍງານຢູ່ກໍາປູເຈຍມີເຖິງ 330 ຄະດີ ລະຫວ່າງເດືອນມັງກອນຫາເດືອນສິງຫາປີນີ້ ເຊິ່ງເພີ່ມຂຶ້ນຈາກ 221 ຄະດີໃນປີ 2024, 21 ຄະດີໃນປີ 2023, 11 ຄະດີໃນປີ 2022 ແລະ ພຽງ 4 ຄະດີໃນປີ 2021.
ອ້າງອີງ:
- https://www.koreatimes.co.kr/foreignaffairs/20251012/police-to-set-up-special-unit-in-cambodia-amid-rising-crimes-against-koreans
- https://www.koreatimes.co.kr/foreignaffairs/20251010/s-korea-summons-cambodian-ambassador-over-job-scam-concerns-upgrades-travel-advisory-for-phnom-penh
- https://www.straitstimes.com/asia/east-asia/lee-vows-diplomatic-action-after-death-of-22-year-old-south-korean-in-cambodia-sparks-safety-fears

