ສົມທີ່ຄິດສຸດທີ່ອ່າວ ເມືອງລາວຍຸກໃໝ່ ກ້າວໄປສູ່ປະເທດກຳລັງພັດທະນາ

ໂດຍ: ທິດກໍ່າ
ນັບແຕ່ປີ 2025 ໄປຮອດປີ 2026 ສປປ ລາວເຮົາຈະມີຜົນສໍາເລັດ ແລະ ມີຜົນຮັບຈາກພາລະກິດສ້າງສາພັດທະນາປະເທດຊາດໃນຫລາຍດ້ານ. ໜຶ່ງໃນຜົນງານອັນຍິ່ງໃຫຍ່ທີ່ຈະມາເຖິງໃນປີ 2026 ກໍແມ່ນລາວເຮົາຈະໄດ້ອໍາລາຈາກສະຖານະພາບປະເທດດ້ອຍພັດທະນາໄປສູ່ປະເທດທີ່ມີທ່ວງທ່າການພັດທະນາຢ່າງເຕັມທີ່. ສ່ວນວ່າວັນເວລາການປະກາດຢ່າງເປັນທາງການນັ້ນກໍຍັງບໍ່ທັນຮູ້ວ່າແມ່ນກົງກັບວັນທີໃດເດືອນໃດ ແຕ່ກໍເຊື່ອແນ່ວ່າໃນປີ 2026 ລາວເຮົາຕ້ອງປະກາດລາອອກຈາກການເປັນປະເທດດ້ອຍພັດທະນາຢ່າງແນ່ນອນ.
ອີງຕາມແຫລ່ງຂ່າວໃຫ້ຮູ້ວ່າ: ໃນວັນທີ 24 ເມສາ 2025 ຜ່ານມາ, ທາງກະຊວງຕ່າງປະເທດໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງອົງການສະຫະປະຊາຊາດສໍາລັບປະເທດດ້ອຍພັດທະນາ ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານນາງ ອາຣັບຟາຕີມາ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ, ຜູ້ຕາງໜ້າລະດັບສູງຂອງອົງການສະຫະປະຊາຊາດສໍາລັບປະເທດດ້ອຍພັດທະນາ-ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ, ມີຜູ້ຕາງໜ້າຈາກກະຊວງຂະແໜງການຂອງລັດ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດປະຈໍາ ສປປ ລາວ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026.
ໃນວາລະກອງປະຊຸມ, ນອກຈາກຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນຕໍ່ບົດນໍາສະເໜີກ່ຽວກັບຄວາມຄືບໜ້າ ແລະ ຮ່າງບົດປະເມີນຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ແລ້ວ ຍັງໄດ້ຮັບຟັງຄໍາຄິດເຫັນຂອງທ່ານຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດກ່ຽວກັບວຽກງານການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026.
ຢ່າງໃດກໍດີ, ໃນຄວາມເປັນຈິງແລ້ວ ສໍາລັບການປະເມີນຂອງຄະນະກໍາມະການເພື່ອນະໂຍບາຍການພັດທະນາຂອງອົງການສະຫະປະຊາຊາດປີ 2018 ສປປ ລາວເຮົາ ສາມາດຜ່ານເກນມາດຕະຖານການປະເມີນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ 2 ໃນ 3 ເງື່ອນໄຂໄດ້ເປັນເທື່ອທໍາອິດຈົນມາຮອດປີ 2024 ຈຶ່ງສາມາດຜ່ານທັງ 3 ເງື່ອນໄຂ ເຊິ່ງມີຄວາມພ້ອມໃນການອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງຂອງ ສປປ ລາວ. ນີ້ຄືໝາກຜົນອັນຍິ່ງໃຫຍ່ທີ່ບໍ່ທັນເຄີຍມີມາໃນປະຫວັດສາດຂອງຊາດລາວໃນຫລາຍໆຮ້ອຍປີຜ່ານມາ.
ຕະຫລອດໄລຍະ 50 ປີ ແຫ່ງການສ້າງຕັ້ງ ສປປ ລາວ ດ້ວຍຄວາມມານະພາບຂອງພັກ ແລະ ລັດຖະບານໄດ້ວາງແນວທາງສ້າງເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງຍຸກສະໄໝ. ຕໍ່ໝາກຜົນອັນໃຫຍ່ຫລວງນີ້ ເປັນສັນຍາລັກພິສູດໃຫ້ເຫັນວ່າ ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານໃນຍຸກປັດຈຸບັນ ປະເທດຊາດໄດ້ມີການປ່ຽນແປງ ແລ ພັດທະນາໄປຢ່າງບໍ່ຢຸດຢັ້ງ.
ນອກຈາກມິຕິໃໝ່ທີ່ໄດ້ກ່າວມານີ້ແລ້ວ ໃນຊ່ວງປີ 2025 ຫາ 2026 ລາວເຮົາຍັງຈະໄດ້ຮັບໝາກຜົນຫລາຍດ້ານໃນພາລະກິດສ້າງສາພັດທະນາປະເທດຊາດ. ດັ່ງຄໍາພັງເພີຍໃນພື້ນແຜ່ນຕໍານານໄດ້ກ່າວໄວ້ວ່າ: ໃຜວ່າເມືອງລາວເສົ້າ ເຊົາເດີ້ຢ່າຟ້າວວ່າ ມັນສິໂປ້ບາດຫລ້າໝາກແຕງຊ້າງໜ່ວຍປາຍ.

