ໂລບມາກ ມັກລາບຫາຍ ໃຈດີຫຼາຍມັກຖືກຫຼອກ ຫຼື ຖືກເອົາປຽບ

ໂດຍ: ທິດດີ

ຫາກຫຼາຍຄົນຕິດຕາມຂ່າວ ຈະເຫັນວ່າສື່ມວນຊົນລາວໄດ້ອອກມາເຕືອນເລື້ອຍໆເຖິງພວກມິດສາຊີບທັງຫຼາຍທີ່ຫາກິນບົນຢາດເຫື່ອ ແຮງງານ ແລະ ນ້ຳຕາຂອງຄົນອື່ນໃນທຸກຮູບແບບ ພົ້ນເດັ່ນກໍແມ່ນຜ່ານ ສື່ອອນລາຍ ຈົນເຖິງຂັ້ນທີ່ເພິ່ນໄດ້ລົງຮອດເບີໂທລະສັບຂອງພວກ ກຸ່ມແກ້ງມິດສາຊີບໃຊ້ດຳເນີນການຕົວະຕົ້ມຫຼອກລວງ ດ້ວຍວີການຕ່າງໆເຊັ່ນ: ໃບ້ຫວຍ, ໃຫ້ລາງວັນ, ຂາຍສິນຄ້າລາຄາຖືກ, ໄດ້ຮັບໂຊກ, ໄດ້ເຄື່ອງຂອງຈາກຕ່າງປະເທດ, ເປີດເປັນກູ້ໄພປອມເພື່ອຮັບບໍລິຈາກ ແລະ ອື່ນໆ ອີກຢ່າງຫຼວງຫຼາຍຂະບວນການ ທັງໝົດນັ້ນລ້ວນແຕ່ແມ່ນມິດສາຊີບ ປະກອບການຫາລ້ຽງຊີວິດໃນທາງບໍ່ຖືກຕ້ອງ ອາໄສຄວາມໃຈດີ ແລະ ຄວາມໂລບຂອງຄົນອື່ນມາເປັນເຄື່ອງມືຫາກິນ.

ບໍ່ແມ່ນແຕ່ກຸ່ມແກ້ງມິດສາຊີບທໍ່ນັ້ນ ການບໍລິຈາກດຽວນີ້ຫຼາຍພວກ ຫາກິນນຳໜ່ວຍກູ້ໄພ, ພວກ Youtuber,  Tiktok ກໍມີຫຼາຍ, ຕ້ອງຍອມຮັບວ່າຄົນຊູ່ມື້ນີ້ບໍ່ຢ້ານບາບ ຫາກິນທຸກຮູບແບບ ລວມເຖິງການເລາະປ່າວປະກາດໃຫ້ຄົນບໍລິຈາກຜ່ານສື່ ອອນລາຍ ໂດຍແອບອ້າງການສ້າງບຸນກຸສົນບັງໜ້າ, ສ້າງສາຍບຸນ ແລ້ວນຳເອົາເງິນທີ່ໄດ້ຮັບນັ້ນໄປໃຊ້ຈ່າຍ ບໍ່ຖືກຈຸດປະສົງ, ມີຂ່າວວ່າ: ເຈົ້າສັດທາບາງລາຍຈົນລໍ້າລວຍຍ້ອນການກະທຳດັ່ງກ່າວນີ້ກໍມີ.

ເລື່ອງທີ່ຍົກຂຶ້ນມານີ້ເບິ່ງຄືວ່າເປັນເລື່ອງມະຍິກມະຍ່ອຍ ເລື່ອງເລັກໆນ້ອຍໆ ແຕ່ໃນຄວາມເປັນຈິງ ມັນມາແຮງຫຼາຍຢູ່ບ້ານເຮົາດຽວນີ້ ມັນແກ່ດຶງສັງຄົມເຂົ້າສູ່ ການເຊື່ອຖືແບບງົມງວາຍໂງຫົວບໍ່ຂຶ້ນ, ນັບມື້ນັບແພ່ລາມກວ້າງອອກໄປໃນທຸກຊັ້ນຄົນ. ເວົ້າແນວນີ້ກໍບໍ່ໄດ້ໝາຍຄວາມວ່າບໍ່ມີການກວດກາ ກ່າວຟ້ອງລົງໂທດລົງທັນເນີ່ ມັນກໍຫາກມີຢູ່ແຕ່ບໍ່ທ່ວງທັນ ແລະ ເຂັ້ມງວດປານໃດ, ຊາມຊິຮູ້ກຸ່ມແກ້ງດັ່ງກ່າວ ເຂົາກໍສະເຫວີຍສຸກ ບົນນ້ຳຕາຂອງຜູ້ເຄາະຮ້າຍທັງຫຼາຍແລ້ວ.

ເຖິງແມ່ນວ່າສັງຄົມອອນລາຍ ຫຼື ສື່ທາງການ ແລະ ພາກສ່ວນກ່ຽວຂ້ອງໄດ້ອອກມາເຕືອນຢູ່ເປັນປະຈຳ ແຕ່ພຶດຕິກຳຂອງກຸ່ມຄົນບໍ່ດີ ຍັງມີໃຫ້ເຫັນຢູ່ເລື້້ອຍມາ ແລະ ທີ່ໜ້າງຶດນັ້ນກໍຄືຍັງມີຄົນຫຼົງເຊື່ອ ໂອນບໍລິຈາກ ຫຼື ຢາກໄດ້ໃນສິ່ງທີ່ເຂົາຕົວຍົວລໍ້ລວງ ບາງຄົນໝົດເງິນຄຳໄປຫຼາຍ, ເສຍໄປເທື່ອແລ້ວເທື່ອເລົ່າກໍບໍ່ຫຼາບບໍ່ຈື່ເປັນ.

ສິ່ງທີ່ທິດດີຢາກເວົ້າກໍຄື ພວກເຮົາຕ້ອງມີສະຕິລະມັດລະວັງ ຕ້ອງຈຳແນກໃຫ້ໄດ້ເຖິງທີ່ມາທີ່ໄປຂອງເຫດການນັ້ນ, ກ່ອນບໍລິຈາກຕ້ອງຊອກຮູ້ຂໍ້ມູນຄັກແນ່ເສຍກ່ອນ, ການເຮັດບຸນສິນກິນທານກໍເຊັ່ນກັນ ຕ້ອງເຂົ້າໃຈວ່າການເຮັດບຸນສິນກິນທານນັ້ນແມ່ນ ເຮັດຕາມສັດທາ ແລະ ກຳລັງຊັບຂອງຕົນ ບໍ່ແມ່ນການຕໍ່ຍອດ ເພື່ອໃຫ້ໄດ້ບຸນຫຼາຍຂຶ້ນຄືດັ່ງຄຳກ່າວອ້າງດອກ ເພາະສັງຄົມດຽວນີ້ຕ້ອງເຂົ້າໃຈວ່າມັນມີ ພຶດຕິກຳທີ່ໂຫດຮ້າຍຫຼາຍ ຈິດໃຈຄົນຕໍ່າຊາມ ເຫັນແກ່ຜົນປະໂຫຍດສ່ວນຕົວ, ພວກພວກ ແລະ ວົງວານພີ່ນ້ອງ ກວ່າຜົນປະໂຫຍດສ່ວນລວມ ເຮັດເພື່ອສັງຄົມມີໜ້ອຍ, ຕັ້ງສະຕິກ່ອນຈະເຮັດ ກິດຈະກຳໃດໜຶ່ງລົງໄປ ໂດຍສະເພາະເລື່ອງກ່ຽວກັບ ການລົງທຶນຄ້າຂາຍຫງາຍມື, ການບໍລິຈາກທານ, ການເຮັດບຸນສິນກິນທານເຫຼົ່ານີ້ເປັນຕົ້ນ ຫາກເຮົາມີສະຕິດີແລ້ວ ກໍຈະບໍ່ຕົກເປັນເຫຍື່ອຂອງພວກມິດສາຊີບຕໍ່ໄປ.