ສະພາແຫ່ງຊາດເຫັນວ່າ ລັດຖະບານຕ້ອງໄດ້ປັບປຸງແກ້ໄຂ ບັນຫາສຳຄັນໃນການພັດທະນາພະລັງງານໄຟຟ້າ

ໂດຍ:ຜາຕຸງ
ວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຫາກໍຜ່ານໄປໄດ້ 4 ວັນ ແຕ່ປະເດັນຕ່າງໆທີ່ ສສຊ ໄດ້ມີການຊັກຖາມ ແລະ ສະພາແຫ່ງຊາດມີຄຳເຫັນວ່າການຈັດຕັ້ງປະຕິບັດບາງວຽກງານຂອງພາກລັດເຖິງແມ່ນວ່າມີຜົນສຳເລັດຫລາຍດ້ານ ແຕ່ຍັງມີຫລາຍບັນຫາທີ່ຍັງຄົງຄ້າງເຊັ່ນກັນ ຈຶ່ງໄດ້ມີການສະເໜີໃຫ້ລັດຖະບານແກ້ໄຂ ໂດຍສະເພາະການຄຸ້ມຄອງ ແລະ ການ ພັດທະນາພະລັງງານໄຟຟ້າ.
ທ່ານນາງ ປິ່ງຄໍາ ລາຊະສີມມາ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ກ່າວວ່າ: ຜ່ານການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດ ໂດຍການປະສານສົມທົບກັບສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເຫັນວ່າ ການຄຸ້ມຄອງ ແລະ ການ ພັດທະນາພະລັງງານໄຟຟ້າ ຍັງມີຫຼາຍບັນຫາ ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານພັດທະນາພະລັງ ງານໄຟຟ້າ ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ, ຄະນະປະຈໍາສະພາແຫ່ງຊາດໄດ້ມີ 10 ຄຳເຫັນໃຫ້ລັດຖະບານຄົ້ນຄວ້າແກ້ໄຂ ເປັນຕົ້ນແມ່ນ
ສະເໜີໃຫ້ກວດກາຄືນ ບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ ທີ່ໄດ້ເຊັນສັນຍາສໍາປະທານ ກັບລັດຖະບານ, ໂຄງການທີ່ຢູ່ໃນຂັ້ນຕອນການຂໍອະນຸມັດເຊັນສັນຍາສໍາປະທານ ແລະ ເນື້ອໃນສັນຍາສໍາປະທານໂຄງການ ຕ້ອງກໍານົດໃຫ້ລະອຽດຈະແຈ້ງ ເຖິງການແບ່ງຄວາມຮັບຜິດຊອບ ຂອງສູນກາງ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມ ຂອງຂະແໜງການຟື້ນທີ່ກ່ຽວຂ້ອງ; ປະເມີນຜົນການຈັດຕັ້ງປະຕິບັດ ສັນຍາສໍາປະທານ ແລະ ເອກະສານຊ້ອນທ້າຍໂຄງການ ທີ່ພົວ ພັນກັບການຊົດເຊີຍທົດແທນຄ່າເສຍຫາຍ, ການຟື້ນຟູປ່າ, ການປູກໄມ້ທົດແທນ, ການຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ ເພື່ອຮັບ ປະກັນເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ; ປະຕິບັດມາດຕະ ການເດັດຂາດຕໍ່ໂຄງການລົງທຶນທີ່ໄດ້ຮັບອະນຸຍາດ ແຕ່ບໍ່ມີການພັດທະ ນາໂຄງການ, ໂຄງການທີ່ດໍາເນີນງານ ບໍ່ຖືກຕ້ອງ ຕາມກົດໝາຍ ແລະບຽບການ; ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນການມອບເງິນພັນທະຕ່າງໆ ຂອງ ຜູ້ພັດທະນາໂຄງການ ໂດຍໃຫ້ສອດຄ່ອງກັບກົດໝາຍ, ສັນຍາສໍາປະທານ, ເອກະສານຊ້ອນທ້າຍຂອງໂຄງການ; ຫຼຸດຜ່ອນການສະເໜີຂໍຍົກເວັ້ນແລະ ຜ່ອນຜັນ ການປະຕິບັດບາງເນື້ອໃນບາງມາດຕາຂອງກົດໝາຍທີ່ພົວພັນກັບການປະຕິບັດພັນທະດ້ານພາສີອາ ກອນ; ເພື່ອເພີ່ມລາຍຮັບເຂົ້າງົບປະມານຂອງລັດ ຄົ້ນຄວ້າປັບ ປຸງ ແລະ ກໍານົດອັດຕາອາກອນກໍາໄລ ຈາກໂຄງການໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານໄຟຟ້າຟື້ນ ໃຫ້ແທດເໝາະກັບໄລຍະເວລາການດໍາເນີນງານຂອງໂຄງການ (ຜ່ານມາ ແມ່ນ 7% ຕາມກົດໝາຍອາກອນລາຍໄດ້ ທີ່ນໍາໃຊ້ໃນປັດຈຸບັນ).
ນອກນນີ້ ການພັດທະນາພະລັງງານໄຟຟ້າ ຕ້ອງເລັ່ງໃສ່ຮັບປະກັນການສະໜອງໄຟຟ້າໃຫ້ສອດຄ່ອງກັບ ຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ກໍຄືຮັບປະກັນການຕອບສະໜອງຄວາມຕ້ອງການ ຂອງປະຊາຊົນ ແລະ ການວາງແຜນການພັດທະນາພະລັງງານໄຟຟ້າ ຕ້ອງໃຫ້ສົມຄູ່, ສອດຄ່ອງ ແລະ ໄປ ຄຽງຄູ່ກັບການພັດທະນາຂະແໜງການຟື້ນທີ່ກ່ຽວຂ້ອງ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມແຕ່ຫົວທີ ເພື່ອຮັບປະກັນຜົນປະໂຫຍດລວມຮ່ວມກັນ ແລະ ແນໃສ່ຫຼຸດຜ່ອນການນໍາເຂົ້າໄຟຟ້າຈາກຕ່າງປະເທດ; ການເກັບກໍາຂໍ້ມູນ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ຕ້ອງລະອຽດຊັດເຈນ, ປະຊາຊົນທີ່ຖືກຜົນກະທົບຕ້ອງມີສ່ວນຮ່ວມ ແລະ ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງກົມກຽວ ຕໍ່ເນື່ອງ; ສະເໜີໃຫ້ມີການທົບທວນຄືນບັນດາໂຄງການໄຟຟ້າທີ່ຢູ່ໃນແຜນພັດທະນາ ຫລື ກໍາລັງດໍາເນີນການສຶກສາ ໃຫ້ເໝາະສົມ, ຮັບປະກັນບໍ່ໃຫ້ມີການທັບຊ້ອນກັບໂຄງການ ພັດທະນາຟື້ນ.
ຄຽງຄູ່ກັນນີ້ຕ້ອງປະເມີນຄືນ, ສ້າງ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ປັບ ປຸງຂອດປະສານງານໃຫ້ມີຄວາມກົມກຽວ ພ້ອມທັງຄົ້ນຄວ້າ ແລະ ກໍານົດເອົາພະລັງງານທົດແທນຟື້ນ ເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະ ຟື້ນໆ ເຂົ້າໃນກົດໝາຍວ່າດ້ວຍ ໄຟຟ້າ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງ; ລົງທຶນ ແລະ ລະດົມທຶນ ເຂົ້າໃນການກໍ່ ສ້າງສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດ ຮອງຮັບເອົາກະແສໄຟຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ ແລະ ໃຫ້ພິຈາລະນາລວມເອົາສາຍສົ່ງໄຟຟ້າໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍ ສົ່ງໄຟຟ້າເປັນຂອງຕົນເອງ ພ້ອມທັງ ຄົ້ນຄວ້າສ້າງນິຕິກໍາ ຄຸ້ມຄອງວຽກງານດັ່ງກ່າວໃຫ້ສໍາເລັດ; ປັບປຸງລະບົບພະລັງງານໄຟຟ້າ ໃຫ້ມີຄວາມໝັ້ນຄົງ ມີຄວາມພ້ອມໃນການສະໜອງໄຟຟ້າ ໃຫ້ພຽງພໍຕໍ່ຄວາມຕ້ອງການ ທັງພາຍໃນ ແລະ ສົ່ງອອກຕ່າງປະ ເທດ ໂດຍການພິຈາລະນາພັດທະນາໄຟຟ້າ ພະລັງງານຄວາມຮ້ອນ ຫຼື ພະລັງງານໄຟຟ້າອື່ນ ເພື່ອຮັບປະ ກັນການພັດທະນາລະບົບພະລັງງານໄຟຟ້າໃຫ້ມີຄວາມສະຖຽນ, ໝັ້ນຄົງ ແລະ ຜູ້ຊົມໃຊ້ສາມາດເຂົ້າເຖິ ງດ້ວຍລາຄາ ທີ່ເໝາະສົມ, ເປັນທໍາ; ໃຫ້ສືບຕໍ່ຄົ້ນຄວ້າປັບປຸງຍຸດທະສາດການພັດທະນາພະລັງ ງານໄຟຟ້ານໍ້າຕົກ ຈະຄວນສຸມໃສ່ທິດທາງໃດ ເປັນຕົ້ນຕໍເພື່ອໃຫ້ມີການປະສານສົມທົບກັນຢ່າງກົມ ກຽວ ລະຫວ່າງ ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ; ຢຸດຕິການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າຂະໜາດນ້ອຍ, ຫຼຸດຜ່ອນການພັດທະນາ ພະລັງ ງານ ໄຟຟ້າຈາກເຂື່ອນໄຟຟ້ານໍ້າຕົກ ແລະ ຫັນໄປສູ່ພະລັງ ງານໄຟຟ້າ, ພະລັງງານທົດແທນໃນຮູບແບບ ຟື້ນ; ຄົ້ນຄວ້າ ປັບປຸງໂຄງສ້າງລາຄາໄຟຟ້າ ຕ້ອງໃຫ້ສ່ອງຄອດ ກັບສະພາບການດໍາລົງຊີວິດ ຂອງປະຊາ ຊົນ ແລະ ການດໍາເນີນທຸລະກີດ ຂອງລັດວິສາຫະກິດໄຟຟ້າລາວ; ມີການແບ່ງຂັ້ນຄຸ້ມຄອງ ຢ່າງຈະແຈ້ງ ຄືກະຊວງອົງການຂັ້ນສູນກາງ ດໍາເນີນໜ້າທີ່ຄຸ້ມຄອງມະຫາພາກ ມອບຄວາມຮັບຜິດຊອບໃນການຈັດ ຕັ້ງປະຕິບັດໂຄງການໃຫ້ຄະນະພັກອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ ແລະ ພະແນກ ການທີ່ກ່ຽວຂ້ອງ ແລະ ສິ່ງສຸດທ້າຍ ແມ່ນສ້າງ ແລະ ຍົກລະດັບບຸກຄະລາກອນ ໃນຂະແໜງການໄຟຟ້າໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຊໍານານງານ ເພື່ອກະກຽມຄວາມພ້ອມ ໃນການຄຸ້ມຄອງ ແລະ ບໍລິຫານຈັດການ ບັນດາໂຄງການ ພະລັງງານໄຟຟ້ານໍ້າຕົກ ທີ່ຈະສົ່ງມອບຄືນໃຫ້ລັດຖະບານ ພາຍຫຼັງສິ້ນສຸດອາຍຸສັນຍາສໍາປະທານໂຄງການ.
ທັງໝົດນີ້ ແມ່ນບາງຂໍ້ສະເໜີ, ຂໍ້ສັງເກດ ແລະ ຄວາມເຫັນ ຂອງຄະນະປະຈໍາ ສະພາແຫ່ງຊາຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອເປັນຂໍ້ມູນສະເໜີໃຫ້ບັນດາທ່ານສະມາຊິກ ສະພາແຫ່ງຊາດ ແລະ ກອງປະຊຸມ ຄົ້ນຄວ້າ ພິຈາລະນາກາຍເປັນແນວທາງຂອງການພະທະນາພະລັງງານໄຟຟ້າໃຫ້ດີຂຶ້ນສະໜອງໄດ້ຄວາມຕ້ອງການຂອງການຊົມໃຊ້ຢ່າງພຽງພໍ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໃນອະນາຄົດ.

