ຈະເຮັດຫຍັງຕໍ່ໄປ ພາຍຫຼັງສອບເສັງພາກຮຽນແລ້ວ

ໂດຍ: ຜາຕຸງ
ສົກຮຽນ 2024 – 2025 ໂດຍສະເພາະສາຍສາມັນສຶກສາ ສຳລັບຊັ້ນປະຖົມ ປ.5 ໄດ້ສຳເລັດຜົນກ້າວເຂົ້າສູ່ເສັ້ນໄຊແລ້ວ ສ່ວນລະດັບມັດທະຍົມຕອນຕົ້ນ ມ.4 ແລະ ມັດທະຍົມຕອນປາຍ ມ.7 ແມ່ນກຳລັງຈະຮອດເສັ້ນໄຊ ແຕ່ໃນໄລຍະນີ້ແມ່ນການກະກຽມທວນຄືນບົດຮຽນຂັ້ນສຸດທ້າຍເພື່ອສອບເສັງຈົບຊັ້ນ ແຕ່ວ່າຈະໄປເຖິງຈຸດນັ້ນໄດ້ຢ່າງສົມບູນຫຼືບໍ່ແມ່ນຂຶ້ນກັບສີພາຍ ຫຼື ນັກ ຮຽນແຕ່ລະຄົນ ວ່າຈະໃຊ້ວິທີການຮູບການໃດໃຫ້ສອບເສັງຈົບຊັ້ນແລະເລື່ອນຊັ້ນຂຶ້ນສູ່ຈຸດສູງຕໍ່ໄປໄດ້ ເໝືອນດັ່ງໝູ່ເພື່ອນອ້ອມຂ້າງ ແຕ່ທຸກຢ່າງຕ້ອງດຳເນີນໄປຕາມລະບຽບການສອບເສັງທີ່ໂຮງຮຽນວາງອອກ.
ແນວໃດກໍຕາມ ພໍ່ແມ່ຜູ້ປົກຄອງ ລວມທັງຕົວນັກຮຽນເອງ ຕ້ອງເຂົ້າໃຈວ່າໃນສັງຄົມປັດຈຸບັນມີທັງອັນດີ ອັນຮ້າຍ ອັນຫຍໍ້ທໍ້ຄຽງຄູ່ກັນໄປຖ້າຫາກວ່າບໍ່ຕັດສິນໃຈໃຫ້ເດັດດ່ຽວແທ້ໆ ລູກຫຼານພວກເຮົາອາດຕົກເຂົ້າໄປເປັນເຫຍື່ອຂອງປາກົດການຫຍໍ້ທໍ້ເຫຼົ່ານັ້ນ ເປັນຕົ້ນ ຢາເສບຕິດຫຼາຍປະເພດ ເຊັ່ນ ຢາບ້າ, ຄໍລາເຈນ, ນ້ຳກະທ່ອມທີ່ມີລິດຕໍ່ຈິດປະສາດ, ຢາສູບໄຟຟ້າ, ການມົ້ວສຸມສຸລາຢາເມົາ, ອາລະວາດຕີກັນ ສ້າງຄວາມບໍ່ສະຫງົບໃນສັງຄົມ ສ້າງຄວາມຫຍຸ້ງຍາກແກ່ຄອບຄົວ ຍິ່ງໄລຍະພັກສິ້ນປີຮຽນເປັນໄລຍະທີ່ນັກຮຽນໄດ້ພັກຜ່ອນ ອາດກາຍເປັນເງື່ອນໄຂໜຶ່ງທີ່ສ້າງຄວາມສະດວກໃຫ້ລູກຫຼານຢາກຮູ້ຢາກເຫັນ ແລະ ຢາກທົດລອງຕໍ່ສິ່ງໃໝ່ໆ.
ແນ່ນອນວ່າ ໃນໄລຍະຫົວລ້ຽວຫົວຕໍ່ຄືແນວນີ້ ນັກຮຽນຫຼາຍຄົນກໍຈະມີວິທີການສຶກສາຄົ້ນຄວ້າຕາມແບບໃຜມັນ ສຳຄັນເຮັດແນວໃດໃຫ້ການສອບເສັງຜ່ານພົ້ນໄປດ້ວຍດີ ແລະ ຕົນເອງກໍປະສົບຜົນສຳ ເລັດດັ່ງຄວາມຫວັງທີ່ຕັ້ງໄວ້ ແຕ່ກໍບໍ່ຄວນລືມວ່າ ພາຍຫຼັງການສອບເສັງ ຈະເປັນເລື່ອນຊັ້ນ ຫຼືຈົບຊັ້ນຜ່ານໄປແລ້ວ ກໍຈະໄດ້ພັກສິ້ນສົກຮຽນ ໄປຈົນຮອດ ວັນທີ1ກັນຍາທ້າຍປີນີ້ຈຶ່ງໄຂສົກຮຽນໃໝ່ ດັ່ງນັ້ນໃນໄລຍະພັກສິ້ນປີຮຽນນີ້ ເພື່ອຫຼີກເວັ້ນຈາກອະບາຍຍະມຸກຕ່າງໆ ພວກເຮົາຈະເຮັດຫຍັງ ທຸກຄົນຄວນຕັ້ງເປັນຄຳຖາມບັກໃຫຍ່ໄວ້ເພື່ອຈະມີວິທີທາງອອກ ແລະ ແກ້ໄຂໃຫ້ຖືກຕ້ອງ.
ຫາກເຮົາຄົ້ນຄິດຮິ່ນຕອງຄັກແນ່ແລ້ວບັນຫານີ້ກໍບໍ່ອຶດທາງອອກດອກ ເຊັ່ນວ່າ ຄອບຄົວໃດຫາກມີເງື່ອນໄຂອ່າວໄຄແດ່ອາດຈະສົ່ງເສີມໃຫ້ລູກຫຼານເຂົ້າສຶກສາຮ່ຳຮຽນບຳລຸງວິຊາໃດໜຶ່ງທີ່ເຫັນວ່າຍັງອ່ອນ ຫຼື ອາດຈະຮຽນພາສາຕ່າງປະເທດກໍຫາກດີ ເປັນຕົ້ນບຳລຸງພາສາອັງກິດ, ພາສາຈີນ, ພາສາຫວຽດນາມ ແລະ ອື່ນໆທີ່ເຫັນວ່າເໝາະສົມ, ຫຼືຄົນໃດຄອບຄົວໃດຫາກບໍ່ມີເງື່ອນໄຂ ກໍອາດຊອກຫາເຮັດວຽກເພີ່ມຕາມຫົວໜ່ວຍທຸລະກິດຕ່າງໆໃນການຊອກເບ້ຍຫາເງິນສະສົມໄວ້ເພືອ່ການສຶກສາໃນສົກຕໍ່ໄປເພື່ອຫຼຸດຜ່ອນພາລະຂອງຄອບຄົວກໍເປັນການດີ, ນອກຈາກຊອກຫາວຽກເຮັດງານທຳ ຫຼື ຮຽນພີ່ມບາງວິຊາແລ້ວ ອາດມີຫຼາຍຄົນກໍຖືໂອກາດນີ້ຊ່ວຍວຽກຄອບຄົວໃນການເຮັດໄຮ່ໃສ່ນາ ເພາະເປັນໄລຍະການຜະລິດລະດູຝົນແດ່,ແຕ່ບາງຄົນບາງຄອບຄົວອາດຈະມີທາງອອກທີ່ດີຢູ່ກ່ອນແລ້ວ.
ແນວໃດກໍຕາມທັງໝົດນີ້ ອາດເປັນທາງອອກທີ່ດີໃນການຊ່ວຍຕົນເອງ ແລະ ຄອບຄົວ, ເພື່ອເປັນພື້ນຖານໃນການກະກຽມກ້າວເຂົ້າສູ່ສົກຮຽນໃໝ່ 2025-2026ໃຫ້ໄດ້ຕາມລະດັບຄາດໝາຍ ນັກຮຽນຍຸກໃໝ່ ຕ້ອງໃສ່ໃຈຄົ້ນຄວ້າສຶກສາຮ່ຳຮຽນ ສ້າງໃຫ້ຕົນເອງເປັນຄົນທີ່ພຽບພ້ອມໄປດ້ວຍຄວາມຮູ້ຄວາມສາມາດ ມີຄຸນສົມບັດ ສິນທຳປະຕິວັດ ກຽມພ້ອມຮັບໃຊ້ປະເທດຊາດໃນອານາຄົດ.





