ບັນຫາເກົ່າ ເວົ້າຄືນໃໝ່ “ຫຼຸດຜ່ອນນຳເຂົ້າສິນຄ້າຜະລິດໄດ້ເອງ ເພື່ອສົ່ງເສີມພາຍໃນໃຫ້ເຂັ້ມແຂງ”

ໂດຍ: ຜາຕຸງ

“ສົ່ງເສີມການຜະລິດພາຍໃນ ຫຼຸດຜ່ອນການນຳເຂົ້າສິ່ງທີ່ຜະລິດໄດ້” ເພື່ອປະຕິບັດຕາມນະໂຍບາຍ ເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະຕິບັດຕາມຄຳຂວັນລາວເຮັດລາວໃຊ້ ລາວໄດ້ລາວຈະເລີນ ເຊິ່ງຄຳຂວັນ ແລະ ນະໂຍບາຍ ເຫຼົ່ານີ້ເວົ້າມາຫຼາຍສິບປີແລ້ວ ແຕ່ໃນພາກປະຕິບັດຕົວຈິງນັ້ນຄືດັ່ງທີ່ທຸກຄົນຮູ້ເຫັນ ແລະ ທຸກໆຄັ້ງທີ່ມີການປະຊຸມສະພາ ສສຊ ກໍຈະຍົກມາເວົ້າ ມາຊັກຖາມພາກສ່ວນກ່ຽວຂ້ອງ ແລະ ຄຳຕອບກໍຈະກ້ຍວໄປຫານະໂຍບາຍທີ່ເວົ້າ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງນີ້ກໍເຊັ່ນດຽວສສຊ ສະເໜີຖາມກ່ຽວກັບການທົດແທນການນຳເຂົ້າ ແລະ ຮັບປະກັນການສ້າງຖານລາຍຮັບທີ່ເຂັ້ມແຂງຍືນຍົງ ກະຊວງກະສິກຳ ແລະ ປ່າໄມ້ຈະຈັດຕັ້ງປະຕິບັດຄືແນວໃດ?

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ຊີ້ແຈງວ່າ: “ຜ່ານມາໄດ້ອອກແຈ້ງການກ່ຽວກັບການເພິ່ມທະວີການປະຕິບັດມາດຕະການເກືອດຫ້າມ ການນຳເຂົ້າສິນຄ້າກະສິກຳທີ່ສາມາດຜະລິດໄດ້ພາຍໃນ ຢູບັນ ດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເຊິ່ງໄດ້ກຳນົດ 5ລາຍການສິນຄ້າຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດພັກຈຳນວນໜຶ່ງ ເພາະວ່າ ສິນຄ້າເຫຼົ່ານີ້ສາມາດ ຮັບປະກັນໄດ້ໂດຍພື້ນຖານແລ້ວ, ຜ່ານການຈັດຕັ້ງປະຕິບັດເຫັນວ່າ ມີບໍລິສັດນຳເຂົ້າສິນຄ້າກະສິກຳ ແລະ ປັດໃຈການຜະລິດ 77 ບໍລິສັດ, ສິນຄ້ານຳເຂົ້າ ຕົ້ນຕໍແມ່ນ ປຸ໋ຍ, ຫົວອາຫານສັດ, ຢາປາບສັດຕູພືດ ແລະ ອຸປະກອນການຜະລິດ, ສຳລັບການນຳເຂົ້າສິນຄ້າກະສິກຳຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີເຫັນວ່າມູນຄ່າການນຳເຂົ້າຫຼຸດລົງ ຫຼາຍກວ່າ 10ລ້ານໂດລາສະຫະລັດ,ສິນຄ້າສ່ວນໃຫຍ່ແມ່ນວັດຖຸດິບໃຊ້ຢູ່ໃນໂຮງງານປຸງແຕ່ງ, ສະນັ້ນຄວນສືບຕໍ່ປະຕິບັດການເກຶອດຫ້າມຢູ່ດ່ານປະເພນີ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ.

ຢ່າງໃດກໍດີ ກ່ອນຈະກຳນົດເອົາ 5 ລາຍການສິນຄ້າຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດພັກຈຳນວນໜຶ່ງຢູ່ໃນມາດຕະການເກຶອດຫ້າມການນຳເຂົ້າ  ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີນັ້ນ ຍ້ອນວ່າ ກ່ອນຈະຕັດສິນໃຈເຮັດພາກສ່ວນກ່ຽວຂ້ອງ ໄດ້ສຳຫຼວດສຶກສາຄວາມເປັນໄປໄດ້ ເຫັນວ່າສິນຄ້າເຫຼົ່ານີ້ເຮົາສາມາດຮັບປະກັນໄດ້ໂດຍພື້ນຖານແລ້ວ, ດັ່ງນັ້ນ ມີແຕ່ເຮັດແນວໃດຈະປຸງແຕ່ງເປັນສິນຄ້າສຳເລັດຮູບ ແລະ ຈຳໜ່າຍອອກກັບທີ່ມັນຕ້ອງໄດ້ກຳນົດ, ພາຍຫຼັງທີ່ເຮັດມາປີໜຶ່ງກໍໄດ້ມີການປະເມີນຄືນ ຊຶ່ງຜ່ານການຄິດຕາມກວດກາປະເມີນເບີ່ງໃນໜຶ່ງປີຜ່ານມາ ການນຳເຂົ້າສິນຄ້າກະສິກຳຢູ່ບັນດາດ່ານທ້ອງຖິ່ນແລະດ່ານປະເພນີ ເຫັນວ່າມູນຄ່າຫຼຸດລົງ, ແຕ່ກໍບໍ່ໄດ້100% ມັນກໍ່ຍັງມີການເລັດລອດອອກມາຢູ່.

ເມື່ອເວົ້າເຖິງການຫ້າມນຳເຂົ້າສິນຄ້ກະສິກຳນັ້ນ ຈະໃຫ້ຫ້າມຢູ່ດ່ານສາກົນ ແມ່ນເປັນໄປບໍ່ໄດ້ເພາະເຮົາເປັນສະມາຊິກຂອງອົງການໆຄ້າໂລກ ອັນທີ່ພວກເຮົາເຮັດໄດ້ແມ່ນຫ້າມຢູ່ດ່ານທ້ອງຖີ່ນດ່ານປະເພນີຊຶ່ງຢູ່ໃນເຂດດັ່ງກ່າວບໍ່ມີເຈົ້າໜ້າທີ່ໃນການກັກກັນ, ຊຶ່ງຜ່ານການຕິດຕາມກວດກາປະເມີນເບິ່ງໃນໜຶ່ງປີຜ່ານມາ ການນຳເຂົ້າສິນຄ້າກະສິກຳຢູ່ບັນດາດ່ານທ້ອງຖິ່ນແລະດ່ານປະເພນີ ເຫັນວ່າມູນຄ່າຫຼຸດລົງ, ປະມານ 10,000,000 ກວ່າໂດລາສະຫະລັດ, ສະນັ້ນເຫັນສົມຄວນຈະຕ້ອງໄດ້ສືບຕໍ່ປະຕິບັດການເກືອດຫ້າມດັ່ງກ່າວນີ້ຢູບັນດາດ່ານປະເພນີແລະຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງຂື້ນກວ່າເກົ່າ.  

ນີ້ບໍ່ແມ່ນບາດກ້າວໃໝ່ ແຕ່ກັບນຳມາເວົ້າເໜັ້ນໜັກຄືນໃໝ່ ເຊິ່ງສະແດງໃຫ້ເຫັນວ່າ ຄວາມຮັບຜິດຊອບຂອງພາກລັດທີ່ມີຕໍ່ແນວທາງການຊຸກຍູ້ ແລະ ສົ່ງເສີມການຜະລິດຢູ່ພາຍໃນໃຫ້ມີການແຂ່ງຂັນ ແລະ ພັດທະນາຢ່າງມີຄຸນນະພາບໃຫ້ຫລາຍຂຶ້ນ ທັງສາມາດເພິ່ງຕົນເອງ ກຸ້ມຕົນເອງເທື່ອລະກ້າວ ມີຫຼາຍແຂວງໄດ້ສະໜອງນະໂຍບາຍ ແລະ ຈັດຕັ້ງປະຕິບັດວຽກງານນີ້ແລ້ວຕາມເງື່ອນໄຂຂອງທ້ອງຖິ່ນຕົນໃນການຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ເພື່ອສົ່ງເສີມສິນຄ້າພາຍໃນ ສະເພາະສິນຄ້າກະສິກຳ ແລະ ອຸດສາຫະກຳ ທີ່ບໍ່ຈຳເປັນ.

ແນວໃດກໍຕາມ, ນີ້ເປັນພຽງສ່ວນໜຶ່ງຂອງແນວທາງໃນການສົ່ງເສີມການຜະລິດແລະຊົມໃຊ້ສິນຄ້າພາຍໃນທີ່ຜະລິດໄດ້ ແຕ່ວ່າຈະເຮັດໄດ້ດີພຽງໃດ ຖ້າທຸກພາກສ່ວນບໍ່ພ້ອມພຽງກັນປະຕິບັດຕົວຈິງ, ແຕ່ເຊື່ອວ່າຖ້າທຸກຄົນທຸກພາກສ່ວນເປັນເຈົ້າການພ້ອມກັນຈັດຕັ້ງປະຕິບັດຢ່າງຈິງຈັງດ້ວຍວິທີການ ຫລື ມາດຕະ ການຕ່າງໆ ຄາດວ່າວຽກງານນີ້ກໍຈະຄ່ອຍໆປະກົດຜົນເປັນຈິງຢ່າງແນ່ນອນ ເພາະວຽກງານນີ້ມັນສອດ ຄ່ອງ ກັບແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ ກໍຄືກະຊວງກ່ຽວຂ້ອງໄດ້ກຳນົດອອກແຕ່ລະໄລຍະ.