ພາບແຮງງານລາວກັບໄປເຮັດວຽກຢູ່ໄທ ສະທ້ອນຫຼາຍບັນຫາ ແລະ ຢ່າລືມໄປແບບຖືກກົດໝາຍ
ໃນໄລຍະ 2 ສາມວັນຜ່ານມານີ້ ພວກເຮົາຈະເຫັນພາບແຮງງານລາວຈຳນວນຫຼາຍເດີນທາງໄປຊອກຫາເຮັດວຽກຢູ່ຝັ່ງໄທຈຳນວນຫຼາຍ ພາຍຫຼແລ້ວປີໃໝ່ລາວ ເຊິ່ງແຮງງານເຫຼົ່ານັ້ນ ມີທັງແຮງງານທີ່ກັບມາໄລຍະປີໃໝ່ ແລະ ໄປໃໝ່ອີກ ເຮັດໃຫ້ພວກເຮົາເຫັນພາບສະທ້ອນຫຼາຍໆຢ່າງ ກ່ຽວກັບແຮງງານຢູ່ລາວ ແລະ ການດີ້ນຮົນເພື່ອເອົາຊີວິດລອດໃນສະພາບເສດຖະກິດແບບນີ້. ເມື່ອກ່ອນໜ້ານີ້ມີການລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ສັງຄົມມວນມະນຸດ ຄາດວ່າໃນທົ່ວໂລກຈະມີຄົນວ່າງງານເພີ່ມຂຶ້ນຮອດ 25 ລ້ານຄົນ. ສຳລັບ…









