ກຽມພ້ອມຮັບມືກັບພະຍາດທີ່ອາດຈະເກີດຂຶ້ນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ
ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ຕັ້ງຢູ່ໃນເຂດອາກາດຮ້ອນຊຸ່ມ ແຕ່ລະປີສະພາບດິນຟ້າອາກາດມີການປ່ຽນແປງຮ້ອນກໍຮ້ອນຫລາຍ, ຍາມໜາວກໍໜາວຫລາຍທັງແກ່ຍາວຜິດປົກກະຕິນຳອີກ. ຍ້ອນແນວນັ້ນຈຶ່ງເຮັດໃຫ້ສະພາບອາກາດຢູ່ຫລາຍທ້ອງຖິ່ນຂອງປະເທດປີນີ້ຄືຈັ່ງວ່າຮ້ອນອົບເອົ້າຫລາຍເມື່ອທຽບໃສ່ຫລາຍປີຜ່ານມາ ເຮັດໃຫ້ມີຄວາມສ່ຽງເກີດພະຍາດຫລາຍຢ່າງ ຕາມມາຄື: ພະຍາດທາງເດີນອາຫານຍ້ອນຄົນເຮົາດື່ມນ້ຳຫລາຍຂຶ້ນໂດຍສະເພາະການດື່ມນ້ຳເຢັນ, ອາຫານກໍບູດເນົ່າໄວ ແມງວັນຫລາຍຂຶ້ນ ຖ້າດື່ມ ຫລື ກິນອາຫານບໍ່ສະອາດຈະເຮັດໃຫ້ເກີດພະຍາດຖອກທ້ອງ. ຍິ່ງໄລຍະນີ້ຢູ່ຫລາຍແຂວງຫລາຍທ້ອງຖິ່ນເລີ່ມມີຝົນຕົກລົງມາແດ່ແລ້ວ ພະຍາດທີ່ອາດຈະເກີດຂຶ້ນ ແລະ ລະບາດໄດ້ແມ່ນພະຍາດໄຂ້ເລືອດອອກ ຫລືໄຂ້ຍຸງລາຍ ຍ້ອນວ່າແຕ່ລະປີພາຍຫລັງມີຝົນຕົກລົງມາກໍມັກຈະມີລາຍງານກໍລະນີການເພີ່ມຂຶ້ນຂອງຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ,…










