ລ່າສັດປ່າຫວງຫ້າມອອກໜ້າທາງຢູທູບ ຢ່າງແບບເປີດແປນ ອາດເຂົ້າຂ່າຍຜິດ ກົດໝາຍອາຍາ ບໍ່ຄວນເອົາເປັນແບບຢ່າງ
ໃນໄລຍະບໍ່ດົນມານີ້ ສັງເກດເຫັນວ່າ ພໍແຕ່ເຮົາເຂົ້າວີດີໂອເຟສບຸກ ແລະ ຢູທູບ ມັກຈະມີວີດີໂອກ່ຽວກັບການລ່າສັດປ່າໃຫ້ເຫັນເລື້ອຍໆ ຖ້າເປັນເມື່ອກ່ອນ ອາດແມ່ນຢູ່ຕ່າງປະເທດ ແຕ່ມາເຖິງປັດຈຸບັນ ເຮົາກົດເຂົ້າໄປເບິ່ງຈະເປັນຄົນລາວເຮົາເອງ ເມື່ອເບິ່ງຈາກວີດີໂອແລ້ວ ມີທັງສັດປ່າທີ່ຢູ່ບັນຊີ 1 ປະເພດຫວງຫ້າມ ແລະ ບັນຊີ 2 ປະເພດຄຸ້ມຄອງ ເຊິ່ງພວກເຂົາໃຊ້ວິທີການລ່າແບບຕ້ອງຫ້າມອີກດ້ວຍ.
ໃນແງ່ຂອງກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ທີ່ກຳນົດໃວ້ໃນບັນຊີ ທີ 1 ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າຢ່າງເດັດຂາດ ສ່ວນປະເພດຄຸ້ມຄອງທີ່ໄດ້ກຳນົດໄວ້ໃນບັນຊີ 2 ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າເວັ້ນເສຍແຕ່ສັດບາງຊະນິດ, ບາງເຂດ ແລະ ບາງລະດູການ. ຫາກບຸກຄົນໃດຫາກລະເມີດຈະຖືກລົງໂທດ ແຕ່ 3 ເດືອນ ຫາ 2 ປີ ແລະ ປັບໃໝ 3 -10 ລ້ານກີບ ຫາກ ເຮັດເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຈະຖືກຕັດອິດສະລະພາບ ແຕ່ 2 ປີ-5 ປີ ແລະ ຈະຖືກປັບໃໝ 2 ເທົ່າຂອງມູນຄ່າ ຕາມປະມວນກົດໝາຍອາຍາມາດຕາ 331 ຈາກການສັງເກດພຶດຕິກຳຂອງເຫລົ່າຢູ່ທູບເບີທັງຫລາຍທີ່ພົບເຫັນນັ້ນ ເຂົ້າຂ່າຍທີ່ມີຄວາມຜິດຕໍ່ກົດໝາຍ ຢ່າງບໍ່ຕ້ອງສົງໄສ
ໃນຊີວິດປະຈຳວັນ ຢູ່ທົ່ວປະເທດຍັງມີການລ່າສັດປ່າຫວງຫ້າມ ແລະ ສັດປ່າຄຸ້ມຄອງ ທີ່ຍັງພົບເຫັນການຄ້າຂາຍທົ່ວໄປຈຳນວນຫລາຍ ເປັນການດັບສູນສັດປ່າບາງຊະນິດໃຫ້ສູນພັນ ໄປໂດຍທາງກົງ ແລະ ທາງອ້ອມ ບວກກັບການລ່າສັດເຮັດລາຍການຂອງເຫລົ່າຢູທູບເຂົ້າໄປຕື່ມ ຍິ່ງເປັນການຍຸຍົງໃຫ້ເພີ່ມປະລິມານໃນການດັບສູນສັດປ່າຂຶ້ນຕື່ມ ເພາະວ່ານັ້ນ ອາດເປັນການສ້າງຄວາມເຂົ້າໃຈຜິດໃຫ້ຜູ້ເບິ່ງຜູ້ຊົມວ່າການລ່າສັດ ເປັນເລື່ອງປົກກະຕິ ເເລະເຂົ້າໃຈຜິດວ່າ ເປັນການກະທຳທີ່ບໍ່ຜິດຕໍ່ກົດໝາຍ.
ໃນໄລຍະຜ່ານມາ ແຕ່ລະເມືອງ ແຂວງ ໄດ້ສຸມທຸກກຳລັງໃນການຕໍ່ຕ້ານ ແລະ ປາບປາມກຸ່ມຄົນ ທີ່ລ່າສັດຫວງຫ້າມ, ທັງການຂາຍ-ຊື້ ທຸກຮູບແບບ ເມື່ອຢືດໄດ້ແລ້ວກໍມີການທຳລາຍ, ນຳບຸກຄົນກະທຳຜິດມາສຶກສາອົບຮົມ ໃສ່ລະບຽບ ແລະ ປັບໃໝ ຕາມກົດໝາຍທີ່ວາງອອກ ຈຳນວນບໍ່ໜ້ອຍ ແຕ່ຂະບວນການດັ່ງກ່າວບໍ່ໄດ້ລົດໜ້ອຍຖອຍລົງແຕ່ຢ່າງໃດ ຍັງມີໃຫ້ເຫັນຢູ່ເປັນປະຈຳ.
ມັນເຖິງເວລາແລ້ວທີ່ທຸກຄົນໃນສັງຄົມຈະຊ່ວຍກັນຕໍ່ຕ້ານ ດ້ວຍການກົດລາຍງານທາງຢູທູບ ເພື່ອບໍ່ເປັນການສະໜັບສະໜູນ ໂດຍສະເພາະແມ່ນພາກສ່ວນທີ່ກຽ່ວຂ້ອງຕ້ອງແກ້ໄຂບັນຫານີ້ຢ່າງຈິງຈັງ ແລະບັນຫານີ້ອາດງ່າຍຂຶ້ນ ເພາະເຫລົ່າຢູທູບເບີເຮັດອອກຢ່າງເປີດແປນ, ເປີດໜ້າເປີດຕາ ໂດຍບໍ່ເກງກົວຕໍ່ລະບຽບກົດໝາຍໃດໆເລີຍ ເຊິ່ງຫວັງວ່າບັນຫານີ້ຈະໄດ້ຮັບການແກ້ໄຂຢ່າງຈິງຈັງ ທັງນີ້ກໍເພື່ອເຮັດໃຫ້ວຽກງານການອະນຸລັກສັດນໍ້າສັດປ່າ ປາກົດຜົນເປັນຈິງ ທັງເປັນການປະຕິບັດກົດໝາຍ ແລະ ນິຕິກຳທີ່ກຳນົດອອກມາໃຫ້ມີຜົນສັກສິດກ້ວາງຂວາງແລະທົ່ວເຖິງ.
