ເສັ້ນທາງດີ ເປັນໜຶ່ງໃນປັດໄຈກະຕຸ້ນເສດຖະກິດ ແຕ່ຫາກເສັ້ນທາງບໍ່ດີ ອາດເຮັດໃຫ້ການພັດທະນາຕິດຂັດໃນຫລາຍດ້ານ

ເສັ້ນທາງດີ ເປັນໜຶ່ງໃນປັດໄຈກະຕຸ້ນເສດຖະກິດ ແຕ່ຫາກເສັ້ນທາງບໍ່ດີ ອາດເຮັດໃຫ້ການພັດທະນາຕິດຂັດໃນຫລາຍດ້ານ

ໂດຍ: ທິດກໍ່າ ໃນປັດຈຸບັນ ຕ້ອງຍອມຮັບວ່າໂຄງການກໍ່ສ້າງເສັ້ນທາງຫລາຍເສັ້ນຫລາຍສາຍໃນທົ່ວປະເທດພວມໄດ້ຮັບການປັບປຸງແກ້ໄຂ ແລະ ພັດທະນາໄປຢ່າງບໍ່ຢຸດຢັ້ງ. ອີກໜຶ່ງໂຄງການທີ່ພວມດໍາເນີນໄປຢ່າງເຄັ່ງຮ້ອນນັ້ນກໍຄືໂຄງການປັບປຸງຂະຫຍາຍເສັ້ນທາງ 13 ໃຕ້ ເຊິ່ງມາຮອດປັດຈຸບັນແມ່ນໄດ້ສໍາເລັດເກີນ 50% ແລ້ວ. ຄາດວ່າອີກບໍ່ພໍເທົ່າໃດເດືອນກໍຈະສໍາເລັດຕາມແຜນ ແລະ ຈະໄດ້ເຫັນທາງດີທາງງາມ, ການໄປມາຈາກນະຄອນຫລວງວຽງຈັນໄປຫາບັນດາແຂວງພາກກາງ, ພາກໃຕ້ກໍສະດວກສະບາຍຍິ່ງຂຶ້ນ. ສ່ວນອີກເສັ້ນທາງໜຶ່ງທີ່ຫາກໍສ້າງສໍາເລັດໃໝ່ອ່ຽມ ກໍແມ່ນເສັ້ນທາງ 13…

ກ້າວເຂົ້າສູ່ລະດູຝົນ ຖະໜົນຫົນທາງ ຢູ່ນະຄອນຫລວງວຽງຈັນ ກໍເລີ່ມເປ່ເພ ເປັນບວກຂຸມໃຫ້ເຫັນ

ກ້າວເຂົ້າສູ່ລະດູຝົນ ຖະໜົນຫົນທາງ ຢູ່ນະຄອນຫລວງວຽງຈັນ ກໍເລີ່ມເປ່ເພ ເປັນບວກຂຸມໃຫ້ເຫັນ

ໂດຍ: ຜາຕຸງ ໄລຍະນີ້ແມ່ນຕົ້ນລະດູຝົນ ເຊິ່ງເປັນໄລຍະປ່ຽນຜ່ານລະດູການຕາມທຳມະຊາດຄືດັ່ງທຸກໆປີທີ່ຜ່ານມາ ນັ້ນໝາຍຄວາມວ່າ ສະພາບການໄປມາໄລຍະນີ້ ອາດມີຄວາມຫຍຸ້ງຍາກຍ້ອນບາງເສັ້ນທາງເປ່ເພ ຕ້ອງໄດ້ລະມັດລະວັງໃນການຂັບຂີ່, ມີສະຕິເປັນເຈົ້າໃນການໃຊ້ບົດໃຊ້ຖະໜົນ, ຄ່ອຍໄປຄ່ອຍມາ ທັງນີ້ກໍເພື່ອຫລີກລ່ຽງການເກີດອຸບັດເຫດກັບຕົນເອງ ແລະ ຄູ່ຮ່ວມການສັນຈອນ. ປັດໄຈພື້ນຖານຂອງການສັນຈອນທີ່ທີ່ມີຄວາມປອດ ນອກຈາກການເອົາໃຈໃສ່ຕໍ່ກົດລະບຽບຈະລາຈອນແລ້ວ ເສັ້ນທາງການສັນຈອນກໍຕ້ອງດີ, ບໍ່ເປັນບວກຂຸມ ຫລື ເປ່ເພຈົນເປັນໄພແກ່ຜູ້ໃຊ້ລົດໃຊ້ຖະໜົນ ແຕ່ເມື່ອມາເບິ່ງຄວາມເປັນຈິງຢູ່ບ້ານເຮົາແລ້ວຍັງເຫັນວ່າ…

ຄວນກຳຈັດຮື້ຖອນອອກແຕ່ຫົວທີ ກ່ອນຈະມີນ້ຳຖ້ວມອັ່ງຂັງໃນຕົວເມືອງ

ຄວນກຳຈັດຮື້ຖອນອອກແຕ່ຫົວທີ ກ່ອນຈະມີນ້ຳຖ້ວມອັ່ງຂັງໃນຕົວເມືອງ

ໂດຍ: ຜາຕຸງ ໄລຍະນີ້ເລີ່ມກ້າວເຂົ້າສູ່ຍາມຝົນແລ້ວ ເມື່ອຝົນຕົກລົງມາກໍຈະມັກມີນ້ຳຄ້າງນ້ຳຂັງຢູ່ຖະໜົນຫົນທາງຫລາຍຈຸດໃນຕົວເມືອງນະຄອນຫລວງວຽງຈັນ ນ້ຳລະບາຍບໍ່ທັນ ອາດເປັນຍ້ອນມີຂີ້ເຫຍື້ອ ຫລື ສິ່ງເສດເຫຼືອອື່ນຈາກຄົວເຮືອນອັດຕັນຮ່ອງລະບາຍນ້ຳ, ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກສົມຄວນ ຫລື ບາງບ້ານກໍຖ້ວມຂັງໜັກເຖິງຂັ້ນຖ້ວມເຮືອນຊານກໍມີ ສ້າງຄວາມເສຍຫາຍຕໍ່ຊັບສິນຫລາຍຢ່າງຢ່າງຫລວງຫລາຍ. ລະດູຝົນຈະເຮັດໃຫ້ຕົ້ນໄມ້ໃບຫຍ້ານາໆພັນຈະເລີນເຕີບໂຕຢ່າງໄວ ໂດຍສະເພາະແມ່ນຜັກຕົບໃນຮ່ອງລະບາຍນ້ຳຮ່ອງແຊງສັງເກດເຫັນວ່າຜັກຕົບເລີ່ມເຕີບໃຫຍ່ຂະຫຍາຍຕົວເຕັມຮ່ອງຫລາຍຈຸດ ຊຶ່ງຮ່ອງນ້ຳດັ່ງກ່າວນີ້ເປັນຮ່ອງລະບາຍນ້ຳສຳຄັນທີ່ຮອງຮັບການລະບາຍນ້ຳຈາກຫລາຍເມືອງໃນນະຄອນຫລວງວຽງຈັນ ເຊັ່ນ: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເຊດຖາ…

ກ້າວເຂົ້າສູ່ລະດູຝົນແລ້ວ ບໍ່ຢາກໃຫ້ນ້ຳຖ້ວມຂັງ ຕ້ອງຈິງຈັງຮ່ວມມືກັນແກ້ໄຂ

ກ້າວເຂົ້າສູ່ລະດູຝົນແລ້ວ ບໍ່ຢາກໃຫ້ນ້ຳຖ້ວມຂັງ ຕ້ອງຈິງຈັງຮ່ວມມືກັນແກ້ໄຂ

ບັນດາຕົວເມືອງໃຫຍ່ ໂດຍສະເພາະນະຄອນຫລວງວຽງຈັນ ພໍໜ້າຝົນມາ ມັກເກີດບັນຫານ້ຳຖ້ວມຂັງຕາມຖະໜົນຫົນທາງ ແລະ ເຮືອນຊານປະຊາຊົນ ຫລາຍຈຸດ, ເນື່ອງຈາກບັນດາຮ່ອງລະບາຍນ້ຳທີ່ມີຢູ່ນັ້ນລະບາຍນ້ຳບໍ່ທັນ ມີບາງບ່ອນມີຂີ້ເຫຍື້ອຂີ້ດິນອຸດຕັນ ແລະ ການທີ່ຮ່ອງລະບາຍນໍ້າໃນຕົວເມືອງອຸດຕັນສ່ວນໜຶ່ງເກີດຈາກຄວາມບໍ່ເອົາໃຈໃສ່ຂອງຄົນໃນສັງຄົມຈຳນວນໜຶ່ງເຊັ່ນ: ມັກຖິ້ມຂີ້ເຫຍື້ອຊະຊາຍ ແລະ ສິ່ງເສດເຫລືອຕ່າງໆລົງຮ່ອງລົງຄອງລະບາຍນ້ຳ. ຊາວນະຄອນຫລວງວຽງຈັນ ຫລື ຕົວເມືອງອື່ນໆ ທົ່ວປະເທດທີ່ເຄີຍເກີດມີນ້ຳຖ້ວມຂັງ ແລະ ທຸກການຈັດຕັ້ງທຸກພາກສ່ວນຈົ່ງຊ່ວຍກັນອະນາໄມເອົາຂີ້ເຫຍື້ອອອກຈາກຮ່ອງລະບາຍນ້ຳ,…

“ປູກພືດກິນໄດ້​ແທນຢາສູບ” ເວົ້າຄືຊິງ່າຍ ແຕ່ເຮັດແທ້ໆຍັງມີຫລາຍປັດໄຈທີ່ຕ້ອງແກ້

ໂດຍ: ຜາຕຸງ ເມື່ອຮອດວັນທີ 31 ພຶດສະພາຂອງທຸກໆປີ ຊຶ່ງເປັນວັນງົດສູບຢາໂລກ ແຕ່ລະປະເທດໄດ້ຈັດຕັ້ງສະເຫລີມສະຫລອງວັນສຳຄັນນີ້ຢ່າງກວ້າງຂວາງດ້ວຍການຈັດຫລາຍກິດຈະກຳທີ່ແຕກຕ່າງກັນໄປ ເປັນຕົ້ນແມ່ນ ຈັດຂະບວນຍ່າງ, ແຂ່ງຂັນກິລາເພື່ອສຸຂະພາບແລະ ອື່ນໆຕາມເງື່ອນໄຂທີ່ເໝາະສົມ ແລະ ປີ 2023 ນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ “ ປູກພືດທີ່ກິນໄດ້ທົດແທນການປູກຢາສູບ” ,ຊຶ່ງມັນສອດຄ່ອງກັບນະໂຍບາຍຂອງລັດຖະບານໃນການສົ່ງເສີມປູກພືດກະສິກຳຊະນິດອື່ນທົດແທນການປູກຢາສູບ. ປັດຈຸບັນມີ…

ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ

ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ

ໂດຍ:ທິດກໍ່າ ນັບແຕ່ເດືອນມິຖຸນາຫາຕົ້ນເດືອນກໍລະກົດຂອງທຸກໆປີແມ່ນໄລຍະຝົນຕົ້ນລະດູ ເປັນໄລຍະເໝາະແກ່ການປູກຕົ້ນໄມ້ ແລະ ບັນດາພືດພັນທັນຍາຫານຫລາຍຊະນິດ. ສະນັ້ນ ພັກ ແລະ ລັດຖະບານເຮົາຈຶ່ງຫລິງເຫັນຄວາມສໍາຄັນໄດ້ກໍານົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເພາະວ່າເປັນໄລຍະຝົນຕົກໃໝ່ ພາຍຫລັງເຮົາລົງມືປູກຕົ້ນໄມ້ ແລະ ພືດຜັກຕ່າງໆລົງແລ້ວ ຝົນກໍຈະຕົກລົງມາໂຮຍຮໍາເປັນໄລຍະໆ, ຈາກນັ້ນຕົ້ນໄມ້ທີ່ເຮົາປູກກໍຈະຕິດ ແລະ ເລີ່ມເຕີບໂຕໃຫຍ່ຂຶ້ນໄປຕາມອາຍຸການ…

ການຖິ້ມຂີ້ເຫຍື້ອຊະຊາຍ ເປັນບັນຫາທີ່ຍັງແພ່ຫລາຍໃນສັງຄົມລາວ

ການຖິ້ມຂີ້ເຫຍື້ອຊະຊາຍ ເປັນບັນຫາທີ່ຍັງແພ່ຫລາຍໃນສັງຄົມລາວ

ໂດຍ: ພູຊ້າງນ້ອຍ ການຮັກສາຄວາມສະອາດພາຍໃນສຳນັກງານງານ, ອົງການ, ບໍລິສັດ, ຫ້າງຮ້ານ ຕະຫລອດຮອດທັງເຮືອນຊານບ້ານຊ່ອງຂອງປະຊາຊົນແຕ່ລະຄຸ້ມບ້ານນັ້ນແມ່ນມີຄວາມສຳຄັນຫລາຍ, ນອກຈາກເປັນການຮັກສາສະພາບແວດລ້ອມທີ່ດີແລ້ວຍັງເປັນການຮັກສາອະນາໄມໃຫ້ຫ່າງຈາກພະຍາດໂລຄານຳອີກ ຜ່ານມາທຸກພາກສ່ວນໃນສັງຄົມເປັນເຈົ້າການຈັດຕັ້ງປະຕິບັດໄດ້ດີຕະຫລອດມາ. ການເກັບມ້ຽນຂີ້ເຫຍື້ອຢູ່ໃນຕົວເມືອງສັງເກດເຫັນວ່າປະຕິບັດໄດ້ດີ ເພາະມີພາກສ່ວນກ່ຽວຂ້ອງໂດຍສະເພາະແມ່ນອົງການພັດທະນາຕົວເມືອງ ແລະ ຜູ້ປະກອບການທຸລະກິດບໍລິການໄດ້ນຳໃຊ້ພາຫະນະເຖິງວ່າບໍ່ທັນສະໄໝປານໃດ ແຕ່ກໍເປັນເງື່ອນໄຂທີ່ດີໃນການເກັບມ້ຽນຂີ້ເຫຍື້ອໄດ້ວ່ອງໄວແລ້ວເອົາໄປຖິ້ມຖືກບ່ອນຖືກທີ່ ເຮັດໃຫ້ຂີ້ເຫຍື້ອ ຫລື ສິ່ງເສດເຫລືອຈາກການນຳໃຊ້ຂອງສັງຄົມບໍ່ຮົກເຮື້ອຕາມອາຄານບ້ານເຮືອນ. ປັດຈຸບັນແມ່ນຢູ່ໃນໄລຍະລະດູຝົນ ການເກັບມ້ຽນຂີ້ເຫຍື້ອຂອງພາກສ່ວນກ່ຽວຂ້ອງກໍອາດຊັກຊ້າບໍ່ຕົງໂມງບໍ່ຕົງມື້ແດ່ ກໍຫາກມີເປັນບາງຄັ້ງຄາວ…

ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 

ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 

ໃນເດືອນພຶດສະພາ ປີ 2023 ນີ້, ໄດ້ເຫັນການລົງຂ່າວຈາກບັນດາສື່ວ່າ ມີປະຊາຊົນຫລາຍຄົນໄດ້ເກັບເຫັດຈາກປ່າໃນບ່ອນທີ່ເຄີຍເກັບແຕ່ລະປີ ແລ້ວນຳມາປຸງແຕ່ງເປັນອາຫານກິນພາຍໃນຄອບຄົວ ເຮັດໃຫ້ຫລາຍຄົນມີອາການເບື່ອເຫັດ ຢູ່ບ້ານດອນໄຊ, ເມືອງຫລວງນ້ຳທາ, ແຂວງຫລວງນ້ຳທາຈົນນຳໄປສູ່ການສູນເສຍຊີວິດເຖິງສອງຄົນ ແລະ ອີກຫ້າຄົນຕ້ອງຢູ່ພາຍໃຕ້ການຕິດຕາມຂອງແພດຢ່າງໃກ້ຊິດ. ເຫດເກີດຂຶ້ນໃນວັນທີ 26-27 ພຶດສະພາຜ່ານມາ, ພາຍຫລັງທີ່ເຂົາເຈົ້າໄດ້ເກັບເຫດປ່າຈາກບ່ອນທີ່ເຄີຍເກັບແຕ່ລະປີມາປຸງແຕ່ງເປັນອາຫານຄາບເຂົ້າແລງໃນຄອບຄົວ, ພາຍຫລັງທີ່ກິນໄປແລ້ວປະມານ 3-5ຊົ່ວໂມງ ແຕ່ລະຄົນມີອາການເມົາ,…

ລວມພະລັງຍົກສູງຜະລິດຕະພັນພາຍໃນໃຫ້ເຕັມທີ່ ກ້າວຜ່ານພົ້ນວິບາກກໍາຂອງຊາດບ້ານເມືອງ

ລວມພະລັງຍົກສູງຜະລິດຕະພັນພາຍໃນໃຫ້ເຕັມທີ່ ກ້າວຜ່ານພົ້ນວິບາກກໍາຂອງຊາດບ້ານເມືອງ

ໂດຍ: ທິດກໍ່າ ເມື່ອຫວນຄືນປະຫວັດສາດແລ້ວ, ປະເທດຊາດບ້ານເມືອງຂອງພວກເຮົາເຄີຍຜ່ານພົ້ນວິບາກກໍາມາຫລາຍຄັ້ງຫລາຍຫົນແລ້ວ. ໃນອະດີດເຄີຍຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ ທັງເກີດສົງຄາມຕໍ່ສູ້ກູ້ຊາດມາເປັນເວລາຍາວນານ. ໃນຍຸກການປົກຄອງຂອງລະບອບສັກດີນາ ໝາຍວ່າກ່ອນສະຖາປະນາມາເປັນ ສປປ ລາວ, ປະເທດຊາດບ້ານເມືອງກໍຍັງບໍ່ທັນມີການສ້າງສາພັດທະນາອັນໃດທີ່ເປັນພື້ນຖານໃຫ້ແກ່ລະບົບເສດຖະກິດຂອງຊາດ. ໃນຍຸກນັ້ນ ກ່າວເຖິງໂຮງຈັກໂຮງງານໃນທົ່ວປະເທດບໍ່ທັນມີພໍ 10 ແຫ່ງ ໃນຈໍານວນທີ່ມີກໍເປັນໂຮງງານຂະໜາດກາງ-ຂະໜາດນ້ອຍເຊັ່ນ: ໂຮງງານເບຍ, ໂຮງງານນໍ້າຫວານ, ນໍ້າກ້ອນ, ໂຮງງານເຮັດກະແລ້ມ…

ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວດ້ານອື່ນໆນັ້ນ ການຂຸ້ນຂ້ຽວກຳຈັດສິ່ງເສດເຫຼືອຕາມແຄມທາງກໍສຳຄັນ

ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວດ້ານອື່ນໆນັ້ນ ການຂຸ້ນຂ້ຽວກຳຈັດສິ່ງເສດເຫຼືອຕາມແຄມທາງກໍສຳຄັນ

ໂດຍ: ມຶກບໍ່ແຫ້ງ ໃນຫຼາຍເດືອນຜ່ານມາ ສປປລາວ ຖືກຍົກໃຫ້ເປັນປະເທດທີ່ໜ້າມາທ່ອງທ່ຽວ ຈາກຫຼາຍສຳນັກຂ່າວ​ຕ່າງປະເທດ​ ແລະ ວາລະສານສາກົນ ເຊິ່ງເປັນເລື່ອງທີ່ດີ ບວກໃສ່ກັບທິດທາງຂອງລັດຖະບານກຳລັງໃຫ້ບູລິມະສິດຕໍ່ວຽກງານດັ່ງກ່າວ ອັນນັ້ນນັບວ່ສເປັນຜົນດີ ແຕ່ແນ່ນອນຍັງມີຫຼາຍດ້ານທີ່ຈະຕ້ອງປັບປຸງ ໃນນັ້ນກໍແມ່ນການກຳຈັດສິ່ງເສດເຫຼືອ ຂີ້ເຫຍື້ອຕາມແຄມທາງ​ ແລະ​ ປາກົດການ​ຫຍໍ້​ທໍ້​ຕ່າງໆ.​ ຫຼັງຈາກໂຄວິດ ຈາງຫາຍໄປ, ຂະແໜງການທ່ອງທ່ຽວ ກໍຄ່ອຍໆຟື້ນຕົວຂຶ້ນ…