ຂັບຂີ່ລົດໃຫ້ລະວັງຄົນ ຈະຂ້າມຖະໜົນໃຫ້ລະວັງລົດ ກົດຈະລາຈອນພື້ນຖານທີ່ທຸກຄົນຄວນຮູ້ ແລະ ປະຕິບັດ

ຂັບຂີ່ລົດໃຫ້ລະວັງຄົນ ຈະຂ້າມຖະໜົນໃຫ້ລະວັງລົດ ກົດຈະລາຈອນພື້ນຖານທີ່ທຸກຄົນຄວນຮູ້ ແລະ ປະຕິບັດ

ໂດຍ: ຜາຕຸງ ເຮົາຈະສັງເກດຫັນວ່າ ປັດຈຸບັນນີ້ ຢູ່ຕາມເສັ້ນທາງສາຍຕ່າງໆ ຈະມີປ້າຍສັນຍະລັກບອກໃຫ້ຜູ້ສັນ ຈອນໄປມາຕາມທ້ອງຖະໜົນຮູ້ໄດ້ເຖິງກົດລະບຽບການສັນຈອນທາງບົກ, ມີທັງປ້າຍຫ້າມ, ປ້າຍເຕືອນ ແລະ ປ້າຍອື່ນໆຫຼາຍຢ່າງ ລວມທັງການຂີດ, ການແຕ້ມຕາມຂອບທາງ ແລະ ເສັ້ນແບ່ງຊ່ອງຈະລາຈອນ ລວມທັງທາງມ້າລາຍ ເພື່ອໃຫ້ຜູ້ສັນຈອນໄປມາ ເຊິ່ງຜູ້ໃຊ້ລົດໃຊ້ຖະໜົນຕ້ອງຮຽນຮູ້ ແລະ ປະຕິບັດຕາມຢ່າງເຂັ້ມງວດ…

ການປ່ຽນແປງສະພາບດິນຟ້າອາກາດ  ຄາດເດົາໄດ້ຍາກ ຕ້ອງລະວັງຜົນກະທົບ ແລະ ກຽມຮັບມືຢູ່ຕະຫລອດເວລາ

ການປ່ຽນແປງສະພາບດິນຟ້າອາກາດ  ຄາດເດົາໄດ້ຍາກ ຕ້ອງລະວັງຜົນກະທົບ ແລະ ກຽມຮັບມືຢູ່ຕະຫລອດເວລາ

ໂດຍ: ທິດກໍ່າ ປີນີ້ເປັນປີ 8 ສອງຫົນ ໝາຍວ່າມີເດືອນແປດສອງເທື່ອ ເຊິ່ງປັດຈຸບັນພວກເຮົາພວມຢູ່ໃນຊ່ວງທ້າຍເດືອນ 8 ຫົນທີສອງ ແລະ ອີກບໍ່ເທົ່າໃດວັນກໍຈະຮອດເດືອນ 8 ເພັງ ຫລືວ່າຂຶ້ນ 15 ຄໍ່າເດືອນ 8 ລາວ ອັນເປັນມື້ເຂົ້າພັນສາຕາມຮີດ 12…

ກຽມຮັບມືໃນສະກັດກັ້ນ ແລະ ແກ້ໄຂສັດຕູພືດ ຕ້ອງຄຽງກັບການແກ້ໄຂບັນຫາທີ່ຕົ້ນເຫດ ບໍ່ແມ່ນການໃຊ້ຢາຂ້າຢ່າງດຽວ

ກຽມຮັບມືໃນສະກັດກັ້ນ ແລະ ແກ້ໄຂສັດຕູພືດ ຕ້ອງຄຽງກັບການແກ້ໄຂບັນຫາທີ່ຕົ້ນເຫດ ບໍ່ແມ່ນການໃຊ້ຢາຂ້າຢ່າງດຽວ

ໂດຍ: ຜາຕຸງ ໃນໄລຍະ 2-3 ປີຜ່ານມານີ້  ເຮົາໄດ້ເຫັນ ແລະ ໄດ້ຍິນຂ່າວສັດຕູພືດປະເພດບົ້ງຝູງ, ຕັກແຕນຝູງ ກັດກິນ ແລະທຳລາຍຜົນລະປູກຂອງປະຊາຊົນ ຢູ່ຫຼາຍແຂວງທາງພາກເໜືອຂອງປະເທດຫຼາຍພັນເຮັກຕາ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນພໍສົມຄວນ ເຊິ່ງທັງໝົດນີ້ມັນຈະນໄປສູ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ອັນເນື່ອງຈາກຜົນຜະລິດໄດ້ໜ້ອຍ. ຫຼ້າສຸດເມື່ອຕົ້ນເດືອນກໍລະກົດນີ້ ເກີດເຫດການບົ້ງຝູງລົງກິນແລະທຳລາຍຕົ້ນເຂົ້າແລະພືດຜັກໄດ້ເກີດຂຶ້ນແລ້ວຢູ່ 7 ເມືອງໃນຈຳນວນ 11…

ລັດຖະບານ ກໍານົດຍຸດທະສາດຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ ໄປຕາມ 6 ແຜນງານ ແລະ 17 ໂຄງການບູລິມະສິດ

ລັດຖະບານ ກໍານົດຍຸດທະສາດຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ ໄປຕາມ 6 ແຜນງານ ແລະ 17 ໂຄງການບູລິມະສິດ

ໂດຍ: ຜາຕຸງ ສະມາຊິກສະພາແຫ່ງຊາດໄດ້ຊັກຖາມເຈາະຈີ້ມຕໍ່ລັດຖະບານກ່ຽວກັບການຈັດສັນອາຊີບຄົງທີ່ ແລະ ການຕັ້ງຖິ່ນຖານພູມລໍາເນົາເພື່ອຄຸ້ມຄອງແລະຫຼຸດຜ່ອນ ການຍົກຍ້າຍຖິ່ນຖານຂອງປະຊາຊົນຈາກເຂດຊົນນະບົດ ເຂົ້າສູ່ຕົວເມືອງ ແລະ ຈາກພາກເໜືອ ໄປຫາພາກກາງ ແລະ ພາກໃຕ້ລັດຖະບານມີວິທີການ ແລະ ມາດຕະການ ແກ້ໄຂແນວໃດ ?. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ…

ປ່ອຍປາ, ສັດນ້ຳ-ສັດປ່າ ເພື່ອຄວາມອຸດົມສົມບູນຂອງທຳມະຊາດ ຕ້ອງປະຕິບັດກົດໝາຍປາບປາມການລ່າຢ່າງເຂັ້ມງວດ

ປ່ອຍປາ, ສັດນ້ຳ-ສັດປ່າ ເພື່ອຄວາມອຸດົມສົມບູນຂອງທຳມະຊາດ ຕ້ອງປະຕິບັດກົດໝາຍປາບປາມການລ່າຢ່າງເຂັ້ມງວດ

ໂດຍ: ທິດກ່ຳ ໃນປີ 2023 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນໃນທົ່ວປະເທດ ມີແຜນປ່ອຍສັດນ້ຳ-ສັດປ່າເພື່ອຄວາມອຸດົມສົມບູນລົງສູ່ທຳມະຊາດຕາມພື້ນທີ່ປ່າ ແລະ ແຫລ່ງນ້ຳ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2023…

ການນຳໃຊ້ເງິນຫລາຍສະກຸນໃນການຄ້າຂາຍຍັງມີຄວາມຈຳເປັນ ແຕ່ຄວນຢູ່ໃນຂອບເຂດຈຳກັດ

ການນຳໃຊ້ເງິນຫລາຍສະກຸນໃນການຄ້າຂາຍຍັງມີຄວາມຈຳເປັນ ແຕ່ຄວນຢູ່ໃນຂອບເຂດຈຳກັດ

ໂດຍ: ທິດກ່ຳ ໃນອາທິດຜ່ານມາ, ທິດກ່ຳ ໄດ້ໄປຊື້ສິນຄ້າຢູ່ຮ້ານແຫ່ງໜຶ່ງໃນນະຄອນຫລວງວຽງຈັນ, ໃນຂະນະທີ່ຢືນລຽນຄິວລໍຖ້າຈ່າຍເງິນ ໄດ້ເຫັນລູກຄ້າທ່ານໜຶ່ງໄດ້ຈົກເອົາເງິນໃບພັນບາດອອກມາຈ່າຍຄ່າເຄື່ອງ ແລ້ວຜູ້ຂາຍກໍໄລ່ລຽງທອນດ້ວຍເງິນກີບ. ຈາກປາກົດການທີ່ເຫັນນີ້ ສະແດງວ່າການໃຊ້ເງິນຕາຕ່າງປະເທດ ໂດຍສະເພາະເງິນບາດ, ເງິນໂດລາ ແລະ ຍັງບໍ່ທັນເວົ້າເຖິງເງິນຢວນຢູ່ທາງພາກເໜືອຢູ່ບ້ານເຮົາຍັງບໍ່ທັນມີມາດຕະການແກ້ໄຂປົດເປື້ອງອອກຢ່າງສິ້ນເຊີງໄດ້. ເວົ້າຄວາມຈິງແລ້ວ ການນຳໃຊ້ເງິນບາດ, ເງິນໂດລາໃນການຊື້-ຂາຍຢູ່ປະເທດເຮົາແມ່ນມີມາຊ້ານານ ແລະ ເບື້ອງລັດເຮົາເອງກໍບໍ່ສາມາດໃຊ້ມາດຕະການທາງກົດໝາຍຢ່າງເຂັ້ມງວດເດັດຂາດ ເພາະມັນເຖິງຂັ້ນລວາດແຂ້ວເຕົ່າຝັງເລິກແພ່ລາມໄປທົ່ວປະເທດມາໄດ້ຫລາຍທົດສະວັດແລ້ວ….

ການແກ້ໄຂບັນຫາຢາເສບຕິດ ເບິ່ງຄືວ່າອັນໃດກໍຕິດຂັດ ແລະ ຫຍຸ້ງຍາກໄປໝົດ

ການແກ້ໄຂບັນຫາຢາເສບຕິດ ເບິ່ງຄືວ່າອັນໃດກໍຕິດຂັດ ແລະ ຫຍຸ້ງຍາກໄປໝົດ

ໂດຍ: ທິດກ່ຳ ອີງຕາມການລາຍງານຂອງທ່ານພົນເອກ ວິໄລ ຫລ້າຄຳຟອງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 29 ມິຖຸນາ 2023 ຜ່ານມາ ວ່າ: ” ຕະຫລອດໄລຍະການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2 ປີກວ່າ ສາມາດມ້າງຄະດີຢາເສບຕິດໄດ້…

ຂຸດຄົ້ນແຮ່ທາດແບບທົດລອງ ລາວເຮົາຕົກຢູ່ໃນທ່າເສຍປຽບ  ແລະ ມີຜົນເສຍຫາຍມະຫາສານຍ້ອນຂາດການຄຸ້ມຄອງທີ່ລະອຽດ

ຂຸດຄົ້ນແຮ່ທາດແບບທົດລອງ ລາວເຮົາຕົກຢູ່ໃນທ່າເສຍປຽບ ແລະ ມີຜົນເສຍຫາຍມະຫາສານຍ້ອນຂາດການຄຸ້ມຄອງທີ່ລະອຽດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີຄຳເຫັນກ່ຽວກັບການຂຸດຄົ້ນແຮ່ຢູ່ປະເທດເຮົາໃນໄລຍະຫລາຍປີຜ່ານມາ ກໍຄືໃນປັດຈຸບັນ ແລະ ອະນາຄົດວ່າ: “ບໍ່ຢາກໃຫ້ສືບຕໍ່ອີກ ໂຄງການທົດລອງຂຸດຄົ້ນແຮ່ທາດ ເພາະມັນເປັນຊັບສິນທີ່ບໍ່ສາມາດທົດລອງໄດ້ ໝົດກໍໝົດໄປເລີຍ ອັນໃດທີ່ເຮັດທົດລອງກໍຂໍໃຫ້ມີເວລາຈຳກັດຄັກແນ່ ແລະ ຄວນຮັກສາແຮ່ທາດທີ່ມີຄຸນຄ່າແຮ່ຫາຍາກ, ມີລາຄາສູງ ຄວນກຳນົດເຂດຮັກສາໄວ້ໃນອະນາຄົດໃຫ້ລູກຫລານລາວລຸ້ນຕໍ່ໄປ…”. ດັ່ງທີ່ຮູ້ນຳກັນແລ້ວວ່າ, ໃນປັດຈຸບັນ ປະເທດລາວມີບໍລິສັດຂຸດຄົ້ນແຮ່ທາດ…

ການເລາະຊື້ເກັບເຫຼັກເສດ ກັບການຂີ້ລັກມັກມາພ້ອມກັນ ເຈົ້າໜ້າທີ່ຕ້ອງເຂັ້ມງວດກາກາ ແລະ ປັບໃໝຢ່າງຈິງຈັງ

ການເລາະຊື້ເກັບເຫຼັກເສດ ກັບການຂີ້ລັກມັກມາພ້ອມກັນ ເຈົ້າໜ້າທີ່ຕ້ອງເຂັ້ມງວດກາກາ ແລະ ປັບໃໝຢ່າງຈິງຈັງ

ໂດຍ: ມຶກບໍ່ແຫ້ງ ໃນໄລຍະຜ່ານມາ ເຈົ້າໜ້າທີ່ ປກສ ໄດ້ຊີ້ໃຫ້ເຫັນວ່າ ບັນຫາຂີ້ລັກງັດແງະ ກາຍເປັນບັນຫາຍໍ້ທໍ້ໜຶ່ງໃນສັງຄົມ ທີ່ຄວນໄດ້ຮັບການແກ້ໄຂ ແລະ ຮຽກຮ້ອງໃຫ້ບັນດາຮ້ານຮັບຊື້ເຫລັກເສດເປັນເຈົ້າການ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່. ການຮັບຊື້ ການເກັບເຫຼັກເສດນັ້ນ ຜູ້ຂຽນຄິດວ່າເປັນເລື່ອງທີ່ດີ ເພາະວ່າເຂົາເຈົ້າ ເຫຼົ່ານັ້ນ ໄດ້ປະກອບສ່ວນສຳຄັນ ໃນການເກັບກູ້ເອົາ ບັນດາ…

ຂົນສົ່ງສິນຄ້າຕ້ອງຮັບປະກັນຄວາມປອດໄພ ບໍ່ແມ່ນເອົາແຕ່ຄວາມຢາກໄດ້ ແຕ່ໄຮ້ຄວາມຮັບຜິດຊອບຕໍ່ສັງຄົມ

ຂົນສົ່ງສິນຄ້າຕ້ອງຮັບປະກັນຄວາມປອດໄພ ບໍ່ແມ່ນເອົາແຕ່ຄວາມຢາກໄດ້ ແຕ່ໄຮ້ຄວາມຮັບຜິດຊອບຕໍ່ສັງຄົມ

ໂດຍ: ຜາຕຸງ ທຸກອາຊີບທີ່ເວົ້າມານີ້ກໍລ້ວນແລ້ວແຕ່ແມ່ນອາຊີບທີ່ດີມີກຽດສະຫງ່າ ແລະ ບໍລິສຸດໂດຍທີ່ບໍ່ໄດ້ໄປສໍ້ໂກງໃຜຜູ້ໃດເລີຍ, ແຕ່ກໍຄວນເບິ່ງຄືໃນເວລາລຳລຽງຂົນສົ່ງສິນຄ້າໂດຍສະເພາະປະເພດ ກວດນ້ຳດື່ມປລາສຕິກ, ການແກ່ເສດເຫັກ ໄປສົ່ງຈຸດຈຳໜ່າຍ ຫຼື ເອົາໄປໄວ້ເຮືອນຂອງຕົນເອງຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມຂຶ້ນຕື່ມອີກ ດ້ວຍການທີ່ບັນທຸກເກີນຂອດເຂດ ສ້າງຄວາມເດືອດຮ້ອນຕໍ່ສັງຄົມເວລາໃຊ້ລົດລາງພາຫະນະໄປຕາມທ້ອງຖະໜົນທັງສ່ຽງຕໍ່ການເກີດອຸບັດເຫດຕື່ມອີກ, ຊຶ່ງຜ່ານມາປາກົດຍັງເຫັນເຫັນຫຼາຍໃນນະຄອນຫຼວງວຽງຈັນ ແລະ ຕາມຕົວເມືອງໃຫຍ່. ສັງຄົມລາວເຂົ້າໃຈເລື່ອງການພະຍາມຍາມປະກອບອາຊີບໃນດ້ານຕ່າງໆ ຫາລ້ຽງກຸ້ມຕົນເອງຕາມຄວາມສາມາດ ແລະທ່າແຮງທີ່ຕົນມີດ້ວຍຄວາມຊື່ສັດສຸດຈະລິດ ແຕ່ຕ້ອງເຮັດໃຫ້ຖືກຕ້ອງຕາມລະບຽບກົດໝາຍບ້ານເມືອງ…