ພາຍຸເຂດຮ້ອນບົວລອຍພັດຖະຫລົ່ມຟີລິບປິນຢ່າງໜັກ ມີຜູ້ເສຍຊີວິດແລ້ວ 11 ຄົນ

            ພາກກາງຂອງຟີລິບປິນໄດ້ຮັບຄວາມເສຍຫາຍເປັນວົງກວ້າງຈາກອິດທິພົນຂອງພາຍຸເຂດຮ້ອນບົວລອຍ ເຊິ່ງຈໍານວນຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 11 ຄົນ.

            ສໍານັກງານປ້ອງກັນ ແລະ ບັນເທົາທຸກແຫ່ງຊາດຂອງຟີລິບປິນ ລາຍງານຈໍານວນຜູ້ເສຍຊີວິດຈາກອິດທິພົນຂອງພາຍຸເຂດຮ້ອນບົວລອຍ ເຊິ່ງພັດຜ່ານທາງພາກກາງຂອງປະເທດ ໃນວັນທີ 26 ກັນຍາຜ່ານມາ ເພີ່ມເປັນຢ່າງໜ້ອຍ 11 ຄົນ ແລະ ຍັງມີຜູ້ສູນຫາຍອີກຢ່າງໜ້ອຍ 14 ຄົນ.

            ຂະນະທີ່ປະຊາຊົນ 400,000 ກວ່າຄົນ ຕ້ອງອົບພະຍົບ ເນື່ອງຈາກເຮືອນຈົມຢູ່ໃຕ້ລະດັບນໍ້າຖ້ວມສູງ, ຖະໜົນ ແລະ ຂົວຫລາຍແຫ່ງຖືກຕັດຂາດເພາະກະແສນໍ້າ ແລະ ຕົ້ນໄມ້ຈໍານວນຫລາຍຫັກ.

            ກ່ອນໜ້ານັ້ນ ພາກເໜືອຟີລິບປິນຜະເຊີນອິດທິພົນຮຸນແຮງຂອງຊຸບເປີໄຕ້ຝຸ່ນຣາກາຊາ ເຊິ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ.

            ທັງນີ້, ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຟີລິບປິນ ຄາດຄະເນວ່າພາຍຸເຂດຮ້ອນບົວລອຍຈະເຄື່ອນທີ່ຜ່ານທະເລຈີນໃຕ້ ແລ້ວມຸ້ງໜ້າສູ່ຫວຽດນາມເປັນຈຸດໝາຍຕໍ່ໄປ ໂດຍອາດຈະມີການພັດຂຶ້ນຝັ່ງອີກໃນວັນທີ 28 ກັນຍານີ້.