Microsoft ຢຸດໃຫ້ບໍລິຫານບາງສ່ວນຕໍ່ກອງທັບອິດສະລາແອນ ຫລັງພົບໃຊ້ເຕັກໂນໂລຊີ Cloud ສອດແນມຊາວປາແລັສຕິນຈໍານວນຫລາຍ

             Microsoft ບໍລິສັດຜະລິດຊັອບແວຊື່ດັງຂອງອາເມລິກາ ຕັດສິນໃຈຢຸດໃຫ້ບໍລິການຊຸດໜຶ່ງຕໍ່ກອງທັບອິດສະລາແອນ ຫລັງການສອບສວນພົບວ່າ ອິດສະລາແອນກໍາລັງໃຊ້ເຕັກໂນໂລຊີ Cloud Computing ຂອງບໍລິສັດໃນການສອດແນມຊາວປາແລັສຕິນຈໍານວນຫລາຍ.

             Brad Smith ປະທານບໍລິສັດ Microsoft ເຜີຍແຜ່ຖະແຫລງການຜ່ານບັອກຂອງບໍລິສັດວ່າ: Microsoft ໄດ້ “ຢຸດ ແລະ ປິດນໍາໃຊ້ບໍລິການຊຸດໜຶ່ງໃຫ້ໜ່ວຍງານໜຶ່ງພາຍໃນກະຊວງປ້ອງກັນຄວາມສະຫງົບອິດສະລາແອນ”.

             ການດໍາເນີນງານດັ່ງກ່າວເກີດຂຶ້ນຫລັງຈາກການສອບສວນໂດຍໜັງສືພິມ The Guardian ແລະ ວາລະສານ +972 ຂອງອິດສະລາແອນໃນເດືອນສິງຫາຜ່ານມາ ເຊິ່ງມີລາຍງານວ່າໜ່ວຍຂ່າວທາງທະຫານຂອງອິດສະລາແອນ ຫລື ໜ່ວຍ 8200 (Unit 8200) ໄດ້ໃຊ້ Microsoft Azure ແພກຟອມ Cloud Computing ຂອງບໍລິສັດ ໃນການຈັດເກັບຂໍ້ມູນການໂທລະສັບຫລາຍລ້ານສາຍ ທີ່ຊາວປາແລັສຕິນໂທອອກໃນເຂດກາຊາ ແລະ ເຂດເວສແບງທີ່ອິດສະລາແອນຢຶດຄອງ.

             ກ່ອນໜ້ານີ້ໃນວັນທີ 15 ສິງຫາ Microsoft ປະກາດວ່າ: ໄດ້ເລີ່ມດໍາເນີນການກວດສອບຂໍ້ກ່າວຫາດັ່ງກ່າວແລ້ວ ແລະ ຢືນຢັນວ່າບໍລິສັດບໍ່ໄດ້ຈັດຫາເຕັກໂນໂລຊີ “ເພື່ອອໍານວຍຄວາມສະດວກໃນການສອດແນມປະຊາຊົນຈໍານວນຫລາຍ” ເຊິ່ງເປັນການທີ່ Microsoft ນໍາໄປໃຊ້ໃນທຸກປະເທດທົ່ວໂລກ.

             ຂະນະທີ່ Microsoft ລະບຸວ່າ: ການກວດສອບເນັ້ນໃສ່ບັນທຶກທາງທຸລະກິດ, ງົບການເງິນ, ເອກະສານພາຍໃນ ແລະ ບັນທຶກອື່ນໆ ໂດຍບໍ່ໄດ້ເຂົ້າເຖິງເນື້ອໃນຂອງຂໍ້ມູນທີ່ຈັດເກັບໄວ້ ເຊິ່ງໃນລະຫວ່າງການສອບສວນ ບໍລິສັດລະບຸວ່າພົບຫລັກຖານທີ່ສະໜັບສະໜູນອົງປະກອບໃນການສືບສວນຈາກສໍານັກຂ່າວຕ່າງໆ ເຊິ່ງລວມທັງ “ການໃຊ້ພື້ນທີ່ຈັດເກັບຂໍ້ມູນ Azure ຂອງອິດສະລາແອນໃນໂຮນລັງ ແລະ ການໃຊ້ບໍລິການ AI”.

            ໂດຍ Microsoft ໄດ້ແຈ້ງອິດສະລາແອນກ່ຽວກັບການຕັດສິນໃຈຢຸດ ແລະ ປິດນໍາໃຊ້ການສະໝັກສະມາຊິກ ແລະ ບໍລິການບາງສ່ວນຕໍ່ກະຊວງປ້ອງກັນຄວາມສະຫງົບອິດສະລາແອນ ລວມທັງການນໍາໃຊ້ບໍລິການ Cloud Storage ແລະ AI”. ຂະນະທີ່ບໍລິສັດຍັງດໍາເນີນການກວດສອບຢ່າງຕໍ່ເນື່ອງ.

            ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງຂອງອິດສະລາແອນຢືນຢັນວ່າ: ການຢຸດໃຫ້ບໍລິການດັ່ງກ່າວ “ບໍ່ເຮັດໃຫ້ເກີດຄວາມເສຍຫາຍໃດໆຕໍ່ຂີດຄວາມສາມາດໃນການປະຕິບັດງານຂອງກອງກໍາລັງປ້ອງກັນອິດສະລາແອນ”.

ອ້າງອີງ:

https://edition.cnn.com/2025/09/25/tech/microsoft-israel-surveillance