ກອງປະຊຸມສະພາ ເປັນບ່ອນພິຈາລະນາບັນຫາຂອງຊາດ ແລະ ຕົກລົງເອົາມາດຕະການໄປແກ້ໄຂໃຫ້ເກີດດອກອອກຜົນ

ກອງປະຊຸມສະພາ ເປັນບ່ອນພິຈາລະນາບັນຫາຂອງຊາດ ແລະ ຕົກລົງເອົາມາດຕະການໄປແກ້ໄຂໃຫ້ເກີດດອກອອກຜົນ

ໂດຍ: ທິດກ່ຳ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການມາແຕ່ວັນທີ 26 ມິຖຸນາ 2023 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມບັນດາການນຳພັກ-ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງໃນທົ່ວປະເທດເຂົ້າຮ່ວມ ແລະ…

ແຮ່ທາດ ບໍ່ແມ່ນແນວຈະທົດລອງ ຂຸດຄົ້ນແຮ່ແມ່ນຊັບພະຍາກອນ ໝົດແລ້ວກໍໝົດເລີຍ

ແຮ່ທາດ ບໍ່ແມ່ນແນວຈະທົດລອງ ຂຸດຄົ້ນແຮ່ແມ່ນຊັບພະຍາກອນ ໝົດແລ້ວກໍໝົດເລີຍ

ໂດຍ: ຜາຕຸງ ບັນຫາທີ່ຟົດເດືອດຊຶ່ງສັງຄົມມີຄວາມສົນໃຈທີ່ສຸດໃນເວລານີ້ກໍແມ່ນເລື່ອງເສດຖະກິດ,ນອກຈາກບັນຫາອັດຕາເງິນເຟີ້,ສິນຄ້າຂຶ້ນລາຄາທີ່ສົ່ງຜົນກະທົບແຮງຕໍ່ການດຳລົງຊີວິດຂອງປະຊາຊົນຄົນທົ່ວໄປ ໂດຍສະເພາະຕໍ່ຜູ້ມີລາຍຮັບໜ້ອຍແລ້ວ, ກໍຄົງຈະແມ່ນເລື່ອງການອະນຸຍາດໃຫ້ນັກລົງທຶນເຂົ້າມາທົດລອງຂຸດຄົ້ນແຮ່ທາດຕ່າງໆ ແລະ ການຂຸດຄົ້ນແຮ່ຫາຍາກ ທີ່ສະມາຊິກສະພາແຫ່ງຊາດຍົກເປັນຄຳຖາມມາເຈາະຈີ້ມຕໍ່ສະມາຊິກຄະນະລັດຖະບານຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ່ 9 ທີ່ກຳລັງດຳເນີນຢູ່ນີ້. ການທົດລອງຂຸດຄົ້ນແຮ່ທາດເປັນນະໂຍບາຍໜຶ່ງທີ່ສຳຄັນໃນການພັດທະນາເສດຖະກິດ, ຜ່ານການປະຕິບັດຕົວຈິງສອງປີຜ່ານມາ ໄດ້ສົ່ງຜົນກະທົບໂດຍກົງແລະທາງອ້ອມຕໍ່ການດຳລົງຊິວິດຂອງປະຊາຊາຊົນຢ່າງຫຼີກບໍ່ໄດ້ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມເປ່ເພ, ປ່າໄມ້ຖືກທຳລາຍ, ສ້າງມົນລະພິດຕໍ່ສິິ່ງແວດລ້ອມ  ຊຶ່ງປະຊາຊົນຫຼາຍທ້ອງຖິ່ນມີຄວາມເຫັນໃນການທົດລອງເຮັດແຮ່ທາດເປັນຕົ້ນບັນດາຂໍ້ສະເໜີຂອງຜູ້ແທນກອງປະຊຸມຈາກຫຼາຍເຂດເລືອກຕັ້ງກໍຢາກໃຫ້ມີການສະຫຼຸບຕີລາຄາຄືນບົດຮຽນໃນການເຮັດທົດລອງນີ້ ໄດ້ຫຍັງແດ່…

ຮີບເລັ່ງທາວເອົາຜັກຕົບອອກຈາກຮ່ອງແຊງ ໃຫ້ນ້ຳໄຫຼສະດວກ ເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນຕົວເມືອງ

ຮີບເລັ່ງທາວເອົາຜັກຕົບອອກຈາກຮ່ອງແຊງ ໃຫ້ນ້ຳໄຫຼສະດວກ ເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນຕົວເມືອງ

ໂດຍ: ຜາຕຸງ ໃນທີ່ສຸດຜັກຕົບທີ່ກີດຂວາງທາງໄຫຼຂອງນ້ຳຢູ່ຮອງແຊງຊຶ່ງເປັນຮ່ອງລະບາຍນ້ຳຂະໜາດໃຫຍ່ ເພື່ອລະບາຍນ້ຳເປື້ອນຈາກຄົວເຮືອນອອກຈາກ 2 ເມືອງຄື: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ບາງຈຸດ ໂດຍສະເພາະ ຢູ່ຈຸດ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ກໍຖືກອະນາໄມຮື້ຖອນ ຈາກໜ່ວຍງານທີ່ກ່ຽວຂ້ອງຂອງເມືອງແລ້ວ, ພາຍຫຼັງທີ່ຈະເລີນເຕີບໂຕເບັ່ງບານ ກີດຂວາງການໄຫຼຂອງນ້ຳມາເປັນເວລາດົນນານ….

ການຂຸດຄົ້ນແຮ່ທາດ ທີ່ບໍ່ໄປຕາມມາດຕະຖານ ແລະ ກົດໝາຍ ກາຍເປັນບັນຫາເຄັ່ງຮ້ອນຂອງຊາດ

ການຂຸດຄົ້ນແຮ່ທາດ ທີ່ບໍ່ໄປຕາມມາດຕະຖານ ແລະ ກົດໝາຍ ກາຍເປັນບັນຫາເຄັ່ງຮ້ອນຂອງຊາດ

ໂດຍ: ມຶກບໍ່ແຫ້ງ ການຂຸດຄົ້ນແຮ່ທາດເປັນຂະແໜງການສຳຄັນໃນການຂັບເຄື່ອນການເຕີບທາງດ້ານເສດຖະກິດຂອງ ສປປລາວ ແຕ່ພ້ອມນັ້ນ ຂະແໜງການດັ່ງກ່າວໄດ້ກໍໃຫ້ເກີດບັນຫາສັງຄົມ-ສິ່ງແວດລ້ອມຢ່າງຫຼວງຫຼາຍ ຍ້ອນການຈັດຕັ້ງປະຕິບັດສັນຍາ ຕາມລະບຽບກົດໝາຍ ຍັງບໍ່ທັນໄດ້ດີ. ເກືອບສອງທົດສະຫວັດທີ່ຜ່ານມາ ຈົນຮອດປັດຈຸບັນ ພວກເຮົາບໍ່ສາມາດປະຕິເສດໄດ້ວ່າ ການຂຸດຄົ້ນແຮ່ທາດ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ຍົກຕົວຢ່າງ ສິນຄ້າສົ່ງອອກຂອງ ສປປລາວໃນ ເດືອນພຶດສະພາ 2023…

ຝົນຕົກແຮງນ້ຳຊຶມ ສ້າງທາງບໍ່ມີຄຸນນະພາບບໍ່ໄດ້ມາດຕະຖານ ແລະ ບັນທຸກໜັກເກີນກຳນົດ ລ້ວນແຕ່ແມ່ນສາເຫດພາໃຫ້ທາງເປ່ເພ ແລະ ເປັນບວກເປັນຂຸມ

ຝົນຕົກແຮງນ້ຳຊຶມ ສ້າງທາງບໍ່ມີຄຸນນະພາບບໍ່ໄດ້ມາດຕະຖານ ແລະ ບັນທຸກໜັກເກີນກຳນົດ ລ້ວນແຕ່ແມ່ນສາເຫດພາໃຫ້ທາງເປ່ເພ ແລະ ເປັນບວກເປັນຂຸມ

ໂດຍ: ຜາຕຸງ ການລົງແລະເລົ່າຂ່າວ ຫຼື ແນະນຳ ໃຫ້ຮູ້ເຖິງສະພາບຄວາມເປ່ເພ, ເປັນບວກໄປຂຸມ ຫຍຸ້ງຍາກໃນການໄປມາ ແລະ ມີຄວາມສ່ຽງເກີດອຸບັດເຫດ ກ່ຽວກັບເສັ້ນທາງຫຼາຍເສັ້ນ ທັງຢູ່ຕົວເມືອງ ແລະ ຊົນນະບົດ,ພວມເປັນສິ່ງທີ່ຟົດເດືອດຢູ່ສື່ສັງຄົມ ອອນລາຍ ໃນເວລານີ້, ເພື່ອສື່ເຖິງພາກສ່ວນທີ່ຮັບຜິດຊອບໂດຍກົງ ໄດ້ມີມາດຕະການແລະວີທີການແກ້ໄຂຢ່າງຖືກຕ້ອງແລະຮີບດ່ວນ. ທາງເປ່ເພ, ເປັນບວກເປັນຂຸມນ້ອຍໃຫຍ່ທີ່ມີຢູ່ຕາມທ້ອງຖະໜົນນັ້ນມາຈາກສາເຫດອັນໃດ?…

ສິນຄ້າກະສິກຳລາວ ແຕ່ປຸຍ ແລະ ອຸປະກອນຍັງເປັນສິນຄ້ານຳເຂົ້າ ເຮັດໃຫ້ຜົນຜະລິດຄວບຄຸມລາຄາບໍ່ໄດ້  ຈະແກ້ໄຂແນວໃດ ?

ສິນຄ້າກະສິກຳລາວ ແຕ່ປຸຍ ແລະ ອຸປະກອນຍັງເປັນສິນຄ້ານຳເຂົ້າ ເຮັດໃຫ້ຜົນຜະລິດຄວບຄຸມລາຄາບໍ່ໄດ້ ຈະແກ້ໄຂແນວໃດ ?

ໂດຍ: ມຶກບໍ່ແຫ້ງ ບັນຫາທີ່ຊໍາເຮື້ອມາຍາວນານ ກ່ຽວກັບສິນຄ້າກະສິກຳຂອງລາວ ທີ່ມີຕົ້ນທຶນການຜະລິດຍັງສູງ, ລາຄາແພງ, ມີໜ້ອຍ ແລະ ຄຸນນະພາບຍັງບໍ່ທັນສູງນັ້ນ ເກີດຈາກຫຍັງ? ແລ້ວພວກເຮົາແກ້ໄຂບໍ່ໄດ້ແທ້ໆບໍ່? ເປັນເລື່ອງຊັດເຈນວ່າ ຮອດເວລານີ້ ພວກເຮົາຍັງບໍ່ທັນສາມາດຜະລິດ ອາຫານກຸ້ມຕົນເອງໄດ້ເທື່ອ, ເຮັດໃຫ້ອາຫານການກິນແພງ ແລະ ເປັນປັດໄຈໜຶ່ງທີ່ເຮັດໃຫ້ລາຄາເງິນກີບລາວຕົກຕໍ່າໃນປັດຈຸບັນ, ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ຫາ…

ດິນແມ່ນຊັບພະຍາກອນອັນລ້ຳຄ່າ ແລະ ທຶນຮອນອັນມະຫາສານຂອງຊາດ ພົນລະເມືອງລາວເປັນກຳມະສິດຂອງວົງຄະນາຍາດແຫ່ງຊາດ ຊຶ່ງລັດເປັນຕົວແທນເຈົ້າກຳມະສິດ

ດິນແມ່ນຊັບພະຍາກອນອັນລ້ຳຄ່າ ແລະ ທຶນຮອນອັນມະຫາສານຂອງຊາດ ພົນລະເມືອງລາວເປັນກຳມະສິດຂອງວົງຄະນາຍາດແຫ່ງຊາດ ຊຶ່ງລັດເປັນຕົວແທນເຈົ້າກຳມະສິດ

ໂດຍ: ຜາຕຸງ ເຮົາຕ້ອງຍອມຮັບຄວາມເປັນຈິງວ່າ: ວຽກງານຄຸ້ມຄອງທີ່ດິນ ທັງດິນລັດ,ດິນລວມໝູ່, ບຸກຄົນ, ນິຕິບຸກຄົນ, ດິນປຸກສ້າງ, ດິນທຳການຜະລິດ, ດິນປ່າໄມ້  ຢູ່ແຕ່ລະແຂວງໃນໄລຍະຜ່ານມາແມ່ນມີຄວາມຫຍຸ້ງຍາກຫຼາຍ ຍ້ອນຖືກບຸກລຸກ,ບຸກເບີກສັບຊ່າວທຳການຜະລິ ການປຸກສ້າງ, ການເຊົ່າ ແລະ ສຳປະທານ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ຫຼືໜ່ວຍງານທີ່ກ່ຽວຂ້ອງ ຈົນກາຍເປັນປາກົດການຫຍໍ້ທໍ້ໃນສັງຄົມ ຍາກໃນການແກ້ໄຂ,…

​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ

​ເດີນທາງມາຮອດເຄິ່ງສະໄໝທີ່ພັກ-ລັດຖະບານ ຕັ້ງເປົ້າແກ້ໄຂ 7 ບັນຫາ​ຂອງ​ປະ​ເທດ​ຊາດ ຍັງມີ ຫລາຍບັນຫທີ່ຕ້ອງສືບຕໍ່ແກ້ໄຂ

ປີ 2023 ເດີນທາງມາໄດ້ເຄິ່ງໜຶ່ງແລ້ວ ເຊິ່ງໝາຍຄວາມວ່າ ເດີນທາງມາໄດ້ເຄິ່ງສະໄໝຂອງ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ​ປະຕິວັດ​ລາວ ສະໄໝທີ XI ແລະ ລັດຖະບານຊຸດທີ IX​, ເຫັນໄດ້ວ່າ ໃນໄລຍະຕົ້ນເດືອນຫາກາງເດືອນ ມິຖຸນາ 2023 ນີ້ ແຕ່ລະກະຊວງ ແລະ…

ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ

ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ

ໂດຍ: ຜາຕຸງ ຜ່ານມາກໍຄືປັດຈຸບັນ ການທ່ອງທ່ຽວຢູ່ລາວເຮົາແມ່ນຖືການທ່ອງທ່ຽວທຳມະຊາດ ປະຫວັດສາດ ແລະ ວັດທະນະທຳ ແບບປະຊາຊົນມີສ່ວນຮ່ວມ ເຮັດໃຫ້ນັກທ່ອງທ່ຽວຈາກທົ່ວໂລກສົນໃຈ ແລະ ເຂົ້າມາສຳຜັດກັບຕົວຈິງຂອງແຫຼ່ງທ່ອງທ່ຽວຢູ່ປະເທດເຮົາເປັນຈຳນວນຫຼາຍ, ສາມາດສ້າງລາຍຮັບທາງດ້ານເສດຖະກິດໄດ້ເປັນກອບເປັນກຳລວມທັງພາກລັດ ແລະ ປະຊາຊົນ. ປັດຈຸນີ້ ລັດຖະບານແມ່ນສົ່ງເສີມໃຫ້ກິດຈະກຳການທ່ອງທ່ຽວທາງທຳມະຊາດ ໂດຍສະເພາະແມ່ນກິດຈະກຳການທ່ອງທ່ຽວ ພູເຂົາ ກາຍເປັນການທ່ອງທ່ຽວຮູບແບບໃໝ່ຂອງລາວເພື່ອດຶງດູດເອົານັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາທ່ຽວລາວຫຼາຍຂຶ້ນ, ເນື່ອງຈາກປະເທດລາວພວກເຮົາຍັງມີພູເຂົາທຳມະຊາດທີ່ອຸດົມສົມບູນ…

ມີຄວາມພ້ອມຈະລ້ຽງສັດ ຕ້ອງມີຄວາມພ້ອມດ້ານພື້ນທີ່ສະເພາະ ຮັບປະກັນບໍ່ສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນ

ມີຄວາມພ້ອມຈະລ້ຽງສັດ ຕ້ອງມີຄວາມພ້ອມດ້ານພື້ນທີ່ສະເພາະ ຮັບປະກັນບໍ່ສ້າງຄວາມເດືອດຮ້ອນໃຫ້ຜູ້ອື່ນ

ໂດຍ: ຜາຕຸງ ປັດຈຸບັນ ຢູ່ຫຼາຍບ້ານຫຼາຍເຂດໃນຕົວເມືອງ ລວມທັງນະຄອນຫຼວງວຽງຈັນ, ບາງຄັ້ງເຮົາຍັງເຫັນຝູງສັດລ້ຽງປະເພດງົວ,ແບ້ ຂອງປະຊາຊົນອອກມາເດີນຂະບວນພາເລດຍ່າງລ້ວຍລ້າຍ ໄປຄຽງຢູ່ກັບລົດລາພາຫະນະຄັນງາມຢູ່ຕາມຖະໜົນຫົນທາງບາງຈຸດບາງບ້ານຢ່າງສະບາຍໃຈ, ເຮັດໃຫ້ການຄົມມະນາຄົມບາງຄັ້ງກໍຖືກຢຸດຈຶ້ງເປັນເວລາຫຼາຍນາທີເພື່ອລໍຖ້າໃຫ້ຂະບວນພາເລດຂອງສັດລ້ຽງເຫຼົ່ານັ້ນອອກພົ້ນຖະໜົນຫົນທາງກ່ອນຈຶ່ງໄປໄດ້ ນີ້ມັນສະ ແດງໃຫ້ເຫັນເຖິງຄວາມບໍ່ເອົາໃຈໃສ່ແລະຂາດຄວາມຮັບຜິດຊອບຂອງຜູ້ເປັນເຈົ້າຂອງສັດລ້ຽງໄດ້ເປັນຢ່າງດີວ່າເປັນຄືແນວໃດ, ມັນກໍໜ້າຄິດນຳກັນວ່າ: ເປັນຫຍັງພັດຍັງມີບາງຄົນ,ບາງຄອບຄົວໃນຕົວເມືອງ ທີ່ຕົນເອງຍັງບໍ່ທັນພ້ອມທາງດ້ານເງື່ອນໄຂຕ່າງໆເປັນຕົ້ນແມ່ນສະຖານທີ່ລ້ຽງສັດ, ຄົນດູແລ ພັດສືບຕໍ່ສ້ຽງສັດປະເພດງົວ ແລະ ແບ້ ຢູ່ຕາມຕົວເມືອງແລ້ວປ່ອຍປະໃຫ້ສັດລ້ຽງໄປຊອກຢູ່ຫາກິນດ້ວຍຕົວມັນເອງຕາມສະຖານທີ່ຕ່າງໆ ມີບາງຄັ້ງຊ້ຳພັດໄປກິນເຄື່ອງປູກຂອງຝັງທີ່ຄອບຄົວອື່ນປູກໄວ້ແກ້ໄຂໃນຄອບຄົວ…