ຫັນລະບົບເສດຖະກິດຈາກການເພິ່ງພາ ເອື່ອຍອີງ ກ້າວໄປສູ່ເສດຖະກິດເອກະລາດ ເປັນເຈົ້າຕົນເອງ
ໂດຍ: ຜາຕຸງ ນັບແຕ່ນີ້ໄປ ສປປ ລາວ ຈະໄດ້ເລັ່ງລັດການວາງນະໂຍບາຍຫັນປະເທດເຮົາ ລະບົບເສດຖະກິດຂອງຊາດເຮົາ ຈາກລະບອບເສດຖະກິດທີ່ເຕັມໄປດ້ວຍການເພິ່ງພາ ເອື່ອຍອີງ ໃຫ້ກ້າວໄປສູ່ ລະບົບ ແລະ ລະບອບເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື ອາດຈະໃຊ້ຕົວອັກສອນຫຍໍ້ ສອຈ ໂດຍທີ່ແນວຄິດແລະທັດສະນະຕໍ່ວຽກງານເສດຖະກິດເອກະລາດ ເປັນເຈົ້າຕົນເອງຢູ່ປະເທດເຮົາ ໄດ້ສະເໜີໃຫ້ບັນດານັກເສດຖະສາດ…










