ຫວຽດນາມ ເຕືອນ! ກຽມຮັບມືພາຍຸຫົວໃໝ່ “ມັດໂມ” ຄາດວ່າຈະພັດຂຶ້ນທາງເໜືອ ຂອງ ປະເທດ ໃນວັນທີ 5-6 ຕຸລາ
ສໍານັກຂ່າວຫວຽດນາມລາຍງານວັນທີ 2 ຕຸລາ 2025 ນີ້ວ່າ: ກົມອຸຕຸນິຍົມວິທະຍາຫວຽດນາມລາຍງານວ່າ: ພາຍຸດີເປຣຊັນເຂດຮ້ອນ ໄດ້ກໍ່ຕົວຂຶ້ນຢູ່ ຟີລິບປິນ ແລະ ຈະກາຍເປັນ ພາຍຸເຂດຮ້ອນ “ມັດໂມ” (Matmo) ໃນເຊົ້າວັນພະຫັດ, ປັດຈຸບັນ ມີຄວາມໄວລົມສູງສຸດ 61–74 ກິໂລແມັດຕໍ່ຊົ່ວໂມງ, ເຊິ່ງພາຍຸກຳລັງເຄື່ອນຕົວໄປທາງຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ດ້ວຍຄວາມໄວ 15–20 ກິໂລແມັດຕໍ່ຊົ່ວໂມງ.
ພາຍຸເຂດຮ້ອນ Matmo ທີ່ກໍ່ຕົວຂຶ້ນນອກຝັ່ງທະເລ ທີ່ປະເທດ ຟິລິບປິນ ກຳລັງມຸ່ງໜ້າເຂົ້າສູ່ທະເລຕາເວັນອອກ (ທະເລຈີນໃຕ້) ໂດຍມີການຄາດຄະເນວ່າຈະມີລົມແຮງສູງສຸດເຖິງ 165 ກິໂລແມັດຕໍ່ຊົ່ວໂມງ. ລັດຖະບານຫວຽດນາມ ໄດ້ອອກຄຳເຕືອນໃຫ້ປະຊາຊົນໃນ ພາກກາງ ແລະ ພາກເໜືອ ຂອງປະເທດກຽມພ້ອມຮັບມືສະຖານະການຝົນຕົກໜັກ ແລະ ນໍ້າຖ້ວມກະທັນຫັນ ໃນລະຫວ່າງ ວັນທີ 5-6 ຕຸລາ 2025.

