ອາຄານໂຮງຮຽນຢູ່ອິນໂດເນເຊຍຖະຫລົ່ມ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນ ສູນຫາຍອີກຫລາຍສິບຊີວິດ

            ເກີດເຫດອາຄານໂຮງຮຽນສອນສາສະໜາແຫ່ງໜຶ່ງຢູ່ແຂວງຊະວາຕາເວັນອອກຂອງອິນໂດເນເຊຍພັງຖະຫລົ່ມ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນ, ສູນຫາຍອີກຫລາຍສິບຊີວິດ ໂດຍເຊື່ອວ່າ ທັງໝົດອາດຕົກຄ້າງຢູ່ກ້ອງຊາກຫັກພັງຂອງອາຄານດັ່ງກ່າວ.

            ທາງການທ້ອງຖິ່ນອິນໂດເນເຊຍກ່າວວ່າ: ອາຄານຖະຫລົ່ມເກີດຂຶ້ນເມື່ອເວລາປະມານ 15:00 ໂມງ ຕາມເວລາທ້ອງຖິ່ນ ໃນຂະນະທີ່ນັກຮຽນກໍາລັງລວມກັນເພື່ອສວດມົນຍາມບ່າຍ ໂດຍເສົາຂອງອາຄານດັ່ງກ່າວຢູ່ລະຫວ່າງການສ້ອມແປງ.

            ພ້ອມເກີດກະແສຮຽກຮ້ອງໃຫ້ສາທາລະນະຊົນ ແລະ ຜູ້ຈັດການອາຄານຫລາຍຊັ້ນໝັ້ນໃຈວ່າ: ມີການເບິ່ງແຍງທາງເຕັກນິກໃນລະຫວ່າງການກໍ່ສ້າງ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການທີ່ຄ້າຍຄືກັນໃນອະນາຄົດ.

            ເຫດການອາຄານໂຮງຮຽນຖະຫລົ່ມນີ້ເປັນຄັ້ງທີສອງຂອງອິນໂດເນເຊຍໃນໄລຍະເວລາບໍ່ຮອດເດືອນ ເຊິ່ງເຫດການກ່ອນໜ້ານີ້ ເກີດຂຶ້ນກັບອາຄານຫໍປະຊຸມໂຮງຮຽນແຫ່ງໜຶ່ງໃນແຂວງຊະວາຕາເວັນຕົກ ວັນທີ 3 ກັນຍາຜ່ານມາ ເຊິ່ງເປັນສະຖານທີ່ໃຊ້ຈັດງານສວດຄໍາພີກຸຣອານ ເຮັດໃຫ້ມີຜູ້ເສຍຊີວິດຈາກເຫດການນັ້ນຢ່າງໜ້ອຍ 3 ຄົນ ແລະ ມີຜູ້ບາດເຈັບອີກຫລາຍສິບຄົນ.

ອ້າງອີງ: