ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍ ແຂວງຫລວງນ້ຳທາ ຢຶດລົດບັນທຸກ 6 ລໍ້ລັກລອບນຳເຂົ້າບໍ່ຖືກຕ້ອງ
ວັນທີ 16 ພະຈິກ 2023 , ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍສົມທົບກັບເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນບໍ່ເຕັນ, ໄດ້ຕິດຕາມ, ກວດກາ ຕາມແຫລ່ງຂ່າວລາຍງານວ່າ: ມີລົດບັນທຸກ 6 ລໍ້ 1 ຄັນ, ບໍ່ຕິດປ້າຍທະບຽນຈອດຢູ່ໃນບໍລິເວນເຂດເສດຖະກິດບໍ່ເຕັນແດນງາມ. ສະນັ້ນ,…









