ສະຫວັນນະເຂດ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະຄັ້ງທີ VII ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ວັນທີ 16 ພະຈິກ 2023 ຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ VII ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢູ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ.
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຜ່ານມະຕິກອງປະຊຸມຄົບຄະນະຄັ້ງທີ VII ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊຶ່ງໃຫ້ຮູ້ວ່າ: ກອງປະຊຸມໄດ້ເປັນເອກະພາບສູງຕີລາຄາກ່ຽວກັບຄວາມບຸກບືນສູ້ຊົນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສາມາດບັນລຸໄດ້ຄາດໝາຍເປັນສ່ວນຫຼາຍ ຊຶ່ງຄາດຄະເນໝົດປີ 2023 GDP ຈະຂະຫຍາຍຕົວໃນລະດັບ 4,2%, ການຈັດເກັບລາຍຮັບງົບປະມານບັນລຸຕາມແຜນທີ່ສະພາແຫ່ງຊາດຮັບຮອງ; ອັດຕາເງິນເຟີ້ຍັງສູງ ແຕ່ກໍມີທ່າອ່ຽງຫຼຸດລົງຈາກ 41,26% ໃນເດືອນກຸມພາ ຫຼຸດລົງມາຢູ່ທີ່ 25,69% ໃນເດືອນກັນຍາ 2023.
ກອງປະຊຸມໄດ້ຊີ້ໃຫ້ເຫັນສາເຫດຕົ້ນຕໍທັງປັດໄຈໃນຕົວ ແລະ ນອກຕົວໃນການແກ້ໄຂສະພາບຄວາມຫຍຸ້ງຍາກທີ່ຜ່ານມາ, ແຕ່ອັນທີ່ເປັນພື້ນຖານຍັງແມ່ນການນໍາພາຊີ້ນໍາແກ້ໄຂບັນຫາຍັງບໍ່ເດັດຂາດ ແລະ ແທດເໝາະກັບບັນຫາຕົວຈິງ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາໃນດ້ານຫຼັກການຕໍ່ທິດທາງແຜນການປີ 2024 ເພື່ອນໍາສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX. ສໍາລັບທ້າຍປີ 2023 ແລະ ປີ 2024 ຄະນະບໍລິຫານງານສູນກາງພັກ ກໍໄດ້ໃຫ້ທິດຊີ້ນໍາວຽກງານຈຸດສຸມດັ່ງນີ້: ສືບຕໍ່ແກ້ໄຂສະພາບເຄັ່ງຮ້ອນໃຫ້ສາມາດຄວບຄຸມໄດ້ ແລະ ກ້າວເຂົ້າສູ່ປົກກະຕິ; ແກ້ໄຂຟື້ນຟູຜົນກະທົບທີ່ເກີດຂຶ້ນຈາກໄພທໍາມະຊາດ; ສືບຕໍ່ຫັນລົງກໍ່ສ້າງພື້ນຖານ, ປັບປຸງການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນ; ຊຸກຍູ້ບັນດາຫົວໜ່ວຍທຸລະກິດຜະລິດກະສິກໍາໃຫ້ຕິດພັນກັບອຸດສາຫະກໍາປຸງແຕ່ງ; ເພີ່ມທະວີມາດຕະການປະຢັດ, ຕ້ານການຟຸ່ມເຟືອຍ ເພື່ອສາມາດກຸ້ມການນໍາເຂົ້າ. ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໃຫ້ສືບຕໍ່ກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີລະບຽບແບບແຜນ ແລະ ທັນສະໄໝ; ເອົາໃຈໃສ່ວຽກງານສືບສວນ-ສອບສວນ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງໃຫ້ວ່ອງໄວ; ສືບຕໍ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງກວ່າເກົ່າ.