ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍ ແຂວງຫລວງນ້ຳທາ ຢຶດລົດບັນທຸກ 6 ລໍ້ລັກລອບນຳເຂົ້າບໍ່ຖືກຕ້ອງ

ວັນທີ 16 ພະຈິກ 2023 , ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍສົມທົບກັບເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນບໍ່ເຕັນ, ໄດ້ຕິດຕາມ, ກວດກາ ຕາມແຫລ່ງຂ່າວລາຍງານວ່າ: ມີລົດບັນທຸກ 6 ລໍ້ 1 ຄັນ, ບໍ່ຕິດປ້າຍທະບຽນຈອດຢູ່ໃນບໍລິເວນເຂດເສດຖະກິດບໍ່ເຕັນແດນງາມ.

ສະນັ້ນ, ເຈົ້າໜ້າພາສີໄດ້ເຄື່ອນໄຫວຕິດຕາມ, ພົບເຫັນເປົ້າໝາຍ, ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດມືສອງລັກລອບນຳເຂົ້າບໍ່ມີເອກະສານອະນຸຍາດນຳເຂົ້າເສຍພາສີ-ອາກອນ ແລະ ພັນທະອື່ນ. ດັ່ງນັ້ນ, ຈຶ່ງໄດ້ນຳລົດຄັນດັ່ງກ່າວ ມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.