ລວມຄໍາຄົມ ບຸກຄົນສໍາຄັນຂອງໂລກ

- ຖ້າເຈົ້າຕ້ອງການຄວາມສໍາເລັດຫຼາຍຂຶ້ນໜຶ່ງເທົ່າ ຈົ່ງເພີ່ມຄວາມລົ້ມເຫຼວເປັນສອງເທົ່າ. (ທ່ານ ທີ ວັຕສັນ ຈູເນຍຣ໌ ຜູ້ກໍ່ຕັ້ງບໍລິສັດ IBM).
- ເຮົາຄວນຫ່ວງໄຍກ່ຽວກັບອະນາຄົດ ເພາະເຮົາຕ້ອງໃຊ້ຊີວິດທີ່ເຫຼືອຂອງເຮົາໃນອະນາຄົດ (ທ່ານ ຊາຣ໌ລສ໌ ເດດເດີິຣິງ ວິສະວະກໍາໄຟຟ້າ ຊາວອາເມລິກາ).
- ຖ້າເຮົາຍັງຜິດຖຽງກັນເລື່ອງມື້ວານນີ້ ເຮົາຈະສູນເສຍວັນຕໍ່ໄປ (ທ່ານ ເຊີຣ໌ວິນສຕັນ ເຊີຣຊິລ ອະດີດນາຍົກລັດຖະມົນຕີ ແລະ ລັດຖະບູລຸດຂອງປະເທດອັງກິດ).
- ຈົ່ງຖະໜອມນາທີໃຫ້ດີ ແລ້ວຊົ່ວໂມງຈະຖະໜອມມັນເອງ (ທ່ານ ຈິມເບິຣ໌ຕ ຄີຣ ເຊສເດີຣ໌ຕັນ ນັກຂຽນຊາວອັງກິດ).
- ໃນຊີວິດນັ້ນມີຄໍາຖາມຢູ່ 3 ຄໍາຖາມທີ່ຈໍາເປັນຕ້ອງຖາມກັບຕົນເອງຢູ່ສະເໜີ ນັ້ນຄື ດີ ຫຼື ຊົ່ວ?, ແທ້ ຫຼື ຂີ້ຕົວະ ?, ງາມ ຫຼື ຂີ້ຮ້າຍ ? ແລະ ການສຶກສາຈໍາເປັນຢ່າງຍິ່ງທີ່ຈະຕ້ອງຊ່ວຍເຮົາຕອບຄໍາຖາມເຫຼົ່ານັ້ນ (ທ່ານ ຈອນຫ໌ ລອບບອດ ນັກຄະນິດສາດ ແລະ ດາລາສາດຊາວອັງກິດ).
- ຄວາມສໍາພັນລະຫວ່າງຜູ້ປົກຄອງກັບສາມັນຊົນ ກໍຄືກັບຄວາມສໍາພັນລະຫວ່າງນໍ້າກັບເຮືອ ຜູ້ປົກຄອງຄືເຮືອ ສາມັນຊົນຄືນໍ້າ ນໍ້າສາມາດເຮັດໃຫ້ເຮືອລອຍໄດ້ ຫຼື ບໍ່ເຊັ່ນນັ້ນກໍສາມາດເຮັດໃຫ້ເຮືອຈົມໄດ້ ( ທ່ານ ສິນຈື່ ນັກປັດຊະຍາຈີນ).
- ຢ່າຢ້ານການຕໍ່ຕ້ານ ຈົ່ງຈື່ໄວ້ວ່າ ວ່າວຈະລອຍສູງໄດ້ເມື່ອທວນລົມ ບໍ່ແມ່ນຕາມລົມ (ທ່ານ ແຮມິລຕັນ ມາບີ ນັກຂຽນ ສິລະປິນ).
- ເປັນຫຍັງໃນຍາມຝັນ ເຮົາຈຶ່ງເຫັນສິ່ງຕ່າງໆໄດ້ຊັດເຈນຍິ່ງກວ່າເມື່ອນຶກຈິນຕະນາການໃນຍາມຕື່ນ (ທ່ານ ລີໂອນາຣ໌ໂດ ດາວິນຊີ ນັກປະດິດ ແລະ ຈິດຕະກອນຊາວອີຕາລີ).
- ປັດຊະຍາທີ່ຂຽນຢູ່ໃນປຶ້ມຫົວຍິ່ງໃຫຍ່ເຊິ່ງວາງຢູ່ເບື້ອງໜ້າເຮົາຕະຫຼອດເວລາ ໝາຍເຖິງຈັກກະວານ ຖ້າວ່າເຮົາຈະບໍ່ສາມາດເຂົ້າໃຈຖ້າເຮົາບໍ່ຮຽນພາສາກ່ອນ ແລະ ຈັບຄວາມໝາຍສັນຍາລັກທີ່ໃຊ້ຂຽນ (ທ່ານ ກາລິເລໂອ ກາລິເລອີ ນັກຟີຊິກ ແລະ ນັກດາລາສາດຊາວອົດສະຕຣາລີ).
- ສິ່ງທີ່ສອນໃນໂຮງຮຽນ ແລະ ມະຫາວິທະຍາໄລ ບໍ່ແມ່ນການສຶກສາ ແຕ່ເປັນວິທີການສຶກສາ (ທ່ານ ຣາລ໌ຟ ວັລໂດ ເອເມີຣ໌ສັນ ນັກຂຽນ ແລະ ນັກປັດຊະຍາຊາວອາເມລິກັນ).
- ຕະຫຼອດທີ່ຈິນຕະນາການ ນໍາເຮົາໄປສູ່ໂລກທີ່ບໍ່ມີຢູ່ຈິງ ແຕ່ຖ້າປາສະຈາກຈິນຕະນາການ ເຮົາກໍຈະບໍ່ໄດ້ໄປບ່ອນໃດເລີຍ (ທ່ານ ດາຣ໌ລ ຊາແກນ ນັກດາລາສາດ ຊາວອາເມລິກາ).
- ປະສົບການຄືສິ່ງທີ່ເຈົ້າໄດ້ ເມື່ອເຈົ້າບໍ່ໄດ້ສິ່ງທີ່ເຈົ້າຕ້ອງການ (ທ່ານ ແດນ ສແຕນຟໍຣ໌ຕ ຜູ້ອໍານວຍການ Mcknight Associates Inc ).
- ຈະມີຢູ່ສະເໝີທີ່ຄົນຕ້ອງເບິ່ງເຂົ້າໄປໃນຄວາມມືດເພື່ອທີ່ຈະເບິ່ງເຫັນ (ທ່ານ ອະແລນ ແມັກລາເຊນ ຈິດຕະແພດຊາວອັງກິດ).
- ຊີວິດທີ່ດີຄື ຊີວິດທີ່ໄດ້ຮັບແຮງບັນດານໃຈໂດຍຄວາມຮັກ ແລະ ນໍາທາງໂດຍຄວາມຮູ້ (ທ່ານ ເບີຣ໌ຣັນດ໌ ຣັທເຊລສ໌ ນັກປັດຊະຍາ, ນັກຄະນິດສາດ ຊາວອັງກິດ).
- ເຮົາມີສອງຫູ ແຕ່ມີລິ້ນພຽງອັນດຽວ ເພື່ອວ່າເຮົາຈະໄດ້ຟັງຫຼາຍ ແລະ ເວົ້າໃຫ້ໜ້ອຍ (ທ່ານ ດິໂອຈິເນສ ນັກປັດສະຍາເກຣັກບູຮານ).
- ຈົ່ງໃຊ້ເວລາຄິດໄຕ່ຕອງໃຫ້ຮອບຄອບ ແຕ່ເມື່ອເວລາປະຕິບັດການມາເຖິງ ຈົ່ງເຊົາຄິດ ແລະ ລົງມືປະຕິບັດຢ່າງດຽວ (ທ່ານ ພລແອນດຣູ ແຈັຄສັນ ປະທານາທິບໍດີສະຫະລັດ ຄົນທີ 7).
- ໃນວັດຈະນານຸກົມຂອງຄົນໜຸ່ມສາວ ບໍ່ມີຄໍາວ່າລົ້ມເຫຼວ (ທ່ານ ເອດວາຣ໌ດ ບຸລເວີຣ໌ ລີຕຕັນ ລັດຖະບູລຸດ ແລະ ກະວີຊາວອັງກິດ).
- ລັດຖະບູລຸດມີຄວາມກັງວົນ 3 ຢ່າງຄື: ເມື່ອບໍ່ໄດ້ຮັບຮູ້ສິ່ງທີ່ດີ ເຂົາຈະຮູ້ສຶກກັງວົນຈົນກວ່າຈະໄດ້ຮັບຮູ້ ເມື່ອໄດ້ຮັບຮູ້ແລ້ວເຂົາກໍເລີ່ມກັງວົນວ່າຈະບໍ່ໄດ້ຮຽນຮູ້ ເມື່ອໄດ້ຮຽນຮູ້ແລ້ວເຂົາກໍເລີ່ມກັງວົນວ່າຈະສາມາດປະຕິບັດໄດ້ຕາມທີ່ໄດ້ຮຽນມາ.
- ພະເຈົ້າໄດ້ປະທານອາຫານໃຫ້ນົກທຸກໂຕ ແຕ່ພະອົງບໍ່ໄດ້ປະທານໃຫ້ເຖິງຮັງ ( ທ່ານ ເຈ ຈີ ຮອລແລນດ໌ ນັກຂຽນຊາວສະຫະລັດອາເມລິກາ).
- ກ່ອນທີ່ເຮົາຈະພະຍາຍາມປີນຂຶ້ນຈຸດສູງສຸດຂອງວິທະຍາສາດ ເຮົາຈະຕ້ອງຮຽນຈາກພື້ນຖານຂອງມັນກ່ອນ (ທ່ານ ອີວານ ພາຟລອຟ ນັກຊີວະວິທະຍາ).

