ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງໄຊຍະບູລີ ເອົາໃຈໃສ່ສົ່ງເສີມການຜະລິດ ແລະ ສົ່ງອອກ

ວັນທີ 16 ພະຈິກ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມການນໍາແຂວງໄຊຍະບູລີ, ເຊິ່ງທ່ານ ໄດ້ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຄະນະພັກແຂວງໄຊຍະບູລີ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ວຽກງານຢ່າງຮອບດ້ານ ໂດຍສະເພາະແມ່ນວຽກງານການຜະລິດກະສິກໍາດ້ານສະບຽງອາຫານຜະລິດເປັນສິນຄ້າເພື່ອສົ່ງອອກ, ການລ້ຽງສັດໃຫຍ່, ການແກ້ໄຂຢາເສບຕິດພາຍໃນແຂວງ, ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປະຢັດທົ່ວສັງຄົມ, ການຄວບຄຸມເງິນຕາ ການສົ່ງອອກສິນຄ້າທຸກຊະນິດເປັນຕົ້ນ ກະສິກໍາ, ແຮ່ທາດ, ພະລັງງານ, ຜະລິດຕະພັນຈາກນິຄົມອຸດສາຫະກໍາ, ເຄື່ອງຫັດຖະກໍາ, ເຄື່ອງປ່າຂອງດົງທີ່ສົ່ງອອກ ຕ້ອງເປັນເງິນຕາ, ທຸກຂະແໜງການທີ່ກ່ຽວຂ້ອງຕ້ອງປະສານງານກັນໃຫ້ກົມກຽວກັນໃຫ້ດີ ໃນການເກັບກໍາຂໍ້ມູນໃຫ້ລະອຽດຊັດເຈນ ການບໍລິການທາງຜ່ານຂອງແຂວງ ດ່ານສາກົນການຂົນສົ່ງສິນຄ້າ ແມ່ນແຫລ່ງລາຍຮັບໃຫຍ່, ປັບປຸງຂອດການຄຸ້ມຄອງ ການບໍລິການຢູ່ດ່ານໃຫ້ມັນໄວ, ຈຸດດ່ານເປັນຈຸດສໍາຄັນ ເປັນປະຕູເຂົ້າອອກ ທັງເປັນຈຸດສ້າງລາຍຮັບ.

ພ້ອມກັນນີ້ໃຫ້ ຊຸກຍູ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 18 ຕິດພັນກັບການປະຕິບັດວາລະແຫ່ງຊາດ, ການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ສົ່ງອອກການຈັດເກັບລາຍຮັບ ແລະ ປ້ອງກັນການຮົ່ວໄຫຼຕ່າງໆ ການນໍາໃຊ້ລົດລັດເຂົ້າໃນວຽກງານທີ່ຕິດພັນກັບລາຍຮັບກັບການປະຢັດລາຍຈ່າຍ, ມາດຕະການຂອງວາລະແຫ່ງຊາດ ກ່ຽວກັບເງິນຕາ ແມ່ນນະໂຍບາຍຂອງລັດຖະບານ ເປັນຜູ້ກໍານົດ ອັດຕາແລກປ່ຽນແນວໃດ ແກ້ໄຂແນວໃດ ພົວພັນກັບວາລະແຫ່ງຊາດ ແມ່ນແກ້ໄຂກົນໄກລະບຽບການ, ການກະກຽມດໍາເນີນກອງປະຊຸມ 3 ຂັ້ນ ການປະຕິບັດວາລະແຫ່ງຊາດທາງດ້ານເສດຖະກິດໃຫ້ສືບຕໍ່ຈັດຕັ້ງປະຕິບັດ.