ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບຜູ້ແທນສານປະຊາຊົນສູງສຸດ ສ ກູບາ

ວັນທີ 16 ພະຈິກ 2023 ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບຄະນະຜູ້ແທນຂອງສານປະຊາຊົນສູງສຸດ ແຫ່ງ ສ ກູບາ ນຳໂດຍ ທ່ານ ລູເບັນ ຣີມິຈິໂອ ເຝີໂອ ປະທານສານປະຊາຊົນສູງສຸດ ແຫ່ງ ສ ກູບາ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 15 ຫາ 18 ພະຈິກ 2023.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນທີ່ໄດ້ພົບປະກັບ ທ່ານ ລູເບັນ ຣີມິຈິໂອ ເຝີໂອ ພ້ອມດ້ວຍຄະນະໃນຄັ້ງນີ້ສຸດທີ່ມີຄວາມໜາຍສໍາຄັນ ແລະ ກໍເປັນຄັ້ງທໍາອິດ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສ ກູບາ ໄດ້ມີໂອກາດພົບປະກັນ ຊຶ່ງໄດ້ນໍາເອົາຄວາມສາມັກຄີຮັກແພງຢ່າງສະໜິດສະໜົມອັນອົບອຸ່ນ ແລະ ສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສູງສອງຊາດ ລາວ-ກູບາ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ ໄຊຊະນະ ໂຄດພູທອນ  ກ່າວວ່າ: ເວົ້າລວມ ເວົ້າສະເພາະ ແມ່ນອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ສ ກູບາ ໄດ້ມີການແລກປ່ຽນບົດຮຽນໃນໄລຍະຜ່ານມາຮ່ວມກັນກັບອົງການໄອຍະການສູງສຸດ ແລະ ອົງການໄອຍະການທະຫານ ແຫ່ງ ສ ກູບາ ສາມາດຖອດຖອນບົດຮຽນອັນລໍ້າຄ່າ, ນໍາເອົາບົດຮຽນດັ່ງກ່າວເຂົ້າມານໍາໃຊ້ ແລະ ປັບປຸງໃຫ້ແທດເໝາະກັບສະພາບຕົວຈິງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານໄອຍະການປະຊາຊົນ ຂອງ ສປປ ລາວ ໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ, ຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການ ໃຫ້ມີປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືຶອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ, ເພີ່ມທະວີນິຕິທໍາ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ.