ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດ ຂາດແຄນເລືອດຢ່າງໜັກ

ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດ ຂາດແຄນເລືອດຢ່າງໜັກ

ວັນທີ 8 ມັງກອນ 2024 ນີ້, ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ ແລະ ສູນເລືອດແຂວງທົ່ວປະເທດ ປະກາດວ່າປະຈຸບັນແມ່ນຂາດແຄນເລືອດຢ່າງໜັກ, ດັ່ງນັ້ນຈຶ່ງເຊີນຊວນທຸກໆທ່ານທີ່ມີສຸຂະພາບແຂງແຮງດີ ຮ່ວມບໍລິລິຈາກເລືອດເພື່ອຊ່ວຍເຫລືອຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍຕ່າງໆໃນທົ່ວປະເທດ. ສຳລັບການຮັບບໍລິຈາກເລືອດແມ່ນເປີດທຸກໆມື້ ວັນຈັນ-ວັນອາທິດ ເວລາ 8:00 ຫາ 18:00 ໂມງ ຢູ່ສະຖາບັນເລືອດແຫ່ງຊາດ…

ການປັບປຸງໂຄງລ່າງພື້ນຖານອ່າງນໍ້າງື່ມ 1 ຄືບໜ້າ ຫລາຍກວ່າ 60% ແລະ ຈະເປີດນໍາໃຊ້ບໍລິການຄືນໃໝ່ ໃນເດືອນມິຖຸນາ 2024 ນີ້

ການປັບປຸງໂຄງລ່າງພື້ນຖານອ່າງນໍ້າງື່ມ 1 ຄືບໜ້າ ຫລາຍກວ່າ 60% ແລະ ຈະເປີດນໍາໃຊ້ບໍລິການຄືນໃໝ່ ໃນເດືອນມິຖຸນາ 2024 ນີ້

ວັນທີ 4 ມັງກອນ 2024, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂອງແຂວງວຽງຈັນ ລາຍງານກ່ຽວກັບການກະກຽມປີທ່ອງທ່ຽວລາວ 2024 ແລະ ທ່ານໄດ້ໃຫ້ຮູ້ກ່ຽວກັບຄວາມຄືບໜ້າການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1, ເມືອງແກ້ວອຸດົມ ຊຶ່ງມາຮອດປັດຈຸບັນ ສໍາເລັດແລ້ວຫລາຍກວ່າ 60%,…

ອຸຕຸເຕືອນ! ວັນທີ 8-14 ມັງກອນ 2024 ນີ້ ອາກາດຈະໜາວເຢັນ ຫາ ໜາວຫລາຍ ໂດຍສະເພາະແຂວງພາກເໜືອ ແລະ ຈະມີຝົນຕົກຄ່ອຍ

ອຸຕຸເຕືອນ! ວັນທີ 8-14 ມັງກອນ 2024 ນີ້ ອາກາດຈະໜາວເຢັນ ຫາ ໜາວຫລາຍ ໂດຍສະເພາະແຂວງພາກເໜືອ ແລະ ຈະມີຝົນຕົກຄ່ອຍ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຄາດຄະເນສະພາບອາກາດໃນໄລຍະວັນທີ 8-14 ມັງກອນ 2024 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າຢູ່ແຕ່ລະພາກ. ໂດຍສະເພາະຢູ່ແຂວງພາກເໜືອ, ພາກ ກາງ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນ…

ຮອງປະທານສະພາແຫ່ງຊາດ ພົບປະໂອ້ລົມພະນັກງານຫລັກແຫລ່ງກອງພັນໃຫຍ່ລົດຕັງ-ຍານເກາະ 661 ໃຫ້ເອົາໃຈໃສ່ຫລາຍບັນຫາທີ່ສຳຄັນ

ຮອງປະທານສະພາແຫ່ງຊາດ ພົບປະໂອ້ລົມພະນັກງານຫລັກແຫລ່ງກອງພັນໃຫຍ່ລົດຕັງ-ຍານເກາະ 661 ໃຫ້ເອົາໃຈໃສ່ຫລາຍບັນຫາທີ່ສຳຄັນ

ວັນທີ 5 ມັງກອນ 2024, ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຢ້ຽມຢາມພົບປະໂອ້ລົມພະນັກງານຫລັກແຫລ່ງກອງພັນໃຫຍ່ລົດຕັງ-ຍານເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024). ພັອ…

ມອບ-ຮັບ ໂຄງການກໍ່ສ້າງ ສວນສາທາລະນະມິດຕະພາບ ໄຊສົມບູນ-ເຊີນລາ ທີ່ໄດ້ຮັບທຶນຊ່ວຍເຫລືອລ້າ ຈາກ ແຂວງເຊິນລາ

ການມອບ-ຮັບ ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ໄຊສົມບູນ-ເຊີນລາ (ຫໍຫຼັກເມືອງ) ໄດ້ຈັດຂຶ້ນວັນທີ 7 ມັງກອນ 2024 ທີ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ທ່ານ ຈ່າ ອາ ກົ່ວ,…

ແຂວງເຊກອງ ມີໂຄງການສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເຂື່ອນ 50 ກວ່າໂຄງການ

ແຂວງເຊກອງ ມີໂຄງການສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເຂື່ອນ 50 ກວ່າໂຄງການ

ຕາມການລາຍງານຂອງທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ໃຫ້ຮູ້ວ່າ: ທົ່ວແຂວງມີໂຄງການທີ່ແຂວງ ແລະ ສູນກາງອະນຸຍາດການສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າທັງໝົດ 54 ໂຄງການ. ໃນນີ້, ໂຄງການທີ່ຢູ່ໃນຂັ້ນຕອນບັນທຶກຄວາມເຂົ້າໃຈ (MOU) 28…

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ

ວັນທີ 6-7 ມັງກອນ 2024  ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໂດຍຕອບສະໜອງຕາມຄໍາເຊີນຂອງ…

“ຕົ້ນແຕ້ຈາລຶກຄວາມແຄ້ນ” ການຈາກໄປຂອງ ນັກຮົບປະຕິວັດ 17 ສະຫາຍ

“ຕົ້ນແຕ້ຈາລຶກຄວາມແຄ້ນ” ການຈາກໄປຂອງ ນັກຮົບປະຕິວັດ 17 ສະຫາຍ

(ໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75ປີ) ໃນສະໄໝຕໍ່ສູ້ກູ້ຊາດ ໄລຍະປີ 1964-1973 ພວກຈັກກະພັດຜູ້ຮຸກຮານໄດ້ນໍາກໍາລັງທະຫານຈໍານວນຫຼາຍກອງພັນບັນຊາໂດຍໂກໂລແນນ ໝອກ ເຂົ້າມາຍຶດເອົາເຂດເມືອງເຟືອງ ໂດຍ ພວກ ເຂົາໄດ້ທໍາການປາບປາມກຳລັງປະຕິວັດ, ເຂັນຂ້າຮາວີປະຊາ ຊົນ, ໃຊ້ກໍາລັງທະຫານຫຸ່ນຂາຍຊາດ ນໍາໂດຍພັນເອກ ຫຼອຍ ອັນຕວນ ປາບປາມ, ຂົມເຫັງ,…

ກຳລັງ ປກສ ຕ້ອງເອົາໃຈໃສ່ແກ້ໄຂຄວາມບໍ່ສະຫງົບທຸກຮູບການໃຫ້ສັງຄົມມີຄວາມສະຫງົບປອດໄພ

ກຳລັງ ປກສ ຕ້ອງເອົາໃຈໃສ່ແກ້ໄຂຄວາມບໍ່ສະຫງົບທຸກຮູບການໃຫ້ສັງຄົມມີຄວາມສະຫງົບປອດໄພ

ໃນພິທີປິດກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດປະຈຳປີ 2023 ແລະ ວາງທິດທາງແຜນການວຽກງານຈຸດສຸມປີ 2024 ວັນທີ 5 ມັງກອນ 2024 ນີ້, ພົອ ວິໄລ ຫລ້າຄຳຟອງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງບ້ານ-ກຸ່ມບ້ານພັດທະນາ ຕາມທິດ 3 ສ້າງ ຢູ່ພື້ນທີ່ຫລໍ່ແຫລມ,…

ເລີ່ມ 1 ມັງກອນ 2024 ເປັນຕົ້ນໄປ ວິສາຫະກິດນໍາເຂົ້າ-ສົ່ງອອກໃດ ບໍ່ໄດ້ລົງທະບຽນແມ່ນຈະບໍ່ສາມາດດໍາເນີນການນໍາເຂົ້າ-ສົ່ງອອກໄດ້

ເລີ່ມ 1 ມັງກອນ 2024 ເປັນຕົ້ນໄປ ວິສາຫະກິດນໍາເຂົ້າ-ສົ່ງອອກໃດ ບໍ່ໄດ້ລົງທະບຽນແມ່ນຈະບໍ່ສາມາດດໍາເນີນການນໍາເຂົ້າ-ສົ່ງອອກໄດ້

ເພື່ອເປັນການຈັດຕັ້ງ ແລະ ຜັນຂະຫຍາຍພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ ໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ກ່ຽວກັບມາດຕະການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນຂອບເຂດທົ່ວປະເທດວ່າ:…