ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດ ຂາດແຄນເລືອດຢ່າງໜັກ

ວັນທີ 8 ມັງກອນ 2024 ນີ້, ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ ແລະ ສູນເລືອດແຂວງທົ່ວປະເທດ ປະກາດວ່າປະຈຸບັນແມ່ນຂາດແຄນເລືອດຢ່າງໜັກ, ດັ່ງນັ້ນຈຶ່ງເຊີນຊວນທຸກໆທ່ານທີ່ມີສຸຂະພາບແຂງແຮງດີ ຮ່ວມບໍລິລິຈາກເລືອດເພື່ອຊ່ວຍເຫລືອຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍຕ່າງໆໃນທົ່ວປະເທດ.
ສຳລັບການຮັບບໍລິຈາກເລືອດແມ່ນເປີດທຸກໆມື້ ວັນຈັນ-ວັນອາທິດ ເວລາ 8:00 ຫາ 18:00 ໂມງ ຢູ່ສະຖາບັນເລືອດແຫ່ງຊາດ ຊັ້ນ 2 ຫລື ສົນໃຈສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 021 214 763; 030 548 7539; 020 5741 6381; 020 5741 6382.

