ເລີ່ມ 1 ມັງກອນ 2024 ເປັນຕົ້ນໄປ ວິສາຫະກິດນໍາເຂົ້າ-ສົ່ງອອກໃດ ບໍ່ໄດ້ລົງທະບຽນແມ່ນຈະບໍ່ສາມາດດໍາເນີນການນໍາເຂົ້າ-ສົ່ງອອກໄດ້

ເພື່ອເປັນການຈັດຕັ້ງ ແລະ ຜັນຂະຫຍາຍພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແຫນງອຸດສາຫະກໍາ ແລະ ການຄ້າ ໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ກ່ຽວກັບມາດຕະການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນຂອບເຂດທົ່ວປະເທດວ່າ: ເລີ່ມແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນໄປ, ວິສາຫະກິດນໍາເຂົ້າ-ສົ່ງອອກໃດທີ່ຍັງບໍ່ທັນສໍາເລັດການລົງທະບຽນເປັນຜູ້ນໍາເຂົ້າ ແລະ ສົ່ງອອກ ແລະ ຢັ້ງຢືນແຈ້ງລົງທະບຽນເປີດ ຫລື ຫັນບັນຊີສະເພາະການນໍາເຂົ້າ- ສົ່ງອອກ ຈະບໍ່ສາມາດດໍາເນີນການນໍາເຂົ້າ-ສົ່ງອອກໄດ້.
ມອບໃຫ້ ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫລວງວຽງຈັນ ສົມທົບ ເຈົ້າໜ້າທີ່ພາສີປະຈໍາດ່ານ ແລະ ທະນາຄານ ແຫ່ງ ສປປ ລາວ ສາຂາພາກຊຸກຍູ້ໃຫ້ວິສາຫະກິດນໍາເຂົ້າ-ສົ່ງອອກ ທີ່ຂຶ້ນກັບແຂວງຕົນຮີບຮ້ອນລົງທະບຽນເປັນຜູ້ນໍາເຂົ້າ-ສົ່ງອອກ ຜ່ານເວັບໄຊ https://www.leidc.gov.la ຫລື https://www.imex-enterprise.laoconnect.la ແລະ ແຈ້ງຢັ້ງຢືນລົງທະບຽນເປີດ ຫລື ຫັນບັນຊີສະເພາະການນໍາເຂົ້າ-ສົ່ງອອກນໍາ ກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ ຫລື ທະນາຄານ ແຫ່ງ ສປປ ລາວ ສາຂາພາກ ເພື່ອໃຫ້ສາມາດສືບຕໍ່ນໍາເຂົ້າ ຫລື ສົ່ງອອກ ສິນຄ້າໄດ້ ຫລັງຈາກວັນທີ 31 ທັນວາ 2023.

