ນັກທ່ອງທ່ຽວແຫ່ຊົມມໍລະດົກໂລກ ແຫ່ງໃໝ່ຂອງກຳປູເຈຍ
ສົມໂບໄພກຸກ ກາຍເປັນສະຖານທີ່ທ່ອງທ່ຽວຍອດນິຍົມແຫ່ງໃໝ່ຂອງກຳປູເຈຍທັນທີ, ພາຍຫລັງອົງການຢູເນສໂກປະກາດໃຫ້ຜາສາດບູຮານແຫ່ງນີ້ເປັນມໍລະດົກໂລກແຫ່ງໃໝ່.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 17 ກໍລະກົດນີ້ວ່າ: ນັກທ່ອງທ່ຽວທັງຄົນທ້ອງຖິ່ນ ແລະ ຄົນຕ່າງປະເທດຫລັ່ງໄຫລເດີນທາງໄປແຂວງກຳປົງທຳ ທີ່ຢູ່ທາງຕອນກາງຂອງກຳປູເຈຍ ແລະ ຫ່າງຈາກນະຄອນຫລວງພະນົມເປັນໄປທາງຕອນເໜືອປະມານ 206 ກິໂລແມັດ ນັບແຕ່ທ້າຍອາທິດຜ່ານມາ ເພື່ອຊົມຄວາມງົດງາມ ແລະ ສຶກສາປະຫວັດສາດຂອງຜາສາດບູຮານສົມໂບໄພກຸກ ທີ່ເປັນສາຂາທ້ອງຖິ່ນໝາຍຄວາມວ່າ: “ປ່າຜາສາດ”, ພາຍຫລັງບູຮານສະຖານແຫ່ງນີ້ໄດ້ຮັບການຂຶ້ນທະບຽນຈາກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (ຢູເນສໂກ) ໃຫ້ເປັນມໍລະດົກໂລກທາງວັດທະນະທຳແຫ່ງໃໝ່.
ທັງນີ້ ສົມໂບໄພກຸກ ຖືເປັນມໍລະດົກໂລກແຫ່ງທີ 3 ຂອງກຳປູເຈຍ ຕໍ່ຈາກຜາສາດນະຄອນວັດ ແລະ ຜາສາດພະວິຫານ ທີ່ໄດ້ຮັບການຂຶ້ນທະບຽນຈາກຢູເນສໂກ ໃນປີ 2004 ແລະ 2008 ຕາມລຳດັບ ໂດຍລາຍງານຂອງຢູເນສໂກລະບຸວ່າ: ພື້ນທີ່ຕັ້ງຂອງສົມໂບໄພກຸກ ເຊິ່ງຄວບຄຸມເນື້ອທີ່ປະມານ 25 ຕາກິໂລແມັດ ເປັນອານາເຂດຂອງເມືອງອິສານປຸຣະ ເຊິ່ງເປັນເມືອງຫລວງຂອງອານາຈັກເຈນ ແລະ ອານາຈັກຂອມ ທີ່ມີຄວາມຮຸ່ງເຮືອງດ້ານອາລິຍະທຳໃນໄລຍະທ້າຍສະຕະວັດທີ 6 ເຖິງສະຕະວັດທີ 7 ກ່ອນອານາຈັກຂະເໝນ.
ລາຍງານຂອງລັດຖະບານກຳປູເຈຍລະບຸວ່າ: ຈຳນວນນັກທ່ອງທ່ຽວຈາກຕ່າງປະເທດເພີ່ມຂຶ້ນ 5% ເປັນ 5 ລ້ານຄົນໃນປີຜ່ານມາ ແລະ ມີການຕີລາຄາວ່າຈະເພີ່ມຂຶ້ນເປັນຢ່າງໜ້ອຍ 5,5 ລ້ານຄົນໃນປີນີ້.

