ອີຣານສັ່ງຈຳຄຸກພົນລະເມືອງອາເມລິກາ 10 ປີ ຂໍ້ຫາເປັນ “ສາຍລັບ”
ສານອີຣານພິພາກສາໃຫ້ນັກວິຊາການຊາວອາເມລິກາເຊື້ອສາຍຈີນ ຮັບໂທດຈຳຄຸກເປັນເວລາ 10 ປີ ໃນຂໍ້ຫາເປັນສາຍລັບ, ສ່ວນລັດຖະບານວໍຊິງຕັນຮຽກຮ້ອງໃຫ້ມີການປ່ອຍຕົວໂດຍໄວ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຕຮາຣານ ປະເທດອີຣານ ໃນວັນທີ 17 ກໍລະກົດນີ້ວ່າ: ສຳນັກຂ່າວມິຊານອອນລາຍ ເຊິ່ງເປັນສື່ຢ່າງເປັນທາງການຂອງຝ່າຍຕຸລາການອີຣານ ລາຍງານໃນວັນທີ 16 ກໍລະກົດວ່າ: ສານໃນນະຄອນຫລວງເຕຮາຣານມີຄຳພິພາກສາໃຫ້ທ້າວ ຫວັງ ສີເຍ ຊາວອາເມລິກາເຊື້ອສາຍຈີນ ອາຍຸ 37 ປີ ຮັບໂທດຈຳຄຸກເປັນເວລາ 10 ປີ ຕາມຄວາມຜິດໃນຂໍ້ຫາກ່ຽວກັບການລັກຂໍ້ມູນ ໂດຍທ້າວ ຫວັງ ເຊິ່ງເປັນຈຸບັນເປັນນັກວິຊາການປະຈຳມະຫາວິທະຍາໄລພຣິນຕັນ ຖືກຈັບໃນເດືອນສິງຫາປີຜ່ານມາ ຂະນະທີ່ພະຍາຍາມຫລົບໜີອອກນອກປະເທດ ເນື່ອງຈາກມີຄວາມກັງວົນຕໍ່ສະຖານະພາບຂອງຕົນເອງ.
ສຳນວນຂອງໄອຍະການລະບຸວ່າ: ທ້າວ ຫວັງ ເປັນສ່ວນໜຶ່ງຂອງແຜນການແຊກຊຶມໃນອີຣານ ເພື່ອຮວບຮວມຂໍ້ມູນສຳຄັນທີ່ສຸດສົ່ງໃຫ້ສະຖາບັນ ແລະ ໜ່ວຍງານຫລາຍແຫ່ງ ທັງຢູ່ອາເມລິກາ ແລະ ສະຫະຣາຊະອານາຈັກ ເຊິ່ງລວມທັງມະຫາວິທະຍາໄລພຣິນຕັນ, ມະຫາວິທະຍາໄລຮາວາດ, ສະຖາບັນບຣິຕິເພື່ອການສຶກສາເປີເຊຍ ແລະ ກະຊວງການຕ່າງປະເທດໃນນະຄອນຫລວງວໍຊິງຕັນ ໂດຍທ້າວ ຫວັງ ຖ່າຍຮູບສຳເນົາເອກະສານໄປປະມານ 4.500 ລາຍການ. ເຖິງຢ່າງໃດກໍຕາມ, ຄຳພິພາກສາຂອງສານຍັງບໍ່ຖືເປັນຈຸດສິ້ນສຸດ. ໝາຍຄວາມວ່າ: ທຸກຝ່າຍທີ່ກ່ຽວຂ້ອງຍັງສາມາດຍື່ນອຸທອນໄດ້.
ສ່ວນກະຊວງການຕ່າງປະເທດອາເມລິກາ ອອກຖະແຫລງການຮຽກຮ້ອງໃຫ້ອີຣານປ່ອຍຕົວພົນລະເມືອງທີ່ຖືກຈັບຢ່າງບໍ່ເປັນທຳ. ທັງນີ້ ລາຍງານຂອງລັດຖະບານເຕຮາຣານລະບຸວ່າ: ປັດຈຸບັນມີສາຍລັບຂ້າມຊາດຮັບໂທດຈຳຄຸກປະມານ 70 ຄົນ. ຂະນະທີ່ສະຖານະການຂອງທ້າວ ຫວັງ ເກີດຂຶ້ນໃນໄລຍະທີ່ການພົວພັນລະຫວ່າງອີຣານກັບອາເມລິກາເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງໃນຍຸກຂອງປະທານາທິບໍດີ ໂດນັນ ທຣຳ ເຊິ່ງຕ້ອງການເພີ່ມມາດຕະການຂວ້ຳບາດຕໍ່ອີຣານ ແລະ ທ່ານ ທຣຳ ຕ້ອງການທົບທວນຂໍ້ຕົກລົງນິວເຄຼຍສະບັບປີ 2015 ນຳອີກ.

