ການປັບປຸງໂຄງລ່າງພື້ນຖານອ່າງນໍ້າງື່ມ 1 ຄືບໜ້າ ຫລາຍກວ່າ 60% ແລະ ຈະເປີດນໍາໃຊ້ບໍລິການຄືນໃໝ່ ໃນເດືອນມິຖຸນາ 2024 ນີ້

ວັນທີ 4 ມັງກອນ 2024, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂອງແຂວງວຽງຈັນ ລາຍງານກ່ຽວກັບການກະກຽມປີທ່ອງທ່ຽວລາວ 2024 ແລະ ທ່ານໄດ້ໃຫ້ຮູ້ກ່ຽວກັບຄວາມຄືບໜ້າການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1, ເມືອງແກ້ວອຸດົມ ຊຶ່ງມາຮອດປັດຈຸບັນ ສໍາເລັດແລ້ວຫລາຍກວ່າ 60%, ພາຍຫລັງເລີ່ມລົງມືປັບປຸງນັບແຕ່ເດືອນກໍລະກົດ ປີ 2021 ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ (ADB).
ການປັບປຸງເສັ້ນທາງເຂົ້າ-ອອກສະຖານທີ່ເຂດອ່າງນໍ້າງື່ມ 1 ເປັນເສັ້ນທາງເບຕົ່ງ ຊຶ່ງສໍາເລັດແລ້ວ, ປັບປຸງບັນດາຫ້າງຮ້ານເພື່ອຈັດເປັນບ່ອນຂາຍທີ່ລະນຶກສໍາລັບການທ່ອງທ່ຽວ, ຂອງຕ້ອນຂອງຝາກຕ່າງໆ, ລວມເຖິງຮ້ານອາຫານ-ຮ້ານກິນດື່ມ ແລະ ສູນບໍລິການຂໍ້ມູນຂ່າວສານສໍາລັບການທ່ອງທ່ຽວເຂດໜ້າເຂື່ອນ. ນອກຈາກນີ້ ແມ່ນການປັບປຸງບັນດາໂຮງແຮມ ແລະ ເຮືອນພັກເພື່ອຮອງຮັບການທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເຊັ່ນ: ລະບົບການຂົນສົ່ງແຕ່ລຸ່ມເຂື່ອນຂຶ້ນໄປຫາໜ້າເຂື່ອນ ແລະ ບໍລິການເຊື່ອຕໍ່ເຂດທ່ອງທ່ຽວຢູ່ສວນວິທະຍາສາດເຕັກໂນໂລຊີ ຊຶ່ງກໍ່ສ້າງສໍາເລັດແລ້ວ.
ທ່ານຍັງໃຫ້ຮູ້ຕື່ມວ່າ: ການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1 ຄາດວ່າຈະໃຫ້ສໍາເລັດ ແລະ ເປີດນໍາໃຊ້ບໍລິການຄືນໃໝ່ໃນ ເດືອນມິຖຸນາ ປີ 2024 ນີ້. ຊຶ່ງການເປີດການທ່ອງ ທ່ຽວໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແມ່ນ 1 ໃນຈໍານວນ 7 ກິດຈະກໍາທ່ອງທ່ຽວລະດັບແຂວງ ແລະ ແມ່ນ 1 ໃນ 20 ກິດຈະກໍາທ່ອງທ່ຽວຂອງແຂວງວຽງຈັນ ໃນໂອກາດປີທ່ອງທ່ຽວລາວ 2024.

