ກຳລັງ ປກສ ຕ້ອງເອົາໃຈໃສ່ແກ້ໄຂຄວາມບໍ່ສະຫງົບທຸກຮູບການໃຫ້ສັງຄົມມີຄວາມສະຫງົບປອດໄພ

ໃນພິທີປິດກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດປະຈຳປີ 2023 ແລະ ວາງທິດທາງແຜນການວຽກງານຈຸດສຸມປີ 2024 ວັນທີ 5 ມັງກອນ 2024 ນີ້, ພົອ ວິໄລ ຫລ້າຄຳຟອງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງບ້ານ-ກຸ່ມບ້ານພັດທະນາ ຕາມທິດ 3 ສ້າງ ຢູ່ພື້ນທີ່ຫລໍ່ແຫລມ, ບໍລິເວນຊາຍແດນ ທັງໃຫ້ຕິດພັນກັບການສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ແຂງແຮງ.
ພ້ອມນີ້ກໍໃຫ້ເອົາໃຈໃສ່ປະສານສົມທົບກັບບັນດາກົມກອງວິຊາສະເພາະໃຫ້ກົມກຽວກັນ, ສຸມໃສ່ປັບປຸງກໍາລັງ ປກສ ເມືອງ, ປກສ ກຸ່ມບ້ານ ແລະ ປກສ ບ້ານ; ສຸມໃສ່ການຄຸ້ມຄອງ, ກວດກາການນໍາໃຊ້ສື່ສັງຄົມອອນລາຍ, ຄຸ້ມຄອງຄົນເຂົ້າ-ອອກເມືອງ, ຄຸ້ມຄອງສໍາມະໂນຄົວ, ວຽກງານຕ້ານການຄ້າມະນຸດ, ການຫລຸດຜ່ອນອຸບັດຕິເຫດຕາມເສັ້ນທາງສັນຈອນ, ວຽກງານຄຸມຂັງດັດສ້າງ, ການສືບສວນ-ສອບສວນ-ແກ້ໄຂຄະດີໃຫ້ເຂົ້າສູ່ນິຕິກຳ ແລະ ກົດໝາຍ, ເອົາໃຈໃສ່ຊີ້ນໍາວຽກງານກຽມພ້ອມສູ້ຮົບດ້ວຍການສືບຕໍ່ສ້າງ, ປັບປຸງກໍາລັງ, ລະບົບສູນບັນຊາ, ພາຫະນະ, ວຽກງານຮັບປະກັນ, ແຜນການກຽມພ້ອມສູ້ຮົບ, ແຜນປະສານໃນການກອບກູ້ໄພພິບັດ ແລະ ນິຕິກຳກ່ຽວຂ້ອງ ເພື່ອສາມາດແກ້ໄຂສະພາບໄດ້ໃນທຸກກໍລະນີ, ເອົາໃຈໃສ່ປັບປຸງ ແຜນແມ່ບົດປ້ອງກັນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນປີ 2024 ນີ້ ແລະ ບັນດາເຫດການ ການເມືອງທີ່ສໍາຄັນຕ່າງໆໃຫ້ມີຄວາມປອດໄພຮອບດ້ານ.
ຂໍ້ມູນ: ວາລະສານຄວາມສະຫງົບ

