ປະຊາຊົນແຂວງໄຊສົມບູນ ຮຽກຮ້ອງໃຫ້ລັດຖະບານເລັ່ງແກ້ໄຂ 7 ບັນຫາ

ປະຊາຊົນແຂວງໄຊສົມບູນ ຮຽກຮ້ອງໃຫ້ລັດຖະບານເລັ່ງແກ້ໄຂ 7 ບັນຫາ

ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ  ໃຫ້ສຳພາດຕໍ່ສື່ມວນຊົໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ຜ່ານການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ຕິດຕາມກວດກາເຫັນວ່າບັນຫາພົ້ນເດັ່ນທີ່ປະຊາຊົນມີຄວາມເປັນຫ່ວງ ແລະ ນຳສະເໜີໃຫ້ຂັ້ນເທິງແກ້ໄຂ 7 ບັນຫາຄື: ໂຮງຮຽນ…

ເຈົ້າແຂວງເຊກອງອອກແຈ້ງການຫ້າມເດັດຂາດບໍ່ໃຫ້ມີການຈັດຕັ້ງພິທີການອວຍພອນເຊິ່ງກັນ ແລະ ກັນ ດ້ວຍຮູບແບບກະຕ່າຂອງຂວັນ, ວັດຖຸມີຄ່າ, ຫູຫຼາ

ເຈົ້າແຂວງເຊກອງອອກແຈ້ງການຫ້າມເດັດຂາດບໍ່ໃຫ້ມີການຈັດຕັ້ງພິທີການອວຍພອນເຊິ່ງກັນ ແລະ ກັນ ດ້ວຍຮູບແບບກະຕ່າຂອງຂວັນ, ວັດຖຸມີຄ່າ, ຫູຫຼາ

ວັນທີ 28 ທັນວາ 2022 ນີ້ ເຈົ້າແຂວງເຊເຊກອງອອກແຈ້ງການ ກ່ຽວກັບ ການຈັດຕັ້ງສະເຫຼີມສະຫຼອງປີໃໝ່ສາກົນ 2023 ໂດຍມີເນື້ອໃນລະອຽດດັ່ງນີ້: ການສະເຫຼີມສະຫຼອງປີໃໝ່ສາກົນ ປີ 2023 ທີ່ມີຄວາມໝາຍສໍາຄັນ ຊຶ່ງເປັນປີທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ແຂວງເຊກອງ ພວມສືບຕໍ່ຈັດຕັ້ງຜັນຂະຫຍາຍ…

ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ

ເຈົ້າຂອງຮ້ານຖືກສຶກສາອົບຮົມ ແລະ ປັບໃໝ ພ້ອມຍອມຮັບຜິດ ແລະ ຂໍອະໄພຕໍ່ສັງຄົມ

ຂ່າວໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ຈາກກໍລະນີທີ່ກໍາລັງເປັນຂ່າວໂດ່ງດັງໃນສື່ສັງຄົມອອນລາຍ ຫຼືທາງເຟສບຸກ ໃນເທສະການບຸນກິນຈຽງ ຫຼື ນໍເປເຈົາ ຂອງຊົນເຜົ່າມົ້ງ ທີ່ເດີ່ນບ້ານຍວນເມືອງແປກແຂວງຊຽງຂວາງ ທີ່ມີການລົງບິນຄ່າອາຫານສູງເກີນລາຄາ ຕົວຈິງອາຫານ 8 ລາຍການລວມເປັນເງິນສູງເຖິງ 7.345.000ກີບ ເຫັນວ່າລາຄາສູງເກີນລາຄາທ້ອງຕະຫຼາດຫຼາຍ ດັ່ງນັ້ນທາງສະມາຄົມ ກິລາ-ວັນນະຄະດີພື້ນເມືອງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລື ແລະ ລົງເກັບກໍາຂໍ້ມູນຕົວຈິງເຫັນວ່າມີມູນຄວາມຈິງແທ້…

ເຈົ້າແຂວງເຊກອງ ພົບປະໂອ້ລົມ ແລະ ມອບເຄື່ອງນຸ່ງຫົ່ມຕ້ານໄພໜາວໃຫ້ປະຊາຊົນບ້ານໂລຍ ເມືອງກະລຶມ

ເຈົ້າແຂວງເຊກອງ ພົບປະໂອ້ລົມ ແລະ ມອບເຄື່ອງນຸ່ງຫົ່ມຕ້ານໄພໜາວໃຫ້ປະຊາຊົນບ້ານໂລຍ ເມືອງກະລຶມ

ດ້ວຍຄວາມເປັນຫ່ວງເປັນໄຍຂອງການນໍາພັກ-ລັດ ຕໍ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ໃນວັນທີ 27 ທັນວາ 2022 ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະໄດ້ລົງພົບປະຢ້ຽມຢາມ ແລະ ໂອ້ລົມປະຊາຊົນບ້ານໂລຍ ເມືອງກະລຶມ, ໂດຍມີທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ, ມີຄະນະພັກຮາກຖານ-ຄະນະໜ່ວຍພັກ, ອົງການປົກຄອງບ້ານ…

ຫລົງຮັກເມຍເຂົາ ! ລາກປືນຍິງຕໍ່ໜ້າຜົວແລະລູກ  ກ່ອນຈົບຊີວິດໂຕເອງດ້ວຍອາກາ

ຫລົງຮັກເມຍເຂົາ ! ລາກປືນຍິງຕໍ່ໜ້າຜົວແລະລູກ ກ່ອນຈົບຊີວິດໂຕເອງດ້ວຍອາກາ

ວາລະສານປ້ອງກັນຄວາມສະຫງົບລາຍງານວ່າ: ເວລາປະມານ 18:30 ນາທີ ຂອງວັນທີ 27 ທັນວາ 2022 ນີ້ ໄດ້ມີເຫດການມີຜູ້ຊາຍຄົນໜຶ່ງຖືປືນຍ່າງເຂົ້າໄປຍິງປືນໃສ່ຄອບຄົວໜຶ່ງທີ່ບ້ານສວນສະຫວັນ ນະຄອນປາກເຊ ແຂວງຈໍາປາສັກ ໃນຂະນະນັ່ງກິນເຂົ້າກັບຄອບຄົວ ກ່ອນຍິງຕົວເອງ. +ຜູ້ເສຍຊີວິດ ຜູ້ທີ 1 ຊື່ ນາງ ຄຳຟອງ…

ເຈົ້າໜ້າທີ່ ໄວລຸ້ນມົ້ວສຸມກິນກາເຟ ປະສົມສານເສບຕິດ ແລະ ນໍ້າກະທ່ອມ ມາສຶກສາອົບຮົມ

ເຈົ້າໜ້າທີ່ ໄວລຸ້ນມົ້ວສຸມກິນກາເຟ ປະສົມສານເສບຕິດ ແລະ ນໍ້າກະທ່ອມ ມາສຶກສາອົບຮົມ

ໃນວັນທີ 21 ທັນວາ 2022 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງທ່າແຂກ ໄດ້ນໍາຕົວກຸ່ມມົ້ວສຸມກິນກາເຟທີ່ມີສານເສບຕິດ ແລະ ນໍ້າກະທ່ອມ ຈຳນວນ 5 ຄົນ ຍິງ 2 ຄົນ ມາສຶກສາອົບຮົມກ່າວເຕືອນ, ມີທ່ານ ພັຕ…

ຮັບຮອງ ດອກຄາຍປ່າ ຫຼື ເອີ້ນວ່າ: “ດອກພັນພະນາ” ເປັນດອກໄມ້ເອກະລັກປະຈຳແຂວງຫົວພັນ

ຮັບຮອງ ດອກຄາຍປ່າ ຫຼື ເອີ້ນວ່າ: “ດອກພັນພະນາ” ເປັນດອກໄມ້ເອກະລັກປະຈຳແຂວງຫົວພັນ

ວັນທີ 25 ທັນວາ 2022 ຜ່ານມານີ້ ແຂວງຫົວພັນ ປະກາດຮັບຮອງດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ, ພ້ອມທັງເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະ ປະຈໍາປີ 2022 ໃນ ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໂດຍມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ-ວັດທະນາທຳ…

ຈະລາຈອນຫຼວງນ້ຳທາ ເຄື່ອນໄຫວສຶກສາອົບຮົມ ແລະ ເຮັດບົດບັນທຶກກັບຮ້ານສ້ອມແປງລົດ ຫ້າມຂາຍ ແລະ ດັດແປງສະພາບລົດ

ຈະລາຈອນຫຼວງນ້ຳທາ ເຄື່ອນໄຫວສຶກສາອົບຮົມ ແລະ ເຮັດບົດບັນທຶກກັບຮ້ານສ້ອມແປງລົດ ຫ້າມຂາຍ ແລະ ດັດແປງສະພາບລົດ

ເມື່ອບໍ່ດົນມານີ້ ສະຫາຍ ຮອ ພູມປັນຍາ ຊົງຕົງຕົ້ວ ຫົວໜ້າກອງຕຳຫຼວດທາງຫຼວງ ພະແນກຈະລາຈອນ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍທີມງານ.ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໄດ້ລົງກວດກາ ແລະ ສຶກສາອົບຮົມບັນດາຮ້ານສ້ອມແປງລົດ ຢູ່ຂອບເຂດເທດສະບານແຂວງ. ການລົງເຄື່ອນໄຫວກວດກາ ແລະ ສຶກສາອົບຮົມບັນດາຮ້ານສ້ອມແປງລົດຄັ້ງນີ້ ກໍເພື່ອເປັນການປະຕິບັດຕາມຂໍ້ຕົກລົງ…

ປກສ ເມືອງຄໍາເກີດ ກັກເປົ້າໝາຍລັກລອບເຄື່ອນຍ້າຍສິ່ງເສບຕິດ ຄັນຊາ 1.669 ກິໂລກຣາມ ມາດຳເນີນຄະດີຕາມລະບຽບກົດໝາຍ

ປກສ ເມືອງຄໍາເກີດ ກັກເປົ້າໝາຍລັກລອບເຄື່ອນຍ້າຍສິ່ງເສບຕິດ ຄັນຊາ 1.669 ກິໂລກຣາມ ມາດຳເນີນຄະດີຕາມລະບຽບກົດໝາຍ

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ວັນທີ 21 ທັນວາ 2022 ມີພົນລະເມືອງດີແຈ້ງວ່າຈະມີການເຄື່ອນຍ້າຍສິ່ງເສບຕິດປະເພດຄັນຊາ ໂດຍໃຊ້ລົດບັນທຸກເປັນພາຫະນະເຄື່ອນຍ້າຍ, ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະສົມທົບກັບກໍາລັງ ປກສ ກຸ່ມບ້ານໜອງກອກ ເພື່ອຕິດຕາມເປົ້າໝາຍ ແລະ ສະກັດກັ້ນ. ມາຮອດເວລາປະມານ 21:15…

ເກີດເຫດຊາຍໄວກາງຄົນເມົາຢາເສບຕິດ ອາລະວາດຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫລັງຄາເຮືອນຕົນເອງ

ເກີດເຫດຊາຍໄວກາງຄົນເມົາຢາເສບຕິດ ອາລະວາດຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫລັງຄາເຮືອນຕົນເອງ

ໜັງສືພິມບໍ່ແກ້ວ ລາຍງານວ່າ: ເວລາປະມານ 7:00 ໂມງ ວັນທີ 24 ທັນວາ 2022 ໄດ້ເກີດເຫດຊາຍໄວກາງຄົນອາລະວາດ ຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫລັງຄາເຮືອນຂອງຕົນເອງທີ່ໃກ້ເຂດຕະຫລາດ ມີຄວັນໄຟລຸກຂຶ້ນຢ່າງແຮງ, ເຮັດໃຫ້ພໍ່ຄ້າ-ຊາວຂາຍ ແລະ ປະຊາຊົນທີ່ມາຊື້ເຄື່ອງໃນຕະຫລາດແຕກຕື່ນ ຈຶ່ງພາກັນແລ່ນມາເບິ່ງມີເຫດຫຍັງເກີດຂຶ້ນ ແລະ ຊ່ວຍກັນເອົານ້ຳມາດັບໄຟ ເພື່ອບໍ່ໃຫ້ເກີດເປັນເພີງໃຫຍ່ລາມໄປເຮືອນຄົນອື່ນ, ພ້ອມທັງໂທຫາເຈົ້າໜ້າທີ່ຕຳຫລວດດັບເພີງມາຊ່ວຍ;…