ເມື່ອບໍ່ດົນມານີ້ ສະຫາຍ ຮອ ພູມປັນຍາ ຊົງຕົງຕົ້ວ ຫົວໜ້າກອງຕຳຫຼວດທາງຫຼວງ ພະແນກຈະລາຈອນ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍທີມງານ.ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໄດ້ລົງກວດກາ ແລະ ສຶກສາອົບຮົມບັນດາຮ້ານສ້ອມແປງລົດ ຢູ່ຂອບເຂດເທດສະບານແຂວງ.
ການລົງເຄື່ອນໄຫວກວດກາ ແລະ ສຶກສາອົບຮົມບັນດາຮ້ານສ້ອມແປງລົດຄັ້ງນີ້ ກໍເພື່ອເປັນການປະຕິບັດຕາມຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງ ເລກທີ 10185/ປກສ.ຫຼທ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເວົ້່າລວມ, ເວົ້າສະເພາະ ການລົງແກ້ໄຂຕາມທ້ອງຖະໜົນຫຼວງ, ເປັນຕົ້ນແມ່ນບັນຫາກຸ່ມແກ້ງຂັບລົດກວນເມືອງ, ການດັດແປງສະພາບເຕັກນິກລົດຕ່າງໆ ທີ່ບໍ່ຖືກຕ້ອງກັບໂຮງງານ ເຊິ່ງມັນໄດ້ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງຄວາມເນືອງນັນ, ປັ່ນປວນ ແລະ ກໍ່ໃຫ້ເກີດອຸບັດຕິເຫດ ສ້າງຄວາມສູນເສຍທາງດ້ານຊັບສິນ ແລະ ຊີວິດ.

ເພື່ອເປັນການສະກັດກັ້ນບັນຫາດັ່ງກ່າວ, ທາງເຈົ້າໜ້າທີຕຳຫຼວດຈະລາຈອນ ປກສ ແຂວງ ຈຶ່ງໄດ້ເຄື່ອນໄຫວກວດກາ ແລະ ສຶກສາອົບຮົມບັນດາຮ້ານສ້ອມແປງ, ຂາຍເຄື່ອງອາໄລລົດ ລວມມີ 8 ຮ້ານ. ໃນນີ້, ໄດ້ກວດກາເຄື່ອງທີ່ບໍ່ໄດ້ມາດຖານ ບໍ່ຖືກຕ້ອງກັບໂຮງງານຜະລິດລົດ. ໂດຍສະເພາະແມ່ນຢາງລໍ້ນ້ອຍ, ແວ່ນນ້ອຍ, ໄຟຕາສະປອດໄລ້, ດັດແປງທໍ່ໄອເສຍ ແລະ ອຸປະກອນອື່ນໆ ອີກຈຳນວນໜຶ່ງ. ພ້ອມນີ້, ກໍໄດ້ສຶກສາອົບຮົມ ແລະ ສ້າງບົດບັນທຶກນຳເຈົ້າຂອງຮ້ານ ເພື່ອມີສ່ວນຮ່ວມຕໍ່ເຈົ້າໜ້າທີ ແລະ ບໍ່ໃຫ້ນຳເອົາອຸປະກອນ, ເຄື່ອງອາໄລຈຳນວນດັ່ງກ່າວ ຈຳໜ່າຍ, ຕົບແຕ່ງ, ດັດແປງສະພາບເຕັກນິກລົດ ໃຫ້ບັນດາກຸ່ມໄວລຸ້ນ. ຖ້າຫາກຮ້ານໃດຍັງຝ່າຝືນ ຫຼື ບຸກຄົນໃດຫາກພົບເຫັນ ແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີຕຳຫຼວດຈະລາຈອນ ເພື່ອຮີບຮ້ອນແກ້ໄຂ ແລະ ນຳເອົາເຈົ້າຂອງຮ້ານມາດຳເນີນຄະດີຕາມລະບຽບກົດໝາຍ.
ພາຍຫຼັງສະເລັດຢູ່ພາຍໃນເທສະບານແລ້ວ, ຍັງຈະສືບຕໍ່ລົງເຄື່ອນໄຫວແກ້ໄຂກວດກາ ແລະ ສຶກສາອົບຮົມຢູ່ບັນດາເມືອງຕື່ມອີກ.