ປີ 2022 ມີພາຫະນະເຂົ້າ-ອອກ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ຫລາຍກວ່າ 93.000 ຄັນ

ປີ 2022 ມີພາຫະນະເຂົ້າ-ອອກ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ຫລາຍກວ່າ 93.000 ຄັນ

ແຫລ່ງຂ່າວຄຳມ່ວນໃຫ້ຮູ້ວ່າ: ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ ແຂວງຄຳມ່ວນ ລາຍງານເມື່ອວັນທີ 20 ມັງກອນ 2023 ວ່າໃນໄລຍະ 1 ປີຜ່ານມາ ດ່ານສາກົນນາເພົ້າໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ການເຄື່ອນໄຫວວຽກງານຕາມຂອບເຂດສິດ, ໜ້າທີ່ພາລະບົດບາດໃນການບໍລິຫານລັດທີ່ໄດ້ກຳນົດໃນດຳລັດ ກໍຄືນິຕິກຳຕ່າງໆທີ່ກ່ຽວຂ້ອງ…

ສະຫາຍ ເລຂາທິການໃຫຍ່ ຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງ ອຸດົມໄຊ

ສະຫາຍ ເລຂາທິການໃຫຍ່ ຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງ ອຸດົມໄຊ

ໃນລະຫວ່າງວັນທີ 21-22 ມັງກອນ 2023 ນີ້ ສະຫາຍ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງອຸດົມໄຊ ໂດຍໃຫ້ການຕ້ອນຮັບຈາກສະຫາຍ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ,…

ສາລະວັນ ຫ້າມເດັດຂາດ ບໍ່ໃຫ້ມີບໍລິການສັງວຽນຕີໄກ່ ເລີ່ມມີຜົນວັນທີ 1 ກຸມພາ 2023

ສາລະວັນ ຫ້າມເດັດຂາດ ບໍ່ໃຫ້ມີບໍລິການສັງວຽນຕີໄກ່ ເລີ່ມມີຜົນວັນທີ 1 ກຸມພາ 2023

ວັນທີ 23 ມັງກອນ 2023 ນີ້ ຮອງເຈົ້າແຂວງສາລະວັນອອກແຈ້ງການ ເຖິງ ທຸກໆພາກສ່ວນເລື່ອງ ຫ້າມໃຫ້ບໍລິການສັງວຽນໄກ່ຕີ ທົ່ວແຂວງສາລະວັນ. ໂດຍອີງຕາມ ກົດໝາຍ ວ່າດ້ວຍການປົກດອງທ້ອງຖິ່ນ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015. ອີງງຕາມ…

ບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ຈະຈັດຂຶ້ນຕົ້ນເດືອນໜ້າ

ບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ຈະຈັດຂຶ້ນຕົ້ນເດືອນໜ້າ

ແຫລ່ງຂ່າວຈາກແຂວງຈໍາປາສັກ ລາຍງານວ່າ: ບຸນມະໂຫລານກາເຟ-ຊາພູພຽງບໍລະເວນ ແລະ ຜົນຜະ ລິດກະສິກຳ ປະຈຳປີ 2023 ຈະຈັດຂຶ້ນຢ່າງຫຍິ່ງໃຫຍ່ຢູ່ເມືອງປາກຊ່ອງດິນແດນພູໄຟເກົ່າຖິ່ນກຳເນີດກາ ເຟລາວ ໃນວັນທີ 2-4 ກຸມພາ 2023. ຂະນະທີ່ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ ເປີດເຜີຍວ່າ: ນີ້ຄືການຊຸກຍູ້ສົົ່ງເສີມການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ເຂັ້ມແຂງທັງເປັນການສືບຕໍ່ຜັນຂະຫຍາຍໂຄງການງານບຸນກາເຟ-ຊາພູພຽງບໍລະເວນແຕ່ລະປີຕິດພັນກັບການສົົ່ງເສີມການຕະຫລາດໃຫ້ເປັນລະບົບຕໍ່ເນື່ອງ ແລະ…

ອົງການກອງທຶນອະນຸລັກທຳມະຊາດໂລກປະຈຳລາວ ສະໜັບສະໜູນແຜນງານນໍ້າຈືດ 5 ປີຢູ່ແຂວງຈຳປາສັກ

ອົງການກອງທຶນອະນຸລັກທຳມະຊາດໂລກປະຈຳລາວ ສະໜັບສະໜູນແຜນງານນໍ້າຈືດ 5 ປີຢູ່ແຂວງຈຳປາສັກ

ອົງການ WWF-Laos ເຫັນດີຮ່ວມມືສືບຕໍ່ຜັນຂະຫຍາຍໂຄງການຕ່າງໆໂດຍສະເພາະຕໍ່ການສະໜັບສະໜູນການຄຸ້ມຄອງການປະມົງແບບຊຸມຊົນມີສ່ວນຮ່ວມ ຢູ່ເຂດສີພັນດອນ, ການບໍລິການ-ຄຸ້ມຄອງປ່າໄມ້ ແລະ ສັດປ່າໃນເຂດອຸທະຍານແຫ່ງຊາດເຊປຽນ, ດົງຫົວສາວ ແລະ ອື່ນໆ. ວັນທີ 20 ມັງກອນ 2023, ລະຫວ່າງການເຂົ້າຢ້ຽມຢາມທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ…

ກາແດງເມືອງວຽງພູຄາ ແລະ ຫ້ອງການ ຮສສ ເມືອງ ມອບເຄື່ອງຕ້ານໄພໜາວຊ່ວຍເຫລືອປະຊາຊົນທຸກຍາກຂາດເຂີນ

ກາແດງເມືອງວຽງພູຄາ ແລະ ຫ້ອງການ ຮສສ ເມືອງ ມອບເຄື່ອງຕ້ານໄພໜາວຊ່ວຍເຫລືອປະຊາຊົນທຸກຍາກຂາດເຂີນ

ເພື່ອຊຸກຍູ້ສົ່ງເສີມໃຫ້ຜູ້ທີ່ທຸກຍາກ ແລະ ຂາດເຂີນຢູ່ເຂດຊົນນະບົດຫາງໄກ່ຊອກຫລີກພາຍໃນເມືອງໃຫ້ມີກໍາລັງໃຈ, ມີອະນາຄົດທີ່ດີ, ພັດທະນາຄອບຄົວ, ມີເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ ໂດຍສະເພາະການຕ້ານໄພໜາວ. ວັນທີ 16 ມັງກອນ 2023,   ອົງການກາແດງເມືອງວຽງພູຄາ ແຂວງຫລວງນ້ຳທາ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ (ຮສສ), ໄດ້ລົງມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທຸກຍາກ…

ຮອງປະທານປະເທດ ເນັ້ນໃຫ້ແຂວງໄຊຍະບູລີ ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານຈຸດສຸມຫລາຍຂຶ້ນ

ຮອງປະທານປະເທດ ເນັ້ນໃຫ້ແຂວງໄຊຍະບູລີ ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານຈຸດສຸມຫລາຍຂຶ້ນ

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງໄຊຍະບູລີ ໃນວັນທີ 19 ມັງກອນ 2023 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມການນໍາແຂວງໄຊຍະບູລີ ໂດຍທ່ານໄດ້ເນັ້ນໃຫ້ການນໍາແຂວງເອົາໃຈໃສ່ຫລາຍບັນຫາສຳຄັນເປັນຕົ້ນແມ່ນການພັດທະນາເສດຖະກິດ-ສັງຄົມ ຕ້ອງເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ, ການດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໂດຍໃຫ້ຄວາມສະດວກ…

ແຂວງຈໍາປາສັກ ອະໄພຍະໂທດ ແລະ​ ຜ່ອນໂທດ ໃຫ້ນັກໂທດ 313 ຄົນ ທີ່ມີຜົນງານດີເດັ່ນໃນການດັດສ້າງຕົນ​ເອງ

ແຂວງຈໍາປາສັກ ອະໄພຍະໂທດ ແລະ​ ຜ່ອນໂທດ ໃຫ້ນັກໂທດ 313 ຄົນ ທີ່ມີຜົນງານດີເດັ່ນໃນການດັດສ້າງຕົນ​ເອງ

ຄະນະກໍາມະການອະໄພຍະໂທດແຂວງຈໍາປາສັກ​ ຮ່ວມກັບອົງການໄອຍະການປະຊາຊົນແຂວງ​ ແລະ​ ຄ້າຍຄຸມຂັງ​-ດັດສ້າງ​ ປກສ​ ແຂວງ​ ໄດ້ຈັດພິທີປະກາດອະໄພຍະໂທດ​-ຫລຸດຜ່ອນໂທດ​ ແລະ​ ປ່ອຍຕົວນັກໂທດ​ ປະຈໍາປີ​ 2022​ ຂຶ້ນໃນວັນທີ​ 19 ມັງກອນ​ 2023, ຢູ່ຫໍວັດທະນະທໍາຈໍາປາສັກ​ ຫລັກ​, ໂດຍການເປັນປະທານ​ ຂອງ​ ທ່ານ…

ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ

ປີ 2022 ພາສີແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.161,264 ຕື້ກີບ

ປີ 2022 ພາສີປະຈຳແຂວງສະຫວັນນະເຂດ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການປີກວ່າ 22% ໂດຍໄດ້ເຖິງ 1.161,264 ຕື້ກີບເມື່ອທຽບໃສ່ສົກປີ 2021 ຜ່ານມາເພີ່ມຂຶ້ນ 24,58% ຫລື  219,152 ຕື້ກີບ. ທ່ານ ສົມຈິດ ລາຊະວົງ ຮອງຫົວໜ້າພາສີປະຈຳແຂວງ ລາຍງານວ່ກອງປະຊຸມສະຫລຸບວຽກງານພາສີປະ ຈຳແຂວງສະຫວັນນະເຂດທີ່ຈັດຂຶ້ນໃນວັນທີ…

ເຈົ້າໜ້າທີ່ຕຳຫລວດຈະລາຈອນແຂວງວຽງຈັນ ສຶກສາອົບຮົມໄວໜຸ່ມນັກຂັບຂີ່ດັດແປງສະພາບເຕັກນິກລົດ ຂັບຂີ່ລົດເປັນພຶງເປັນແພ ກີດຂວາງການສັນຈອນ

ເຈົ້າໜ້າທີ່ຕຳຫລວດຈະລາຈອນແຂວງວຽງຈັນ ສຶກສາອົບຮົມໄວໜຸ່ມນັກຂັບຂີ່ດັດແປງສະພາບເຕັກນິກລົດ ຂັບຂີ່ລົດເປັນພຶງເປັນແພ ກີດຂວາງການສັນຈອນ

ວັນທີ 18 ມັງກອນ 2023 ນີ້ ຢູ່ທີ່ຫ້ອງປະຊຸມພະແນກຈະລາຈອນ ໄດ້ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ, ໂດຍການເຂົ້າຮ່ວມຂອງ ທ່ານ ພັທ ກົງຈັນ ສີວິໄລວົງ ຮອງຫົວໜ້າພະແນກຕໍາຫລວດຈະລາຈອນ ຫ້ອງຕໍາຫລວດ ປກສ ແຂວງວຽງຈັນ ມີພະນັກງານ, ນາຍບ້ານ, ຜູ້ປົກຄອງ…