ກາແດງເມືອງວຽງພູຄາ ແລະ ຫ້ອງການ ຮສສ ເມືອງ ມອບເຄື່ອງຕ້ານໄພໜາວຊ່ວຍເຫລືອປະຊາຊົນທຸກຍາກຂາດເຂີນ

ເພື່ອຊຸກຍູ້ສົ່ງເສີມໃຫ້ຜູ້ທີ່ທຸກຍາກ ແລະ ຂາດເຂີນຢູ່ເຂດຊົນນະບົດຫາງໄກ່ຊອກຫລີກພາຍໃນເມືອງໃຫ້ມີກໍາລັງໃຈ, ມີອະນາຄົດທີ່ດີ, ພັດທະນາຄອບຄົວ, ມີເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ ໂດຍສະເພາະການຕ້ານໄພໜາວ.
ວັນທີ 16 ມັງກອນ 2023, ອົງການກາແດງເມືອງວຽງພູຄາ ແຂວງຫລວງນ້ຳທາ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ (ຮສສ), ໄດ້ລົງມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທຸກຍາກ ຢູ່ບ້ານປາກຄານ ແລະ ນໍ້ານ້ອຍ-ປາມັນ ກຸ່ມບ້ານປາກຄານ ເມືອງວຽງພູຄາ, ໂດຍການເຂົ້າຮ່ວມມອບເຄື່ອງໂດຍມີທ່ານ ນາງຈັນຄໍາ ທອງມີໄຊ ປະທານແນວລາວສ້າງຊາດເມືອງ, ທ່ານ ພັທ ທອງພັນ ຄູນສະມອນ ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ທ່ານ ວົງຈິດ ມີວິໄລ ຫົວໜ້າອົງການກາແດງເມືອງ ພ້ອມດ້ວຍທີມງານ.
ເຄື່ອງທີ່ນໍາມາມອບຊ່ວຍເຫລືອຄັ້ງນີ້ປະກອບມີເຄື່ອງນູ່ງຫົ່ມ, ສະບູ, ໄມ້ຖູແຂ້ວ, ໝໍ້ໜຶ້ງ, ຄຸ, ຈານ, ເກີບ, ໝີໄວໆ, ເຂົ້າໜົມ,ແຟບ ມູນຄ່າທັງໝົດ 8.650.000 ມອບໃຫ້ຄອບຄົວທຸກຂາດເຂີນ, ຂາດແຮງງານ 2 ບ້ານ ມີ 17 ຄອບຄົວ ມີ 60 ຄົນ, ຍິງ 30 ຄົນ. ໂອກາດນີ້ຕາງໜ້າອົງການຈັດຕັ້ງຂັ້ນບ້ານ 2 ບ້ານ ແລະ ຄອບຄົວທີໄດ້ຮັບເຄື່ອງຊ່ວຍເຫລືອ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງມາຍັງອົງການກາແດງເມືອງວຽງພູຄາ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ທີ່ໃຫ້ການຊ່ວຍເຫລືອ ແລະ ໃຫ້ຄວາມສໍາຄັນຕະຫລອດມາ, ຊຸກຍູ້ພັດທະນາຕໍ່ກັບຄອບຄົມທີທຸກຍາກຂາດເຂີນພາຍໃນເມືອງຂອງຕົນຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫລືອຈາກພັກ-ລັດຕື່ມອີກ.

