ປີ 2022 ແຂວງສາລະວັນ ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງໄດ້ຫລາຍກວ່າ 1.800 ຄັນ

ປີ 2022 ແຂວງສາລະວັນ ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງໄດ້ຫລາຍກວ່າ 1.800 ຄັນ

ແຫລ່ງຂ່າວແຂວງສາລະວັນ ໃຫ້ຮູ້ວ່າ: ທ່ານ ນາງ ຫວັດສະດີ ສີປະເສີດ ຮອງຫົວໜ້າພະແນກການເງິນແຂວງສາລະວັນໄດ້ລາຍງານໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2022 ໂດຍປະຕິບັດຕາມມະຕິກອງປະຊຸມສະພາປະຊາຊົນແຂວງສາລະວັນ ເລກທີ 222/ສພຂ.ສວ, ລົງວັນທີ…

ປີ 2022 ເສດຖະກິດພາຍໃນແຂວງຈຳປາສັກ ຂະຫຍາຍຕົວ 5,95% ສ້າງມູນຄ່າລວມຍອດໄດ້ຫລາຍກວ່າ 30.362 ຕື້ກີບ

ປີ 2022 ເສດຖະກິດພາຍໃນແຂວງຈຳປາສັກ ຂະຫຍາຍຕົວ 5,95% ສ້າງມູນຄ່າລວມຍອດໄດ້ຫລາຍກວ່າ 30.362 ຕື້ກີບ

ວັນທີ 31 ມັງກອນ 2023, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວລາຍງານ ແລະ ຊີ້ແຈງຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໃນປີ 2022…

ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ພະນັກງານແພດ-ໝໍຢູ່ໂຮງໝໍສູນກາງ 103 ກອງທັບ ສຸມໃສ່ໃນທຸກດ້ານໃຫ້ມີຄຸນນະພາບ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ພະນັກງານແພດ-ໝໍຢູ່ໂຮງໝໍສູນກາງ 103 ກອງທັບ ສຸມໃສ່ໃນທຸກດ້ານໃຫ້ມີຄຸນນະພາບ

ເມື່ອບໍ່ດົນມານີ້, ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ຕາງໜ້າໃຫ້ກົມການເມືອງສູນກາງພັກ ໄດ້ຢ້ຽມຢາມ-ພົບປະໂອ້ລົມພະນັກງານ-ນັກຮົບແພດ-ໝໍ ຢູ່ໂຮງໝໍສູນກາງ 103 ກອງທັບ, ໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20…

ປີ 2022 ດ່ານພາສີສາກົນຂົວມິດຕະພາບ III ສາມາດຈັດເກັບລາຍຮັບໄດ້ 422.323 ຕື້ກີບ ລື່ນແຜ່ນການວາງໄວ້

ປີ 2022 ດ່ານພາສີສາກົນຂົວມິດຕະພາບ III ສາມາດຈັດເກັບລາຍຮັບໄດ້ 422.323 ຕື້ກີບ ລື່ນແຜ່ນການວາງໄວ້

ແຫລ່ງຂ່າວຄຳມ່ວນລາຍງານວ່າ: ທ່ານ ນາງ ກິນນາລີ ທໍາມະວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ໄດ້ກ່າວຕໍ່ກອງປະຊຸມສະຫລຸບວຽກງານປະຈໍາປີ 2022 ຂອງດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນວ່າ: ການຈັດເກັບລາຍຮັບປະຈໍາປີ 2022 ສາມາດຈັດເກັບລາຍຮັບໄດ້ 422.323 ຕື້ກີບເທົ່າກັບ 102,33% ຂອງແຜນການປີ (ຕົວເລກຕາມແຜນປີມອບໝາຍໃຫ້…

ສານປະຊາຊົນ ແຂວງເຊກອງ ເອົາໃຈໃສ່ຕັດສິນຄະດີໃຫ້ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ

ສານປະຊາຊົນ ແຂວງເຊກອງ ເອົາໃຈໃສ່ຕັດສິນຄະດີໃຫ້ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ

ທ່ານ ສົມຈິດ ວໍລະວົງ ປະທານສານປະຊາຊົນແຂວງເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃຫ້ຮູ້ວ່າ: ຄະນະພັກ-ຄະນະນໍາສານປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ຜູ້ພິພາກສາ ແລະ ພະນັກງານ-ລັດຖະກອນ ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຕິດພັນກັບການປັບປຸງແບບແຜນ…

ປກສ ເມືອງສາມັກຄີໄຊ ທຳລາຍອາວຸດລ່າເນື້ອ, ເຄື່ອງມືຫາປາ ແລະ ພາຫະນະທີ່ຖືກດັດແປງ ຫລາຍກວ່າ 500 ລາຍການ

ປກສ ເມືອງສາມັກຄີໄຊ ທຳລາຍອາວຸດລ່າເນື້ອ, ເຄື່ອງມືຫາປາ ແລະ ພາຫະນະທີ່ຖືກດັດແປງ ຫລາຍກວ່າ 500 ລາຍການ

ແຫລ່ງຂ່າວແຂວງອັດຕະປື ລາຍງານ ວັນທີ 27 ມັງກອນ 2023 ນີ້ ວ່າ: ປກສ ເມືອງສາມັກຄີໄຊ ແຂວງ ແຂວງຕະປື ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ, ເຄື່ອງມືຫາປາ ແລະ ພາຫະນະທີ່ຖືກດັດແປງແບບຜິດກົດໝາຍ ປະກອບມີ: ປືນແກັບຈຳນວນ 440 ກະບອກ,…

ເຈົ້າຄອງນະຄອນຫລວງລົງພື້ນທີ່ ກວດກາກຽມຄວາມພ້ອມແກ້ໄຂບັນຫາຮ່ອງລະບາຍນໍ້າ ກ່ອນລະດູຝົນ

ເຈົ້າຄອງນະຄອນຫລວງລົງພື້ນທີ່ ກວດກາກຽມຄວາມພ້ອມແກ້ໄຂບັນຫາຮ່ອງລະບາຍນໍ້າ ກ່ອນລະດູຝົນ

ຂ່າວໜັງສືພິມວຽງຈັນໃໝ່ ລາຍງານວ່າ: ວັນທີ 27 ມັງກອນ 2023 ນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ  ພ້ອມດ້ວຍເຈົ້າເມືອງສີ ໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງ  ລົງເຄື່ອນໄຫວກວດກາຮ່ອງ ລະບາຍນໍ້າເຂດດົງປ່າສັກ ໜ້າຕະຫຼາດຊັງຈ່ຽງ ເຊິ່ງ ຈຸດດັ່ງກ່າວໄດ້ສົ່ງກິ່ນເໝັນ…

ປກສ ເມືອງບຸນໃຕ້ ທໍາລາຍອາວຸດລ່າເນື້ອ 387 ກະບອກ ແລະ ເຄື່ອງຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍ

ປກສ ເມືອງບຸນໃຕ້ ທໍາລາຍອາວຸດລ່າເນື້ອ 387 ກະບອກ ແລະ ເຄື່ອງຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍ

ວັນທີ 26 ມັງກອນ 2023 ນີ້, ກອງບັນຊາການ ປກສ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ທໍາລາຍອາວຸດລ່າເນື້ອ 387 ກະບອກ ແລະ ເຄື່ອງຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍຈໍານວນໜຶ່ງ ທີ່ສາມາດຢຶດ ແລະ ເກັບກູ້ມາໄດ້ມາທຳລາຍຖິ້ມ. ເພື່ອເອົາໃຈໃສ່ໃນການແກ້ໄຂ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ…

ຈັດບຸນສະຫລອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ 

ຈັດບຸນສະຫລອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ 

ວັນທີ 26 ມັງກອນ​ 2023,​ ໄດ້ຮ່ວມພິທີສະຫລອງສົມໂພດ ອົງພຣະຍອດແກ້ວຣາຊະຄູຫລວງໂພນສະເມັກ ທີ່ວັດບ້ານຄອນໄຫລ ນະຄອນປາກເຊ​ ໂດຍການ ເຂົ້າຮ່ວມ​ ເປັນປະທານຝ່າຍສົງ ຂອງພຣະອາຈານໃຫຍ່ ມະຫາ​ ບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ)​ ແຫ່ງ​ ສປປ​ ລາວ,​…

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ຫລວງພະບາງຈະພິຈາລະນາຫລາຍບັນຫາສຳຄັນຂອງແຂວງ

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ຫລວງພະບາງຈະພິຈາລະນາຫລາຍບັນຫາສຳຄັນຂອງແຂວງ

ແຫລ່ງຂ່າວແຂວງຫລວງພະບາງ ລາຍງານວ່າ: ວັນທີ 2 5ມັງກອນ 2023 ນີ້, ທ່ານ ນາງ ແກ້ວລາ ມະນີຈິດ ຄະນະປະຈຳເລຂາທິການສະພາປະຊາຊົນແຂວງ (ສພຂ) ຫລວງພະບາງໄດ້ຖະແຫລງຂ່າວກ່ຽວກັບການກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ຫລວງພະບາງຊຸດທີ II ວ່າ:…